ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າປະຕິບັດງານ ກຸ່ມ al-Qaida ​​ຖືກ​ສັງຫານ ​ໃນການ​ໂຈມ​ຕີ​ ຂອງສະຫະລັດ


ແຜນທີ່ ປະເທດຊີເຣຍ
ແຜນທີ່ ປະເທດຊີເຣຍ

ທຳນຽບຫ້າ​ແຈກ່າວ​ວ່າ ຫົວໜ້າປະຕິບັດງານມາເປັນເວລາດົນ
ນານຂອງກຸ່ມ al-Qaida ​ໄດ້​ຖືກ​ສັງຫານໃນ​ການ​ໂຈມ​ຕີ​ຂອງ
ສະຫະລັດໃນ​ຕົ້ນ​ເດືອນ​ກໍລະ​ກົດນີ້ໃນ​ຂະນະ​ທີ່​ຜູ້ກ່ຽວເດີນທາງ​
ໃກ້​ກັບເມືອງ Sarmada ​ໃນ Syria.

ທ້າວ Muhsin al-Fadhli ​ໄດ້​ເດີນທາງ​ດ້ວຍ​ລົດ ​ເວລາ​ລາວ
ຖືກ​ໂຈມ​ຕີ​ໃນ​ວັນ​ທີ 8 ​ເດືອນ​ກໍ​ລະ​ກົດຜ່ານມານີ້.

ຮ້ອຍ​ເອກ ທະຫານ​ເຮືອ Jeff Davis ​ໂຄສົກທຳນຽບຫ້າ​ແຈ
ກ່າວ​ຢູ່​ໃນ​ຖະ​ແຫຼງການວ່າ “ທ້າວ Al-Fadhli ເປັນ​ຫົວໜ້າຕາ
ໜ່າງປະຕິບັດງານຂອງ al-Qaida ທີ່​ຮ້ອງ​ວ່າ ກຸ່ມ Khorasan
ທີ່​ວາງ​ແຜນ​ໂຈມ​ຕີ​ຢູ່​ນອກ​ປະ​ເທດ ຕ້ານ​ສະຫະລັດ ​ແລະ​ບັນດາ​ພັນທະ​ມິດ​ຂອງ​ພວກ​ເຮົາ.”

ຮ້ອຍເອກ David ກ່າວ​ເພີ້​ມ​ເຕີມ​ວ່າ ທ້າວ al-Fadhi “​ເປັນເຈົ້າໜ້າອະວຸໂສ ຝ່າຍອຳ
ນວຍຄວາມສະດວກ​ຂອງ al-Qaida ຢູ່ໃນ​ຈຳນວນ​ບັນດາ​ຜູ້ນຳທີ່ໄ​ວ້​ເນື້ອ​ເຊື່ອ​ໃຈພຽງ
ບໍ່ເທົ່າໃດຄົນ ທີ່​ໄດ້​ຮັບ​ການ​ເຕືອນ​ລ່ວງ​ໜ້າກ່ຽວກັບການ​ໂຈມຕີ​ໃນວັນ​ທີ 11 ​ເດືອນກັນ
ຍາ ປີ 2001 ນັ້ນ​.”

ທຳນຽບຫ້າ​ແຈ ກ່າວ​ວ່າ ນອກນັ້ນທ້າວ Al-Fadhli ຍັງ​ພົວພັນ​ກັບ​ການ​ໂຈມ​ຕີກໍ່​ການ
​ຮ້າຍ ທີ່​ເກີດ​ຂື້ນໃນ​ເດືອນ​ຕຸລາ ປີ 2002 ຮວມທັງ​ການໂຈມຕີທະຫານ Marines
ສະຫະລັດ ຢູ່​ເກາະ Faylaka ​ໃນ Kuwait ​ແລະ​ກຳ​ປັ່ນ​ຝຣັ່ງ MV Limburg.

ຮ້ອຍເອກ David ກ່າວ​ວ່າ “ການ​ເສຍ​ຊີວິດ​ຂອງ​ຜູ້ກ່ຽວ ຈະ​ຫລຸດ​ຜ່ອນ ​ແລະ​ລົບກວນ
ການ​ປະຕິບັດ​ງານ​ຢູ່​ນອກ​ປະ​ເທດຂອງກຸ່ມ al-Qaida ຕ້ານສະຫະລັດ ​ແລະ​ບັນດາ​ພັນທະມິດ​ແລະພາຄີ​ຂອງ​ພວກ​ເຮົາ.”

​ໃນ​ປີ 2012 ກະຊວງ​ຕ່າງປະ​ເທດສະຫະລັດໄດ້​ສະ​ເໜີໃຫ້ເງິນລາງວັນ 7 ລ້ານ​ໂດ​ລາ
ສຳລັບຜູ້ໃດກໍຕາມ ທີ່​ມີຂໍ້ມູນ ນຳພາ​ໄປ​ສູ່​ການສັງຫານ ​ແລະ​ການຈັບ​ກຸມ​ ທ້າວ Muhsin
al-Fadhli ຊຶ່ງໃນເມື່ອກ່ອນ ມີຖານປະຕິບັດງານ ຢູ່​ໃນອີ ຣ່ານ.

XS
SM
MD
LG