ຕຳຫລວດໃນນະຄອນລອນດອນກ່າວວ່າ ເຂົາເຈົ້າ “ຕາມລ່າຫາຜູ້ຕ້ອງສົງໄສ” ໃນການ
ສືບສວນຂອງເຂົາເຈົ້າ ເພື່ອພິຈາລະນາວ່າ ໃຜເປັນຜູ້ຮັບຜິດຊອບຕໍ່ການວາງລະເບີດ
ໂຈມຕີ ໃນເວລາຄົນໄປການ ຢູ່ລົດໄຟໃຕ້ດິນຂອງນະຄອນ
ດັ່ງກ່າວ.
ຮອງຜູ້ບັນຊາການຕຳຫຼວດ ທ່ານ Mark Rowley ກ່າວວ່າ ຕຳຫລວດມີ“ເສດ” ຂອງລະເບີດທີ່ເຮັດເອົາເອງທີ່ໄດ້ແຕກເປັນບາງ
ສ່ວນໃນວັນສຸກຕອນເຊົ້າວານນີ້ຢູ່ຕູ້ລົດໄຟໃຕ້ດິນ ທີ່ສະຖານີ Parsons Green.
ບັນດາຮູບພາບຂອງລະເບີດໄດ້ທີ່ນຳອອກເຜີຍແຜ່ທາງສື່ສັງຄົມ ປາກົດສະແດງໃຫ້ເຫັນຄຸເກີດໄຟໄໝ້ ທີ່ໄດ້ວາງໄວ້ ຢູ່ໃນຖົງ ປລາສຕິກໃກກັບທາງອອກຂອງຕູ້ລົດໄຟ.
ນາຍົກລັດຖະມົນຕີອັງກິດ ທ່ານນາງ Theresa May ກ່າວຫລັງຈາກການໂຈມ
ຕີວ່າ ສູນກາງຮ່ວມວິເຄາະການກໍ່ການຮ້າຍຂອງອັງກິດ ໄດ້ຕັດສິນໃຈຍົກລະດັບ
ການຂົ່ມຂູ່ຂອງປະເທດຂຶ້ນເຖິງຂັ້ນ “ຮ້າຍແຮງ” ໝາຍຄວາມວ່າການໂຈມຕີອາດ
ເກີດຂຶ້ນໄດ້ທຸກເວລາ.
ພວກຫົວຮຸນແຮງ ລັດອິສລາມ ຫລື ISIS ໄດ້ອ້າງເອົາຄວາມຮັບຜິດຊອບຕໍ່ການໂຈມຕີ.
ກຸ່ມກໍ່ການຮ້າຍ ເຖີງຢາງໃດກໍດີມີປະຫວັດຂອງການອ້າງເອົາຄວາມຮັບຜິດຊອບຕໍ່ການ
ໂຈມຕີ ທີ່ອາດບໍ່ມີການພົວພັນນຳ.
ບໍ່ດົນຫຼັງຈາກການໂຈມຕີ ຕຳຫຼວດຕິດອາວຸດໄດ້ລົງໄປສະຖານີລົດໄຟໃຕ້ດິນ Parson