ເຫຼືອເວລາອີກບໍ່ເຖິງນຶ່ງອາທິດ ກໍຈະຮອດວັນເປີດງານແຂ່ງຂັນກິລາໂອລິມປິກທີ່ລອນດອນ ປະເທດອັງກິດ ທວນໄຟໂອລິມປິກກໍໄດ້ໄປເຖິງເມືອງເຈົ້າພາບ ໃນລັກສະນະທີ່ຕື່ນຕາ ບໍ່ເຄີຍມີມາກ່ອນ.
ທະຫານມາຣີນໜ່ວຍກ້າຕາຍຫລືກອມມັງໂດຄົນນຶ່ງ ໄດ້ຖືທວນໄຟໂຫນເຊືອກ ລົງຈາກເຮືອບິນເຮລິຄອບເຕີ ສູ່ແຄມແມ່ນໍ້າ Thames ທີ່ມີຊື່ສຽງນັ້ນ ໃນຄືນວັນສຸກຜ່ານມາ.
ການມາເຖິງລອນດອນຂອງທວນໄຟໂອລິມປິກນີ້ ຄາດວ່າຈະສ້າງຄວາມ ຕື່ນເຕັ້ນຢ່າງໃຫຍ່ໃນເມືອງເຈົ້າພາບ ຂະນະທີ່ມີການແລ່ນຖືທວນໄຟນີ້ອອ້ມກຸງລອນດອນເປັນເວລາເຈັດມື້.
ທວນໄຟໂອລິມປິກນີ້ ແມ່ນຈະໄດ້ໃຊ້ເວລາເດີນທາງ 12,800 ຫຼັກກິໂລແມັດ ອ້ອມເກາະອັງກິດ ແລະເກາະອາຍແລນດ໌ ເມື່ອການເດີນທາງຂອງທວນໄຟ ດັ່ງກ່າວສິ້ນສຸດລົງ ພ້ອມກັບພິທີເປີດການແຂ່ງຂັນໂອລິມປິກ ໃນ ວັນທີ 27 ກໍລະກົດ ຄືວັນສຸກອາທິດນີ້.
ເບິ່ງວີດິໂອກ່ຽວກັບການຮັກສາຄວາມປອດໄພສໍາລັບງານແຂ່ງຂັນກິລາໂອລິມປິກ