ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

18 ຄົນ ບາດເຈັບ ຍ້ອນລະເບີດແຕກ ຢູ່ລົດໄຟໄຕ້ດິນ ໃນ ລອນດອນ


ບັນດາລົດຕຳຫລວດ ຈອດລຽນກັນຢູ່ຖະໜົນ ໃກ້ກັບ ສະຖານີລົດໄຟໃຕ້ດິນ Parsons Green ທີ່ນະຄອນຫລວງລອນດອນ.
ບັນດາລົດຕຳຫລວດ ຈອດລຽນກັນຢູ່ຖະໜົນ ໃກ້ກັບ ສະຖານີລົດໄຟໃຕ້ດິນ Parsons Green ທີ່ນະຄອນຫລວງລອນດອນ.

ຢ່າງ​ໜ້ອຍ 18 ຄົນ​ໄດ້​ຮັບ​ບາດ​ເຈັບ ຫລາຍ​ຄົນ​ຖືກໄຟ​ໄໝ້ ຫລັງ​ຈາກ​ເຫດ​ລະ​ເບີດ​ແຕກ
​ໃນ​ຕອນ​ເຊົ້າ​ວັນ​ສຸກ​ມື້ີ້ນີ້ ຢູ່​ໃນ​ລົດ​ໄຟ​ທີ່​ແອ​ອັດ​ໄປ​ດ້ວຍ​ຜູ້​ໂດຍສານ​ທີ​ກຳລັງ​ເດີນທາງ​ໄປ
​ການ ​ໃນ​ນະຄອນຫລວງ​ລອນ​ດອນ ທີ່​ພ​ວກ​ເຈົ້າ​ໜ້າ​ທີ່​ເຫັນ​ວ່າ ​ເປັນ​ການ​ກໍ່​ການ​ຮ້າຍ.

ຕຳຫລວດ​ຕິດ​ອາວຸດ​ໄດ້​ລົງ​ໄປ​ສະຖານີ​ລົດ​ໄຟໃຕ້​ດີ​ນ Parson Green ຫລັງ​ຈາກ​ພວກ​
ຄົນ​ເດີນທາງລາຍງານວ່າ ​ເກີດ​ລະ​ເບີດ​ແຕກ​ແລະ​ໄຟ​ໄໝ້. ຕຳຫຼວດ​ລອນ​ດອນ​ກ່າວ​ວ່າ
ລະ​ເບີດ​ທີ່​ເຮັດ​ເອົາ​ເອງ ​ໄດ້​ເປັນ​ແຫລ່ງທີ່​ມາ ​ຂອງ​ໄຟ​ໄໝ້. ຕຳຫລວດ​ກ່າວ​ວ່າ ການ​ສືບ
​ສວນ​ຂອງ​ເຂົາ​ເຈົ້າ ​ກຳລັງ​ໄດ້​ຮັບ​ການ​ສະໜັບສະ ໜູນໂດຍ​ອົງການ MI-5 ຊຶ່ງ​ເປັນອົງ
ການ​ສືບ​ລັບ​ພາຍ​ໃນ​ປະ​ເທດ​ຂອງອັງກິດ.

ລັດຖະມົນຕີການ​ຕ່າງປະ​ເທດອັງກິດ ທ່ານ Boris Johnson ​ໄດ້​ຮ້ອງ​ຂໍໃຫ້ຢູ່​ໃນ​ຄວາມ
​ສະຫງົບ ​ແລະ​ກ່າ​ວວ່າ ມັນ​ເປັນ​ເລື່ອງສຳຄັນ​ທີ່​ບໍ່ໃຫ້​ມີ​ການ​ຄາດ​ເດົາ. ​ເຈົ້າ​ຄອງ​ລອນ​ດອນ
ທ່ານ Sadig Khan ກ່າວ​ວ່າ ນະຄອນຫລວງ​ອັງກິດ “ຈະ ​ບໍ່ຖືກ​ຂົ່ມຂູ່ ຫລືເສຍ​ໄຊ​ໃຫ້​ແກ່​ພວກການ​ກໍ່​ການ​ຮ້າຍ,”

ພວກ​ທີ່ເຫັນເຫດການ​ໄດ້​ກ່າວ​ເຖິງ​ບ່ອນ​ເກີດ​ເຫດວ່າ ມີການ​ການ​ແຕກ​ຕື່ນ.

ນ Chris Wildish ຜູ້​ໂດຍສານ​ຄົນ​ນຶ່ງ ​ຢູ່​ໃນ​ລົດ​ໄຟ​ກ່າວ​ວ່າ ​ໄດ້​ມີ “ແປວໄຟ​ມາບຂຶ້ນ
ຢ່າງ​ໃຫຍ່” ທີ່​ສູງ​ສ່ຳ​ກັບ​ລົດ​ໄຟ ຕິດຕາມ​ມາ​ດ້ວຍ​ກິ່ນ​ເຄມີ. ທ່ານ​ກ່າວ​ວ່າ ພວກ​ເດັກນ້ອຍ
​ຫລາຍ​ຄົນໄດ້ພາກັນ​ຢູ່​ໃນ​ລົດ​ໄຟ ​ແລະເຂົາ​ເຈົ້າ​ໄດ້​ຖືກ ຕຳ​ໄປມາ​ໃນ​ຂະນະ​ທີ່​ຜູ້ໂດຍສານ​
ຢ້ານ​ກົວ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ອອກ​ຈາກ​ລົດໄຟ.

ນີ້ແມ່ນຮູບພາຍຖ່າຍຈາກວີດີໂອ ສະແດງໃຫ້ເຫັນ ສິ່ງຂອງທີ່ຖືກໄຟໄໝ້ ຢູ່ສະຖານີລົດໄຟໄຕ້ດິນ ໃນນະຄອນລອນດອນ.
ນີ້ແມ່ນຮູບພາຍຖ່າຍຈາກວີດີໂອ ສະແດງໃຫ້ເຫັນ ສິ່ງຂອງທີ່ຖືກໄຟໄໝ້ ຢູ່ສະຖານີລົດໄຟໄຕ້ດິນ ໃນນະຄອນລອນດອນ.

ຮູບພາບ​ຖ່າຍຢູ່​ໃນ​ລົດ​ໄຟສະ​ແດງ​ໃຫ້​ເຫັນວ່າ ​ຄຸ​ປລາສຕິກສີ​ຂາວໜ່ວຍນຶ່ງ ຢູ່​ໃນຖົງ
ຮ້ານ​ຄ້າ​ຕະຫລາດ. ​ແປວ​ໄຟ ​ແລະ​ອັນທີ່ປາກົດ​ວ່າ​ເປັນ​ສາຍ​ໄຟສາມາດແນມເຫັນ​ໄດ້.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍໂນ​ລ ທຣໍາ ​ໄດ້​ສົ່ງ​ຂໍ້ຄວາມໂດຍ​ຂຽນ​ລົງໃນ Twitter
​ໃນ​ຕອນ​ເຊົ້າ​ວັນ​ສຸກ​ມື້​ນີ້​ວ່າ “​ເປັນການ​ໂຈມ​ຕີ​ຢູ່​ທີ່​ລອນ​ດອນ​ອີກຄັ້ງນຶ່ງ​ໂດຍພວກ​ຜູ້​ກໍ່
​ການຮ້າຍ​ທີ່​ເສຍ​ໄຊ. ພວກ​ເຫຼົ່ານີ້​ເຮັດແມ່ນ​ພວກ​ທີ່​ປ່ວຍ​ແລະ​ເສຍຈິດ ທີ່ຢູ່​ໃນ​ສາຍຕາ​
ຂອງ​ຕຳຫຼວດລັບ Scotland Yard. ຕ້ອງ​ຄວບ​ຄຸມ​ສະຖານະ​ການ.”

ຕຳຫລວດກຳລັງປິດເຂດ ທີ່ມີລະເບີດແຕກ ໃນນະຄອນລອນດອນ.
ຕຳຫລວດກຳລັງປິດເຂດ ທີ່ມີລະເບີດແຕກ ໃນນະຄອນລອນດອນ.

ນີ້​ແມ່ນ​ສົງ​ໄສ​ເປັນ​ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ​ຄັ້ງທີຫ້າ​ໃນ​ໄລຍະ​ຫົກ​ເດືອນ
ນາຍົກລັດຖະມົນຕີອັງກິດທ່ານ​ນາງ Teresa May ມີ​ກຳນົດ​ທີ່​ຈະ​ເປັນ​ປະທານກອງ​
ປະຊມຸສຸກ​ເສີນ​ຄະນະ​ລັດຖະບານ ​ໃນ​ວັນ​ສຸກ​ມື້ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG