ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນັກແລ່ນ ມາລາທອນ ທີ່ກຸງລອນດອນ ເປັນນໍ້ານຶ່ງໃຈດຽວ ກັບບອສຕັນ (ວີດິໂອ)


ບັນດານັກແລ່ນ ມາລາທອນ ກໍາລັງພາກັນແຂ່ງຂັນແລ່ນ ຢູ່ກາງ ນະຄອນ ລອນດອນ ໃນວັນອາທິດວານນີ້
ບັນດານັກແລ່ນ ມາລາທອນ ກໍາລັງພາກັນແຂ່ງຂັນແລ່ນ ຢູ່ກາງ ນະຄອນ ລອນດອນ ໃນວັນອາທິດວານນີ້
ບັນຍາ​ກາດ​ແຫ່ງ​ຄວາມ​ມ່ວນ​ຊື່ນ​ແລະ​ທ້າ​ທາຍ​ຕໍ່​ການ​ກໍ່​ການ
​ຮ້າຍແມ່ນ ປົກ​ຄຸມ​ຢູ່​ທົ່ວ ໃນງານ​ແຂ່ງ​ແລ່ນ ມາຣາ​ທອນ ຂອງ
​ກຸງ​ລອນດອນ ປະ​ເທດ​ອັງກິດ ​ໃນ​ວັນ​ອາທິດ​ວານ​ນີ້ ​ເຖິງ​ແມ່ນ
ໄດ້ມີ​ຄວາມ​ເປັນ​ຫ່ວງ ​ຍ້ອນການ​ວາງ​ລະ​ເບີດ​ໃນ​ອາທິດ​ແລ້ວ​ນີ້
ທີ່ນະຄອນ​ບອ​ສຕັນນັ້ນ.

ຫົກ​ມື້​ຫລັງ​ຈາກ​ລະ​ເບີດ​ໄດ້​ແຕກຂື້ນ​ໃກ້​ກັບ​ເສັ້ນ​ໄຊ ທີ່​ນະຄອນ​
ບອສຕັນ ບັນດາ​ນັກ​ແລ່ນ​ໃນ​ກຸງ​ລອນ​ດອນ ​ໄດ້​ສົ່ງ​ສານ​ອັນ​ແຮງ
ກ້າຂອງ​ຄວາມ​ເປັນ​ນໍ້າ​ນຶ່ງ​ໃຈ​ດຽວ​ກັນ ກັບ​ເມືອງບອສຕັນ​ທີ່ຢູ່​ພາກ
​ຕາ​ເວັນ​ອອກສຽງ​ເໜືອ​ຂອງ ສະຫະລັດ ​ແລະບັນດາ​ຜູ້ເຄາະ​ຮ້າຍ.

ກ່ອນ​ການ​ເລີ້ມ​ແລ່ນ​ ມາຣາ​ທອນ ໃນ​ວັນ​ອາທິດ​ວານ​ນີ້ ບັນດາ​ນັກ​ແລ່ນ​ໄດ້​ຢືນ​ຢູ່​ໃນ​ຄວາມສ​ະຫງົບເປັນ​ເວ​ລາ 30 ວິນາ​ທີ ​ເພື່ອ​ໃຫ້ກຽດ​ແກ່​ຜູ້​ເຄາະ​ຮ້າຍຈາກ​ການ​ວາງ​ລະ​ເບີດ ທີ່ບອສຕັນ​. ນີ້​ເປັນ​ການ​ແຂ່ງຂັນ​ ມາຣາ​ທອນ ຄັ້ງທໍາ​ອິດ ຂອງການ​ແຂ່ງຂັນຄັ້ງ​ໃຫຍ່​ຕໍ່​ເນື່ອງ​ກັນຫລາຍໆ​ບັ້ນ​ຂອງ​ໂລກ ນັບ​ຕັ້ງ​ແຕ່ມີ​ການ​ໂຈມ​ຕີ ​ໃນ​ວັນ​ຈັນ​ແລ້​ວນີ້​ທີ່ບອສຕັນ ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ສາມ​ຄົນ ​ແລະ​ໄດ້
ຮັບບາດ​ເຈັບ​ເກືອບ 200 ຄົນ.

ນັກ​ແລ່ນ​ທົນ ຊາວ​ອີທີ​ໂອ​ເປຍ Tsegaye Kebede ​ໄດ້​ຊະນະ​ເລີດໃນການ​ແຂ່ງຂັນ​ຝ່າຍ​ຊາຍ ​ໂດຍໃຊ້​ເວລາ ສອງ​ຊົ່ວ​ໂມງ ຫົກ​ນາທີ ​ກັບສີ່​ວິນາທີ. ນັກ​ແລ່ນ​ຍິງຊາວ​ເຄັນຢາ ນາງ
Priscah Jeptoo ​ໄດ້​ເປັນແຊ​ມປ້ຽນ​ຜູ້ຍິງ ​ໂດຍ​ໃຊ້​ເວລາ​ແລ່ນ​ໄລຍະ​ທາງ 45 ກິ​ໂລ​ແມດ
ນັ້ນ​ 2 ​ຊົ່ວ​ໂມງ 20 ນາທີ ກັບ 15 ວິນາທີ.

ມີ​ນັກ​ແລ່ນປະມານ 34,000 ຄົນ ເຂົ້າຮ່ວມແຂ່ງຂັນ​ໃນ​ກຸງ​ລອນ​ດອນ. ບັນດາ​ຜູ້​ຈັດການ​ແຂ່ງຂັນ ​ໄດ້ປະກາດວ່າ ຈະບໍລິຈາກ​ເງິນ $3 ​ໂດ​ລ່າ ຕໍ່​ນັກ​ແລ່ນ​ທີ່ແລ່ນ​ຈົບແຕ່ລະຄົນ ​ເຂົ້າ​
ໃສ່​ກອງ​ທຶນ “The One Fund Boston” ​ທີ່​ໄດ້​ຕັ້ງ​ຂຶ້ນ​ເພື່ອຫາເງິນ​ຊ່ວຍ​ເຫລືອ​ ​ບັນດາຜູ້
ໄດ້​ຮັບເຄາະ​ ຈາກ​ການວາງ​ລະ​ເບີດ ທີ່​ບອສຕັນ​ນັ້ນ.
London Marathon Runners in Solidarity With Boston
please wait

No media source currently available

0:00 0:02:02 0:00
ລິງໂດຍກົງ

ຢູ່​ນະຄອນ​ນິວຢອກ ຊາວເມືອງ​ນິວຢອກຫລາຍ​ພັນ​ຄົນ ພາກັນ​ນຸ່ງ​ເສື້ອ​ຍຶດ ທີ່ຂຽນ​ຂໍ້ຄວາມ​
ວ່າ “ຂ້ອຍ​ແລ່ນ​ໃຫ້​ແກ່​ບອສຕັນ” ພາກັນ​ແລ່ນ​ໄລຍະ​ທາງ 6.4 ກິ​ໂລແມດ ​ໃນ​ວັນ​ອາທິດ​
ວານ​ນີ້ ຢູ່ສວນ CentralPark ​ໃຈກາງ​ເມືອງ ຊຶ່ງ​ເປັນນຶ່ງໃນຈໍານວນ​ການ​ແລ່ນ​ຫລາຍໆ​ບັ້ນ
ທີ່​ຈັດ​ຂື້ນ​ຢູ່ທົ່ວ​ປະ​ເທດ ​ເພື່ອສະ​ແດງການ​ສະໜັບສະໜຸນແກ່​ບັນດາ​ຜູ້​ເຄາະ​ຮ້າຍ​ ​ໃນການ​
ວາງ​ລະ​ເບີດ​ຢູ່​ບ່ອນ​ແລ່ນ​ມາຣາທອນ ທີ່​ບອສຕັນ​ນັ້ນ.

ການ​ແຂ່ງແລ່ນ ຍັງ​ໄດ້​ຈັດ​ຂື້ນ​ທີ່ ​ເມືອງ St Louis ລັດ Missouri, San Francisco ລັດ
California, Lansing ລັດ Michigan, Burlington ​ໃນ​ລັດ Vermont ນໍາ.

ວີດິໂອ: ລອນດອນເອົາມາດຕະການ ປ້ອງກັນຄວາມປອດໄພເພີ້ມຂຶ້ນ ລ່ວງໜ້າການແຂາງແລ່ນມາຣາທອນ:

London Revs Up Security for London Marathon
please wait

No media source currently available

0:00 0:02:38 0:00
ລິງໂດຍກົງ
XS
SM
MD
LG