ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກການທູດ ສຫລ ທີ່ຮັບໜ້າທີ່ ມາດົນນານ ໄດ້ລາອອກ ກິນເບ້ຍບຳນານ


ຮອງລັດຖະມົນຕີການຕ່າງປະເທດ ທໍມັສ ແຊນນອນ (Thomas Shannon) ໂອ້ລົມກັບພວກນັກຂ່າວ.
ຮອງລັດຖະມົນຕີການຕ່າງປະເທດ ທໍມັສ ແຊນນອນ (Thomas Shannon) ໂອ້ລົມກັບພວກນັກຂ່າວ.

ສະຫະລັດໄດ້ສູນເສຍນັກການທູດມືອາຊີບທີ່ສຳຄັນສຸດທ່ານນຶ່ງແລະເຈົ້າໜ້າທີ່ໝາຍ
ເລກ 3 ຂອງກະຊວງການຕ່າງປະເທດ ດ້ວຍການອອກກິນເບ້ຍບຳນານ ຂອງທ່ານທໍ
ມັສ ແຊນນອນ (Thomas Shannon).

ທ່ານແຊນນອນ ຊຶ່ງເປັນຮອງລັດຖະມົນຕີ ກະຊວງການຕ່າງປະເທດ ທີ່ຮັບຜິດຊອບ
ກ່ຽວ ກັບກິດຈະການດ້ານການເມືອງ ໄດ້ປະກາດ ໃນວັນພະຫັດວານນີ້ວ່າ ທ່ານຈະ ອອກກິນເບ້ຍບຳນານຫຼັງຈາກໄດ້ຮັບໃຊ້ປະທານາທິບໍດີມາ 6 ທ່ານເປັນເວລາເກືອບ
35 ປີ.

ທ່ານເປັນນັກການທູດອາຊີບ ຄົນທີ 4 ທີ່ໄດ້ປະກາດລາອອກ ຫຼັງຈາກ ທ່ານດໍໂນລ
ທຣຳ ເຂົ້າຮັບຕຳແໜ່ງເປັນປະທານາທິບໍດີ ເມື່ອນຶ່ງປີກ່ອນ.

ທ່ານແຊນນອນ ກ່າວຢູ່ໃນຖະແຫຼງການວ່າ “ການຕັດສິນໃຈຂອງຂ້າພະເຈົ້າ ແມ່ນ
ເປັນເລື່ອງສ່ວນຕົວ ແລະຍ້ອນມີຄວາມປະສົງ ທີ່ຈະເອົາໃຈໃສ່ກ່ຽວກັບເລື້ອງຄອບ
ຄົວຂອງຂ້າພະເຈົ້າ ໄຕ່ຕອງຢ່າງຮອບຄອບ ເບິ່ງຊີວິດຂອງຂ້າພະເຈົ້າ ແລະຕັ້ງທິດ
ທາງໃໝ່ ສຳລັບຊຸມປີທີ່ຍັງເຫຼືອຢູ່ນັ້ນ.”

ລັດຖະມົນຕີການຕ່າງປະເທດເຣັກສ໌ ທິລເລີສັນ ກ່າວວ່າ ບຸກຄົນທີ່ມີປະສົບພະການ
ແລະຄວາມຮູ້ຄວາມສາມາດ ລະດັບທ່ານແຊນນອນນີ້ ແມ່ນບໍ່ສາມາດ “ທີ່ຈະຫາມາ
ແທນໄດ້ໃນເວລາຂ້າມຄືນ.”

ໂຄສົກກະຊວງການຕ່າງປະເທດ ທ່ານນາງແຮເຕີ ນາວເອີດ ເອີ້ນທ່ານແຊນນອນວ່າ “ຜູ້ຮັກຊາດ ນັກການທູດ ແລະຄົນອາເມຣິກັນທີ່ຍິ່ງໃຫຍ່.”

ທ່ານແຊນນອນ ເຮັດໜ້າທີ່ຮັກສາການລັດຖະມົນຕີກະຊວງການຕ່າງປະເທດໃນຕອນ
ທ້າຍຂອງລັດຖະບານທ່ານໂອບາມາ ແລະການເຂົ້າຮັບຕຳແໜ່ງຂອງທ່ານທິລເລີສັນ.

ທ່ານແຊນນອນ ໄດ້ເຂົ້າຮັບໜ້າທີ່ ຢູ່ກະຊວງການຕ່າງປະເທດ ໃນປີ 1984 ໃນລັດຖະ
ບານຂອງປະທານາທິບໍດີຣໍໂນລ ເຣແກນໃນເວລານັ້ນ. ທ່ານໄດ້ຮັບໃຊ້ທັງລັດຖະບານ ຂອງພັກຣີພັບບລີກັນ ແລະພັກເດໂມແຄຣັດ ຢູ່ໃນຫຼາຍໆປະເທດຮວມທັງບຣາຊີລ ເວ-
ເນຊູເອລາ ກາເມຣູນ ກາບົງ ແລະອາຟຣິກາໃຕ້.

ທ່ານໄດ້ຕົກລົງທີ່ຈະເຮັດໜ້າທີ່ຕໍ່ໄປ ຈົນກວ່າທາງສະພາສູງຈະໃຫ້ການຮັບຮອງເອົາຜູ້
ທີ່ຖືກແຕ່ງຕັ້ງຄົນໃໝ່ ເພື່ອເຂົ້າຮັບໜ້າທີ່ແທນທ່ານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG