ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານໄມຄ໌ ພອມພຽວ ກ່າວວ່າ ການພົວພັນ ທີ່ຍາວນານກັບຈີນ ບໍ່ໄດ້ຜົນ ຕໍ່ໄປອີກແລ້ວ


ລັດຖະມົນຕີກະຊວງການຕ່າງປະເທດ ທ່ານໄມຄ໌ ພອມພຽວ ກ່າວ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງວໍຊິງຕັນ, ວັນທີ 8 ກໍລະກົດ 2020.
ລັດຖະມົນຕີກະຊວງການຕ່າງປະເທດ ທ່ານໄມຄ໌ ພອມພຽວ ກ່າວ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງວໍຊິງຕັນ, ວັນທີ 8 ກໍລະກົດ 2020.

ເກືອບ 50 ປີແລ້ວ ທີ່ສະຫະລັດໄດ້ມີການພົວພັນກັບຈີນ ແຕ່ດຽວນີ້ບໍ່ເປັນເຊັ່ນນັ້ນອີກຕໍ່ໄປ ແລະວິທີການແບບໃໝ່ທີ່ໜັກແໜ້ນກວ່າເກົ່າ ແມ່ນຈຳເປັນ ນັ້ນຄືຄຳເວົ້າຂອງທ່ານໄມຄ໌ ພອມພຽວ ທີ່ໄດ້ກ່າວໃນວັນພະຫັດວານນີ້ ຢູ່ທີ່ເມືອງຢໍບາ ລິນດາ ໃນລັດຄາລີຟໍເນຍ.

ທ່ານພອມພຽວ ໄດ້ກ່າວຖະແຫລງຢູ່ທີ່ ມູນນິທິ ນິກສັນ ຊຶ່ງຖືກຕັ້ງຊື່ໃຫ້ແກ່ ປະທານາທິບໍດີ ຣິເຈີດ ນິກສັນ ຜູ້ທີ່ໄດ້ເດີນທາງໄປຢ້ຽມຢາມປັກກິ່ງ ຄັ້ງປະ ຫວັດສາດໃນປີ 1972 ແລະພົບປະກັບປະທານປະເທດ ໝາວ ເຈີຕຸງ ແລະນາຍົກລັດຖະມົນຕີ ຈູ ເອັນລາຍ ໄດ້ຊ່ອຍນຳເອົາຈີນເຂົ້າມາຢູ່ໃນ ອັນທີ່ເອີ້ນວ່າ ຄອບຄົວຂອງປະຊາຊາດ.

ທ່ານພອມພຽວ ເວົ້າວ່າ “ແບບຂອງການພົວພັນທີ່ພວກເຮົາໄດ້ສະແຫວງຫານັ້ນ ບໍ່ໄດ້ນຳມາຊຶ່ງການປ່ຽນແປງ ພາຍໃນຈີນ ແບບທີ່ປະທານາທິບໍດີ ນິກສັນ ໄດ້ຫວັງທີ່ຈະສົ່ງຜົນໃຫ້ເກີດຂຶ້ນ.”

ທ່ານໄດ້ກ່າວວ່າ ປັກກິ່ງ ຮັບຜົນປະໂຫຍດຈາກການພົວພັນຫຼາຍເກີນກວ່າສະ ຫະລັດ ແລະວ່າ ຈີນໄດ້ “ກັດມື ຂອງນາໆຊາດ ທີ່ໄດ້ປ້ອນພວກເຂົານັ້ນ.”

ຄຳປາໄສຂອງທ່ານພອມພຽວໃນວັນພະຫັດ ເປັນຄັ້ງທີສີ່ຂອງຊຸດການກ່າວຄຳປາໄສໂດຍບັນດາເຈົ້າໜ້າທີ່ຄະນະລັດຖະບານ ເພື່ອອະທິບາຍສິ່ງທີ່ທ່ານພອມ ພຽວ ເອີ້ນວ່າ ສາຍສຳພັນຂອງອາເມຣິກາ ກັບຈີນ ແລະຄວາມບໍ່ກ້ຳເກິ່ງຂອງສາຍສຳພັນນັ້ນ.

ກ່ອນໜ້ານີ້ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດທ່ານໂຣເບີດ ໂອບຣາຍແອນ ກໍໄດ້ກ່າວຖະແຫລງ ກ່ຽວກັບຄວາມພະຍາຍາມຂອງສະຫະລັດ ເພື່ອໃຫ້ລະບົບການເມືອງຂອງຈີນຢູ່ໃນລະດັບປານກາງ ແລະຜູ້ອຳນວຍການອົງການສັນຕິບານກາງ FBI ທ່ານຄຣິສໂຕເຟີ ເວຣ ໄດ້ບັນລະຍາຍກ່ຽວກັບການສອດແນມດ້ານເສດຖະກິດ ແລະການລັກຂະໂມຍຊັບສິນທາງດ້ານປັນຍາ ແລະລັດຖະມົນ ຕີກະຊວງຍຸຕິທຳ ທ່ານວີລລ້ຽມ ບາ ໄດ້ກ່າວກ່ຽວກັບ “ການໂຈມຕີທາງເສດຖະ ກິດແບບສາຍຟ້າແມບ” ເພື່ອຂຶ້ນແທນສະຫະລັດ ເປັນມະຫາອຳນາດຂອງໂລກພຽງຜູ້ດຽວ.

ໃນວັນພະຫັດວານນີ້ ທ່ານພອມພຽວ ໄດ້ຫວນຄິດເຖິງວ່າ ໃນຄັ້ງນຶ່ງ ທ່ານນິກສັນ ໄດ້ກ່າວວ່າ ທ່ານຢ້ານວ່າ ທ່ານໄດ້ເຮັດໃຫ້ຈີນກາຍເປັນ “ຜີດິບ” ນັກການທູດສູງສຸດ ຂອງສະຫະລັດ ໄດ້ກ່າວຕື່ມວ່າ “ແລະພວກເຮົາມາເຖິງຈຸດນີ້ແລ້ວ”.

ທ່ານພອມພຽວ ຍັງໄດ້ເອີ້ນ ທ່ານສີ ຈິ້ນຜິງ ປະທານປະເທດຂອງຈີນວ່າ “ເປັນ ຜູ້ເຊື່ອໝັ້ນຢ່າງແທ້ຈິງ ໃນອຸດົມການລະບອບຜະເດັດການແບບທຸ້ມເທທຸກສິ່ງທຸກຢ່າງ.” ທ່ານໄດ້ກ່າວວ່າ ຈີນ ໄດ້ເອົາລັດເອົາປຽບສັງຄົມທີ່ເສລີ ແລະເປີດກວ້າງຂອງສະຫະລັດ ດ້ວຍການສົ່ງອັນທີ່ເອີ້ນວ່າ ພວກໂຄສະນາຊວນເຊື່ອໄປຍັງມະ ຫາວິທະຍາໄລ ສູນກາງຄົ້ນຄວ້າ ແລະກອງປະຊຸມຖະແຫລງຂ່າວ ທັງຫຼາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG