ອະນາຄົດທາງການເມືອງ ຂອງປະທານາທິບໍດີຊີເຣຍ ທ່ານ
Bashar al Assad ແມ່ນບັນຫາ ທີ່ສ້າງຄວາມແຕກແຍກ
ໃນຂະນະທີ່ຜູ້ຕາງໜ້າ ຈາກ 30 ກວ່າປະເທດ ອົງການສະ
ຫະປະຊາຊາດ ແລະພັກຝ່າຍທີ່ຕໍ່ສູ້ກັນໃນຊີເຣຍພົບປະໃນ
ການເຈລະຈາສັນຕິພາບ ທີ່ຄອງຄອຍຖ້າມາເປັນເວລາດົນ
ນານຢູ່ທີ່ Switzerland.
ລັດຖະມົນຕີການຕ່າງປະເທດສະຫະລັດທ່ານ John Kerry
ໄດ້ຕໍານິຕິຕຽນຢ່າງແຮງຕໍ່ ລັດຖະບານຊີເຣຍໃນວັນພຸດມື້ນີ້
ໂດບກ່າວວ່າ ວິກິດການຂອງປະເທດນັ້ນແມ່ນໄດ້ເລີ່ມຂຶ້ນ
ໃນຂະນະທີ່ພວກທະຫານ ໃຊ້ “ກຳລັງເພີ່ມຂຶ້ນ” ຕໍ່ພວກ
ເດີນຂະບວນ ແບບສັນຕິ. ທ່ານໄດ້ກ່າວວ່າ ຍ້ອນລັດຖະບານແລະພວກຕໍ່ຕ້ານ ມີຄວາມ
ເຫັນແຕກຕ່າງກັນກ່ຽວກັບ ຊະຕາກໍາຂອງທ່ານ Assad ດັ່ງນັ້ນຜູ້ນໍາຂອງຊີເຣຍ ຈຶ່ງບໍ່ສາ
ມາດເປັນສ່ວນຂອງລັດຖະບານໄລຍະຂ້າມຜ່ານ ທີ່ມີການຕົກລົງເຫັນພ້ອມນຳກັນໄດ້.
ລັດຖະມົນຕີການຕ່າງປະເທດ Kerry ກ່າວວ່າ: “ມັນຈະບໍ່ມີທາງ ແລະຈະບໍ່ມີຄວາມ
ເປັນໄປໄດ້ ທີ່ຈະໃຫ້ບຸລຸດຄົນນີ້ ທີ່ໄດ້ນໍາພາການປາບປາມຢ່າງໂຫດຮ້າຍຕໍ່ປະຊາ
ຊົນຂອງຕົນ ສາມາດກັບຄືນມາກັບປົກຄອງປະເທດ ຢ່າງຖືກຕ້ອງຊອບທຳອີກ.”
ລັດຖະມົນຕີການຕ່າງປະເທດຊີເຣຍ ທ່ານ Walid al-Moallem ໄດ້ບອກກັບທ່ານ Kerry
ວ່າ ມີພຽງແຕ່ປະຊາຊົນຊາວຊີເຣຍເທົ່ານັ້ນ ມີສິດທີ່ຈະເລືອກປະນານາທິບໍດີຂອງພວກເຂົາ
ເຈົ້າ. ລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Seigei Lavrov ຍັງໄດ້ ກ່າວຢໍ້າອີກ
ເຖິງທ່າທີຂອງປະເທດທ່ານ ທີ່ວ່າ ປະເທດອື່ນໆບໍ່ຄວນຈະອອກຄວາມຄິດເຫັນໃດໆທັງນັ້ນ
ກ່ຽວກັບເລື່ອງຂອງຊີເຣຍ.