ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພິ​ທີ​ສົ່ງ​ສະ​ການ​ຂອງ​ພະ​ຣາ​ຊີ​ນີ ເອ​ລີ​ຊາ​ເບັດ ຈັດ​ຢູ່​ພະ​ວິ​ຫານ ເວັ​ສ​ມິນ​ສ​ເຕີ ແອບ​ບີ ໃນ​ນະ​ຄອນຫຼວງ ລອນດອນ


ໂລງ​ສົບ​ຂອງ​ພະ​ຣາ​ຊີ​ນີ ເອ​ລີ​ຊາ​ເບັດ ແຫ່ງ​ອັງ​ກິດ ຖືກ​ຫາມ​ໃນ​ຂະ​ນະ​ທີ່​ກະ​ສັດ ຊາ​ລ​ສ໌ ທີ​ສາມ, ມະ​ເຫ​ສີ ຄາ​ມີ​ລາ ແລະ ເຈົ້າ​ຍິງ ແອນ ຍ່າງ​ຕາມ, ພະ​ວິ​ຫານ ເວັ​ສ​ມິນ​ສ​ເຕີ ແອບ​ບີ, ນະ​ຄອນຫຼວງ ລອນ​ດອນ, 19 ກັນ​ຍາ 2022.
ໂລງ​ສົບ​ຂອງ​ພະ​ຣາ​ຊີ​ນີ ເອ​ລີ​ຊາ​ເບັດ ແຫ່ງ​ອັງ​ກິດ ຖືກ​ຫາມ​ໃນ​ຂະ​ນະ​ທີ່​ກະ​ສັດ ຊາ​ລ​ສ໌ ທີ​ສາມ, ມະ​ເຫ​ສີ ຄາ​ມີ​ລາ ແລະ ເຈົ້າ​ຍິງ ແອນ ຍ່າງ​ຕາມ, ພະ​ວິ​ຫານ ເວັ​ສ​ມິນ​ສ​ເຕີ ແອບ​ບີ, ນະ​ຄອນຫຼວງ ລອນ​ດອນ, 19 ກັນ​ຍາ 2022.

ພິ​ທີ​ສົ່ງ​ສະ​ການ​ຢ່າງ​ເປັນ​ທາງ​ການ​ໄດ້​ຖືກ​ຈັດ​ຢູ່​ພະ​ວິ​ຫານ ເວັນ​ມິນ​ສ​ເຕີ ແອບ​ບີ ສຳ​ລັບ​ພະ​ລາ​ຊີ​ນີ ເອ​ລີ​ຊາ​ເບັດ ທີ​ສອງ ຂອງ​ອັງ​ກິດ​ໃນ​ນະ​ຄອນຫຼວງ ​ລອນດອນ, ເຊິ່ງ​ແມ່ນ​ພິ​ທີໂສກ​ເສົ້າ​ທີ່​ເຕັມ​ໄປ​ດ້ວຍຂະ​ບວນ​ແຫ່, ປະ​ເພ​ນີ ແລະ ພິ​ທີ​ກຳ.

ບັນ​ດາ​ປະ​ທາ​ນາ​ທິ​ບໍ​ດີ, ນາ​ຍົກ​ລັດ​ຖະ​ມົນ​ຕີ, ຣາຊະ​ວົງ ແລະ ຜູ້​ມີ​ກຽດ​ຄົນ​ອື່ນໆ​ໄດ້​ເຕົ້າ​ໂຮມ​ກັນ​ໃນ​ວັນ​ຈັນ​ວານນີ້ ເພື່ອ​ກ່າວ​ອຳ​ລາ​ຄັ້ງ​ສຸດ​ທ້າຍ ​ຕໍ່​ພະ​ຣາ​ຊີ​ນີ ​ທີ່​ຄອງ​ຣາດ​ຊະ​ບັນ​ລັງ​ດົນ​ທີ່​ສຸດ​ຂອງ ອັງ​ກິດ. ໃນ​ນັ້ນ​ລວມ​ມີ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ແລະ ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ ຈິ​ລ ໄບ​ເດັນ. ພະຣາ​ຊີ​ນີ ເອ​ລີ​ຊາ​ເບັດ ໄດ້​ຄອງ​ຣາ​ຊະ​ບັນ​ລັງ 70 ປີ ແລະ​ໄດ້​ສິ້ນ​ພະ​ຊົນ​ໃນ​ປະ​ເທດ ສ​ກັອດ​ແລນ ເມື່ອ​ວັນ​ທີ 8 ກັນ​ຍາ​ທີ່​ຜ່ານ​ມາ. ການ​ສິ້ນ​ພະ​ຊົນ​ຂອງ​ພະ​ຣາ​ຊີ​ນີ ເອ​ລິ​ຊາ​ເບັດ ດ້ວຍ​ອາ​ຍຸ 96 ປີ​ໄດ້​ເກີດ​ຂຶ້ນຫຼາຍ​ເດືອນຫຼັງ​ຈາກ ອັງ​ກິດ ໄດ້​ສະ​ເຫຼີມ​ສະ​ຫຼອງການ​ຄ​ອງຣາຊະ​ບັນ​ລັງ 70 ປີຂອງ​ພະ​ອົງ.

ກ່ອນ​ພິ​ທີ​ດົນ​ເປັນ​ຊົ່ວ​ໂມງ​ໃນ​ວັນ​ຈັນ​ວານ​ນີ້, ຂະ​ບວນ​ທະ​ຫານ​ເຮືອ​ຖື​ປືນ​ໄດ້​ແຫ່​ໂລງ​ສົບ​ຂອງ​ພະ​ຣາ​ຊີ​ນີ ເອ​ລີ​ຊາ​ເບັດ ໃນ​ໄລ​ຍະ​ສັ້ນ​ຈາກ​ຫໍ​ພະ​ວິ​ຫານ ເວັ​ສ​ມິນ​ສ​ເຕີ, ບ່ອນ​ທີ່​ສົບ​ຂອງ​ເພິ່ນ​ຖືກດອຍ​ໄວ້ ​ນັບ​ຕັ້ງ​ແຕ່​ອາ​ທິດ​ທີ່​ຜ່ານ​ມາ ແລະ ເປັນ​ບ່ອນ​ທີ່ຫຼາຍ​ພັນ​ຄົນ​ໄດ້​ໄປ​ສະ​ແດງ​ຄວາມ​ເຄົາ​ລົບ ຫຼັງ​ຈາກ​ໄດ້​ຢືນ​ລຽນ​ແຖວທີ່​ຍາວຫຼາຍ​ກິ​ໂລ​ແມັດຫຼາຍ​ຊົ່ວ​ໂມງ​. ໃນ​ວັນ​ຈັນ​ວານນີ້, ປະ​ຊາ​ຊົນ​ໄດ້​ລຽນ​ແຖວ​ຢູ່​ຕາມ​ຖະ​ໜົນ​ນອກ​ພະ​ວິ​ຫານ ​ເພື່ອ​ເປັນ​ສັກ​ຂີ​ພະ​ຍານ​ໃນ​ເຫດ​ການ​ຄັ້ງ​ປະ​ຫວັດ​ສາດ​ດັ່ງ​ກ່າວ.

ສະ​ມາ​ຊິກ​ບາງ​ຄົນ​ຂອງ​ຄອບ​ຄົວ​ໄດ້​ຍ່າງ​ໃນ​ຂະ​ບວນ​ແຫ່​ໄປ​ສູ່​ພະ​ວິ​ຫານ ເວັ​ສ​ມິນ​ສ​ກີ ແອບ​ບີ, ລວມ​ທັງ​ກະ​ສັດ​ຄົນ​ໃໝ່ ຊາ​ລ​ສ໌ ທີ​ສາມ, ນ້ອງ​ຂອງ​ເພິ່ນ​ສາມ​ຄົນ ແລະ ລູກ​ຊາຍ​ສອງ​ຄົນຄື ເຈົ້າ​ຊາຍ​ ວິ​ລ​ລຽມ ແຫ່ງ​ເວ​ລ​ສ໌ ແລະ ເຈົ້າ​ຊາຍ ແຮ​ຣີ, ຂຸນ​ນາງ​ແຫ່ງ ຊັ​ສ​ເຊັ​ກ​ສ໌. ພວກ​ເພິ່ນ​ໄດ້​ເຂົ້າ​ຮ່ວມ​ກັບ​ສະ​ມາ​ຊິກ​ຄອບ​ຄົວ​ຄົນ​ອື່ນໆສຳ​ລັບ​ພິ​ທີ​ສົງ​ສະ​ການ.

ການ​ປະ​ດັບ​ປະ​ດາ​ໂລງ​ສົບ​ແມ່ນ​ມາດ​ຕະ​ຖານ​ຂອງ​ຣາ​ຊະ​ວົງ, ມົງ​ກຸດ​ເພັດ​ອາ​ນາ​ຈັກ​ທີ່​ຍິ່ງ​ໃຫຍ່​ຢອງ​ຢູ່​ເທິງ​ໝອນ​ສີ​ມ້ວງ, ໝາກ​ບານ ແລະ ໄມ້​ຄ້ອນ​ເທົ້າ​ຄຳ ແລະ ການ​ປະ​ດັບ​ປະ​ດາ​ດ້ວຍດອກ​ໄມ້​ຂະ​ໜາດ​ໃຫຍ່.

ພະ​ສັງ​ຄະ​ຣາດ ​ແຫ່ງ ແຄນ​ເທີ​ບູ​ຣີ ຈັ​ສຕິນ ແວ​ລ​ບີ ໄດ້​ກ່າວ ກ່ຽວ​ກັບຄວາມ​ຮັກ​ທີ່ຫຼາຍໆ​ຄົນ​ໄດ້​ສະ​ແດງ​ສຳ​ລັບ​ພະ​ຣາ​ຊີ​ນີ ເອ​ລິ​ຊາ​ເບັດ. ໃນ​ການ​ເທດ​ສະ​ໜາ​ຂອງ​ເພິ່ນ​ເມື່ອ​ວັນ​ຈັນ​ວານນີ້, ພະ​ສັງ​ຄະ​ຣາດໄດ້​ເລົ່າ ກ່ຽວ​ກັບ ການ​ຮັບ​ໃຊ້​ໜ້າ​ທີ່​ຕໍ່​ອັງ​ກິດ, ເຄືອ​ຈັກ​ກະ​ພົບ ແລະ ໂລກ​ຫຼາຍ​ທົດ​ສະ​ວັດ​ຂອງ​ພະ​ຣາ​ຊີ​ນີ. ເພິ່ນ​ໄດ້​ກ່າວ​ວ່າ​ການ​ຮັບ​ໃຊ້​ຂອງ​ພະ​ຣ​າ​ຊີ​ນີ ​ຕໍ່​ປະ​ຊາ​ຊົນຫຼາຍ​ຄົນ​ ມີ​ພື້ນ​ຖານແບບ​ໃນ​ຕົວ​ຂອງ​ພະ​ເຈົ້າ​.

ເຈົ້າ​ອາ​ວາດແຫ່ງ ເວັ​ສ​ມິນ​ສ​ເຕີ, ເດ​ວິດ ຮອຍ, ໄດ້​ເປັນ​ຜູ້​ດຳ​ເນີ​ນ​ພິ​ທີ​ສົ່ງ​ສະ​ການ. ເພິ່ນ​ກໍ​ໄດ້​ເລົ່າ​ ກ່ຽວ​ກັບ ການ​ຮັບ​ໃຊ້​ໜ້າ​ທີ່​ຫຼາຍ​ທົດ​ສະ​ວັດ​ຂອງ​ພະ​ຣາ​ຊີ​ນີ​ເຊັ່ນ​ກັນ, ໂດຍ​ກ່າວ​ຢ້ຳ​ວ່າ​ພະ​ອົງ “ໄດ້​ມີ​ຄວາມ​ໝັ້ນ​ໝາຍທີ່​ແນ່ວ​ແນ່​ຕໍ່​ການ​ຮຽກ​ຮ້ອງ​ທີ່​ສູງ​ໃນຫຼາຍໆ​ປີ​ໃນ​ຖາ​ນະ​ເປັນ​ພະ​ຣາ​ຊີ​ນີ ແລະ ຫົວ​ໜ້າ​ຂອງ​ເຄືອ​ຈັກ​ກະ​ພົບ.” ເພິ່ນ​ຍັງ​ໄດ້​ກ່າວ​ຢ້ຳ​ວ່າ​ພະ​ວິ​ຫານ ເວັ​ສ​ມິນ​ສ​ເຕີ ແອບ​ບີ ເປັນ​ສະ​ຖານ​ທີ່​ແຕ່ງ​ງານ​ຂອງ​ພະ​ຣາ​ຊີ​ນີ​ ເອ​ລີ​ຊາ​ເບັດ ກັບ​ເຈົ້າ​ຊາຍ ຟີ​ລິບ​ ໃນ​ປີ 1947 ແລະ ຣາ​ຊາ​ພິ​ເສກ​ຂອງ​ພະ​ອົງ​ໃນ​ປີ 1953.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG