ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດອັງກິດ ສືບສວນ ການໂຈມຕີ ຢູ່ນອກ ວັດອິສລາມ ທີ່ອາດເປັນການກໍ່ການຮ້າຍ


ຕູບຜ້າເກັບຫລັກຖານ ແລະ ເຈົ້າໜ້າທີ່ຕຳຫຼວດ ສາມາດ
ເຫັນໄດ້ຢູ່ທີ່ ຖະໜົນ Seven Sisters ກຳລັງແນມໄປ
ທາງວັດອິສລາມ ຢູ່ Finsbury Park ຫຼັງຈາກລົດບັນທຸກ ຄັນນຶ່ງ ໄດ້ແລ່ນຕຳພວກຜູ້ຄົນຍ່າງ ຢູ່ພາກເໜືອ ຂອງນະຄອນລອນດອນ, ວັນທີ 19 ມິຖຸນາ 2017.
ຕູບຜ້າເກັບຫລັກຖານ ແລະ ເຈົ້າໜ້າທີ່ຕຳຫຼວດ ສາມາດ ເຫັນໄດ້ຢູ່ທີ່ ຖະໜົນ Seven Sisters ກຳລັງແນມໄປ ທາງວັດອິສລາມ ຢູ່ Finsbury Park ຫຼັງຈາກລົດບັນທຸກ ຄັນນຶ່ງ ໄດ້ແລ່ນຕຳພວກຜູ້ຄົນຍ່າງ ຢູ່ພາກເໜືອ ຂອງນະຄອນລອນດອນ, ວັນທີ 19 ມິຖຸນາ 2017.

ຕຳຫຼວດ ໃນນະຄອນຫຼວງ ລອນດອນ ກ່າວວ່າ ລົດຕູ້ຄັນນຶ່ງ ໄດ້ແລ່ນຕຳພວກຜູ້ຄົນ
ທີ່ຢືນຢູ່ທາງຍ່າງ ນອກວັດອິສລາມ ເມື່ອຕອນແລງວັນອາທິດວານນີ້ ຊຶ່ງເຮັດໃຫ້ 10
ຄົນ ໄດ້ຮັບບາດເຈັບ ໃນການໂຈມຕີທີ່ບັນດາເຈົ້າໜ້າທີ່ຖືວ່າ ເປັນການໂຈມຕີ
ກໍ່ການຮ້າຍ.

ວັດອິສລາມ ໃນເຂດ Finsbury Park, ນະຄອນ ລອນດອນ
ວັດອິສລາມ ໃນເຂດ Finsbury Park, ນະຄອນ ລອນດອນ

​ທ່ານ Neil Basu ຮອງຜູ້ຊ່ວຍຜູ້ບັນຊາການຕຳຫຼວດ ນະຄອນລອນດອນ ຊຶ່ງເປັນ
ຜູ້ປະສານງານເພື່ອການຕໍ່ຕ້ານການກໍ່ການຮ້າຍແຫ່ງຊາດ ຂັ້ນອາວຸໂສ ໄດ້ໃຫ້
ຄວາມກະຈ່າງແຈ້ງ ຕໍ່ບັນດານັກຂ່າວ ໃນວັນຈັນມື້ນີ້ ວ່າ ຜູ້ຊາຍຄົນນຶ່ງ ໄດ້ເສຍຊີວິດ
ຢູ່ທີ່ຈຸດເກີດເຫດ ໃນພາກເໜືອຂອງນະຄອນລອນດອນ ຊຶ່ງຜູ້ກ່ຽວໄດ້ຮັບການພະ
ຍາບານ ໄປແລ້ວ ໃນຂະນະທີ່ການໂຈມຕີໄດ້ເກີດຂຶ້ນ ແລະ ວ່າ ມັນໄວເກີນໄປ
ທີ່ຈະບອກໄດ້ວ່າ ການເສຍຊີວິດຂອງລາວນັ້ນ ແມ່ນກ່ຽວພັນກັບການໂຈມຕີ ຫຼືບໍ່.

ບັນດາເຈົ້າໜ້າທີ່ຕຳຫຼວດ ຢືນຍາມ ຢູ່ຖະໜົນ Fonthill ໃກ້ກັບ ສະຖານີ Finsbury Park ຫລັງຈາກລົດຍານພາຫະນະ ຄັນນຶ່ງ ໄດ້ແລ່ນຕຳ ພວກຄົນຍ່າງແຄມທາງ ໃນພາກເໜືອຂອງນະຄອນ London, ວັນທີ 19 ມິຖຸນາ 2017.
ບັນດາເຈົ້າໜ້າທີ່ຕຳຫຼວດ ຢືນຍາມ ຢູ່ຖະໜົນ Fonthill ໃກ້ກັບ ສະຖານີ Finsbury Park ຫລັງຈາກລົດຍານພາຫະນະ ຄັນນຶ່ງ ໄດ້ແລ່ນຕຳ ພວກຄົນຍ່າງແຄມທາງ ໃນພາກເໜືອຂອງນະຄອນ London, ວັນທີ 19 ມິຖຸນາ 2017.

ບັນດາເຈົ້າໜ້າທີ່ ໄດ້ກ່າວວ່າ ພວກຕຳຫຼວດ ໄດ້ຈັບກຸມ ຜູ້ຂັບລົດຕູ້ ອາຍຸ 48 ປີ
ຜູ້ທີ່ໄດ້ຖືກຄວບຄຸມໂຕໄວ້ ໂດຍມະຫາຊົນຢູ່ໃນຈຸດເກີດເຫດ.

ທ່ານ Basu ກ່າວວ່າ ປາກົດວ່າ ຜູ້ຊາຍດັ່ງກ່າວ ເປັນຜູ້ໂຈມຕີພຽງຄົນດຽວ.
ທ່ານໄດ້ຍົກຍ້ອງພວກຄົນຜູ້ທີ່ໄດ້ຄວບຄຸມໂຕລາວໄວ້ ໂດຍເອີ້ນການຢັບຢັ້ງ
ຂອງພວກເຂົາເຈົ້ານັ້ນ ວ່າເປັນໜ້າ “ສັນລະເສີນ.”

ທ່ານ Basu ກ່າວອີກວ່າ “ອັນທີ່ມັນໄດ້ພິສູດໃຫ້ຂ້າພະເຈົ້າໄດ້ເຫັນ ກໍແມ່ນວ່າ
ຊາວເມືອງລອນດອນ ຈະກະທຳຮ່ວມກັນ ເພື່ອປົກປ້ອງພວກເຂົາເຈົ້າເອງ
ແຕ່ພວກເຂົາເຈົ້າຈະເຮັດເຊັ່ນນັ້ນ ໃນທາງທີ່ບໍ່ສົ່ງເສີມ ການກໍ່ການຮ້າຍ ແລະ
ພວກຫົວຮຸນແຮງ.”

ທ່ານກ່າວຕື່ມວ່າ 10 ຄົນ ທີ່ໄດ້ຮັບບາດເຈບ ແມ່ນມາຈາກປະຊາຄົມຊາວມຸສລິມ
ແລະ ວ່າ ພະນັກງານສືບສວນ ແມ່ນ “ເປີດອົກເປີດໃຈ” ກ່ຽວກັບເຫດຜົນ ສຳລັບ
ການໂຈມຕີນັ້ນ.

ທ່ານ Basu ກ່າວວ່າ “ນີ້ແມ່ນການໂຈມຕີ ຕໍ່ລອນດອນ ແລະ ຊາວເມືອງລອນດອນ
ໝົດທຸກຄົນ ແລະ ພວກເຮົາໝົດທຸກຄົນ ຄວນປຸ້ມລຸມກັນ ຕໍ່ຕ້ານພວກຫົວຮຸນແຮງ
ສຳລັບອັນໃດກໍຕາມທີ່ພວກເຂົາເຈົ້າກໍ່ຂຶ້ນ.”

ທ່ານ Harun Khan ເລຂາທິການໃຫຍ່ ສະພາມຸສລິມຂອງອັງກິດ ໄດ້ກ່າວວ່າ ອີງຕາມ
ການເລົ່າເຫດການ ຈາກພວກພະຍານແລ້ວ ຜູ້ຂັບລົດແມ່ນ “ເກີດມີແຮງຈູງໃຈ ໂດຍ
ຄວາມຢ້ານກົວສາສະໜາອິສລາມ.”

ທ່ານ Khan ກ່າວໃນຖະແຫລງການສະບັບນຶ່ງ ວ່າ “ໃນຂະນະທີ່ພວກເຮົາກຳລັງ
ກ້າວເຂົ້າສູ່ ຊ່ວງສຸດທ້າຍຂອງເດືອນ Ramadan ແລະ ການສະເຫຼີມສະຫຼອງ
ຂອງ Eid ພ້ອມກັນກັບຊາວມຸສລິມ ຫຼາຍໆຄົນກຳລັງພາກັນໄປ ວັດອິສລາມ
ໃນທ້ອງຖິ່ນຢູ່ນັ້ນ ພວກເຮົາກໍຄາດຫວັງວ່າ ພວກເຈົ້າໜ້າທີ່ ຈະເພີ່ມການຮັກສາ
ຄວາມປອດໄພ ຢູ່ດ້ານນອກຂອງວັດອິສລາມທັງຫຼາຍ ຊຶ່ງມັນເປັນເລື່ອງຂອງ
ຄວາມຮີບດ່ວນ.”

Britain Attack
please wait
Embed

No media source currently available

0:00 0:01:32 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG