ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມ ໃນລອນດອນ ວາງເປົ້າໝາຍໃສ່ການບູລະນະສ້າງສາ ຢູເຄຣນ ຄືນໃໝ່


ລັດຖະມົນຕີການຕ່າງປະເທດອັງກິດ ທ່ານເຈມສ໌ ເຄລເວີລີ, ຊ້າຍ, ຕ້ອນຮັບລັດຖະມົນຕີດ້ານການຮ່ວມມືທາງເສດຖະກິດ ແລະການພັດທະນາ ທ່ານນາງສເວັນຈາ ໂຊລສ໌ (Svenja Schulze) ຢູ່ທີ່ກອງປະຊຸມເພື່ອການບູລະນະສ້າງສາປະເທດຢູເຄຣນຄືນໃໝ່, ໃນພາກຕາເວັນອອກຂອງນະຄອນຫຼວງລອນດອນ, ວັນທີ 21 ມິຖຸນາ 2023.
ລັດຖະມົນຕີການຕ່າງປະເທດອັງກິດ ທ່ານເຈມສ໌ ເຄລເວີລີ, ຊ້າຍ, ຕ້ອນຮັບລັດຖະມົນຕີດ້ານການຮ່ວມມືທາງເສດຖະກິດ ແລະການພັດທະນາ ທ່ານນາງສເວັນຈາ ໂຊລສ໌ (Svenja Schulze) ຢູ່ທີ່ກອງປະຊຸມເພື່ອການບູລະນະສ້າງສາປະເທດຢູເຄຣນຄືນໃໝ່, ໃນພາກຕາເວັນອອກຂອງນະຄອນຫຼວງລອນດອນ, ວັນທີ 21 ມິຖຸນາ 2023.

ປະທານາທິບໍດີຂອງຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ກ່າວວ່າ ການຊ່ວຍເຫຼືອຟື້ນຟູປະເທດຂອງທ່ານ ຈາກການຮຸກຮານຂອງ ຣັດເຊຍ ໝາຍເຖິງຄວາມສາມັກຄີ, ສະຖຽນລະພາບ ແລະ ປະຊາທິປະໄຕ, ​ພ້ອມທັງເປັນການສ້າງວຽກເຮັດງານທໍາແລະສ້າງຜົນປະໂຫຍດໃຫ້ແກ່ປະເທດຕ່າງໆຢູ່ໃນທົ່ວໂລກ, ໃນລະຫວ່າງທີ່ທ່ານກ່າວ​ຄຳປາໄສຢູ່ທີ່ກອງປະຊຸມກ່ຽວກັບການຟື້ນຟູຢູເຄຣນໃນວັນພຸດວານນີ້ ເຊິ່ງຈັດຂຶ້ນໃນນະຄອນຫຼວງລອນດອນ.

“ໂດຍການບູ​ລະ​ນະ​ສ້າງ​ສາ ຢູເຄຣນ ຄືນໃໝ່ນີ້, ພວກເຮົາກໍາລັງສ້າງ​ສາຫຼາຍ​ໄປກວ່າປະເທດດຽວ, ພວກເຮົາກໍາລັງສ້າງ​ສາໂລກຄືນໃໝ່,” ທ່ານເຊເລັນສກີ ກ່າວຢູ່ໃນ​ຄຳປາໄສຜ່ານວີດີໂອຂອງທ່ານ. “ມັນຈະເປັນສັນຕິພາບທີ່ສະຫງົບສຸກບໍ? ມັນຈະໝັ້ນຄົງບໍ? ມັນຈະເປັນປະຊາທິປະໄຕຫຼືບໍ່? ມັນຂຶ້ນຢູ່ກັບພວກເຮົາທຸກໆຄົນ.”

ຢູເຄຣນ ແລະອັງກິດ ເປັນເຈົ້າພາບຈັດການປະຊຸມສອງມື້ຮ່ວມກັນ, ເຊິ່ງໄດ້ນໍາເອົາບັນດາຜູ້ນໍາຈາກ 60 ປະເທດເຂົ້າຮ່ວມ ພ້ອມທັງບັນດາເຈົ້າໜ້າທີ່ຈາກພາກເອກະຊົນ.

“ປະຊາຄົມສາກົນເຂົ້າມາຮ່ວມກັນໃນມື້ນີ້ພ້ອມດ້ວຍການແບ່ງປັນຄວາມເຊື່ອໝັ້ນ ແລະຄວາມໝັ້ນໃຈ ໃນອະນາຄົດຂອງປະເທດຢູເຄຣນ,” ລັດຖະມົນຕີການຕ່າງ ປະເທດຂອງອັງກິດ ທ່ານເຈມສ໌ ເຄລເວີລີ (James Cleverley) ກ່າວຕໍ່ກອງປະຊຸມ.

ທ່ານເຄລເວີລີ ກ່າວວ່າ ມັນຢູ່ໃນຄວາມສົນໃຈຂອງປະເທດຕ່າງໆໃນທົ່ວໂລກທີ່ ຢູເຄຣນ ຈະຕ້ອງມີຄວາມເຂັ້ມແຂງຂຶ້ນຫຼາຍກວ່າທີ່ເຄີຍເປັນມາ ແລະນັ້ນ “ແມ່ນແຜນການຂອງຊາວຢູເຄຣນ ເພື່ອອະນາຄົດທີ່ດີກວ່າ.”

ອັງກິດກ່່າວເພັ່ງເລັງໃສ່ຈຸດສົນໃຈສະເພາະ ລວມມີດ້ານເທັກໂນໂລຈີ, ໂລຈິສຕິກ, ພະລັງງານສີຂຽວ, ດ້ານກະສິກໍາ, ດ້ານສຸຂະພາບ ແລະດ້ານພື້ນຖານໂຄງລ່າງ.

ນາຍົກລັດຖະມົນຕີອັງກິດ ທ່ານຣີຊີ ຊູນາກ ປະກາດເງິນກູ້ຢືມຄໍ້າປະກັນຈາກທະນາຄານໂລກ 3 ຕື້ໂດລາ ເຊິ່ງເປັນສ່ວນນຶ່ງຂອງການສະໜັບສະໜຸນໃໝ່ທາງການເງິນສໍາລັບ ຢູເຄຣນ, ໂດຍຈະຊ່ວຍສະໜັບສະໜຸນດ້ານບໍລິການສັງຄົມເຊັ່ນ: ທາງດ້ານໂຮງໝໍ ແລະໂຮງຮຽນຕ່າງໆ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG