ພວກນັກວິທະຍາສາດ ກ່າວວ່າ ກົບກິນເດືອນ ຫຼື ຈັນທະຄາດ ທີ່ໃຊ້ເວລາດົນທີ່ສຸດ
ໃນສັດຕະວັດນີ້ ຈະເຮັດໃຫ້ທ້ອງຟ້າໃນຕອນກາງຄືນສວຍງາມ ໃນວັນສຸກນີ້ ໂດຍຈະ
ເຮັດໃຫ້ດວງເດືອນ ກາຍເປັນສີທີ່ຂ້ອນຂ້າງແດງ.
ອົງການອະວະກາດສະຫະລັດ ຫຼື ນາຊາ ກ່າວວ່າ ປາກົດການກົບກິນເດືອນທີ່ວ່ານີ້
ຈະກິນເວລາເຖິງ 1 ຊົ່ວໂມງ ກັບ 43 ນາທີ ທີ່ສາມາດເຫັນໄດ້ຊັດເຈນ ໃນພາກຕາເວັນອອກຂອງອາຟຣິກາ ແລະເອເຊຍກາງ. ປະຊາຊົນສ່ວນໃຫຍ່ຂອງໂລກ ຈະສາ ມາດເຫັນແຕ່ບາງສ່ວນເທົ່ານັ້ນ. ເຖິງຢ່າງໃດກໍຕາມ ມັນຈະບໍ່ສາມາດແນມເຫັນຈາກ ອາເມຣິກາເໜືອ.
ພວກນັກວິທະຍາສາດ ກ່າວວ່າ ໃນສະຫະລັດອາເມຣິການັ້ນ ຊ່ວງທັງໝົດນັ້ນແມ່ນ ຈະເກີດຂຶ້ນປະມານ 4 ໂມງ 21 ນາທີ ຕອນແລງ ຕາມເວລາທ້ອງຖິ່ນຂອງພາກຕາເວັນອອກສະຫະລັດ ຊຶ່ງມັນຍັງແຈ້ງເກີນໄປ ທີ່ຈະເຫັນດວງເດືອນເປັນສີແດງນັ້ນ.
ໃນໄລຍະທີ່ເກີດກົບກິນເດືອນນີ້ ດວງເດືອນເບິ່ງຄືວ່າ ເປັນສີແດງ ຍ້ອນວ່າ ມັນໄດ້ໂຄຈອນມາຊື່ກັບໜ່ວຍໂລກແບບພໍດີ ແລະດວງອາທິດ ຊຶ່ງແມ່ນເງົາຂອງໜ່ວຍໂລກໄດ້ບົດບັງແສງພະອາທິດໄວ້. ດວງເດືອນຈຶ່ງສູນເສຍແສງສະຫວ່າງຂອງມັນໄປ ທີ່ເກີດຂຶ້ນແບບປົກກະຕິ ກັບການສະທ້ອນແສງຈາກແສງພະອາທິດ ແລະເຮັດໃຫ້ມັນແປກປະຫຼາດ, ເປັນສີທີ່ຂ້ອນຂ້າງແດງ, ຊຶ່ງເຮັດໃຫ້ປາກົດການກົບກິນເດືອນ ດັ່ງກ່າວນີ້ ທີ່ເອີ້ນກັນໃນຊຶ່ຫຼິ້ນວ່າ ເດືອນສີເລືອດ.
ພວກນັກວິທະຍາສາດ ກ່າວວ່າ ເຫດຜົນຂອງກົບກິນເດືອນໃນວັນສຸກນີ້ແມ່ນໃຊ້ເວລາ
ດົນທີ່ສຸດ ຍ້ອນວ່າ ດວງເດືອນແມ່ນໄດ້ໂຄຈອນເກືອບວ່າໂດຍກົງ ຜ່ານທາງເສັ້ນທາງຂອງເງົາໜ່ວຍໂລກ. ຖ້າຈະປຽບທຽບ ກໍແມ່ນວ່າ ມັນຂາດໄປພຽງແຕ່ 4 ນາທີ ຂອງການໃຊ້ເວລາດົນທີ່ສຸດທີ່ອາດເປັນໄປໄດ້ ໃນປາກົດການກົບກິນເດືອນ ສາມາດເປັນໄດ້.