ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມລອນດອນ ແມ່ນ​ແນໃສ່ການ​ບູ​ລະ​ນະສ້າງສາຢູເຄຣນຄືນໃໝ່


ລັດຖະມົນຕີຕ່າງປະເທດອັງກິດ ທ່ານເຈມສ໌ ຄລີເວີລີ (ຊ້າຍ) ຕ້ອນຮັບ ລັດຖະມົນຕີ ການຮ່ວມມືເສດຖະກິດ ແລະພັດທະນາ ເຢຍຣະມັນ ທາ່ນນາງສະເວນຈາ ສຸວາດ ທີ່ກອງປະຊຸມ​ບູ​ລະ​ນະ​ສ້າງ​ສາຢູເຄຣນ ທີ່​ເຂດລອນດອນຕາເວັນອອກ ວັນທີ 21 ມິຖຸນາ 2023
ລັດຖະມົນຕີຕ່າງປະເທດອັງກິດ ທ່ານເຈມສ໌ ຄລີເວີລີ (ຊ້າຍ) ຕ້ອນຮັບ ລັດຖະມົນຕີ ການຮ່ວມມືເສດຖະກິດ ແລະພັດທະນາ ເຢຍຣະມັນ ທາ່ນນາງສະເວນຈາ ສຸວາດ ທີ່ກອງປະຊຸມ​ບູ​ລະ​ນະ​ສ້າງ​ສາຢູເຄຣນ ທີ່​ເຂດລອນດອນຕາເວັນອອກ ວັນທີ 21 ມິຖຸນາ 2023

ອັງກິດ ແລະຢູເຄຣນ ຮ່ວມກັນເປັນເຈົ້າພາບຈັດກອງປະຊຸມສອງວັນ ເພື່ອໃຫ້ ການສະໜັບສະໜູນການບູ​ລະ​ນະສ້າງສາຢູເຄຣນຄືນໃໝ່ແລະ​ຟື້ນ​ໂຕ​ຄືນຈາກ ການຮຸກຮານຂອງຣັດເຊຍ ທີ່ໄດ້ເລີ້ມມາແຕ່ປີກາຍນີ້.

ກອງປະຊຸມ​ໃນວັນພຸດ ແລະວັນພະຫັດ ຢູ່ນະຄອນຫຼວງລອນດອນກຳລັງນຳເອົາບັນດາຜູ້ນຳຈາກ 60 ປະເທດເຂົ້າ​ຮ່ວມພ້ອມທັງພວກເຈົ້າໜ້າທີ່ບໍລິສັດເອກກະຊົນ.

ອັງກິດ ໄດ້ກ່າວເຖິງ​ຂົງເຂດ​ທີ່ສະເພາະເຈາະຈົງທີ່​ແນ​ໃສ່ ແມ່ນຮວມທັງເທັກໂນໂລຈີ ແຜນ​ລໍ​ຈິ​ສ​ຕິກ ພະລັງງານສະອາດ ການກະເສດ ອະນາໄມ ແລະ​ພື້ນ​ຖານໂຄງ​ລ່າງ.

​ສຳ​ນັກ​ງານຂອງນາຍົກລັດຖະມົນຕີອັງກິດ ທ່ານຣີຊີ ​ຊູນາກ ໄດ້ປະກາດ ​ການ ຄໍ້າປະກັນໃນ​ການ​ກູ້ເງິນຢືມ 3 ພັນລ້ານໂດລາ ຈາກທະນາຄານໂລກ ອັນເປັນພາກສ່ວນ​ນຶ່ງ ເພື່ອສະໜັບສະໜູນໂຄງການສຳລັບຢູເຄຣນ ເພື່ອຈະໃຫ້ການບໍລິ
ການແກ່ສາທາລະນະ ເຊັ່ນວ່າໂຮງໝໍ ແລະໂຮງຮຽນ.

“ຄຳຖາມສຳລັບພວກເຮົາມື້ນີິ້ຄື ພວກເຮົາສາມາດເຮັດຢ່າງໃດໃນການສະໜັັບສະໜູນເລື້ອງນີ້ ເພື່ອໃຫ້ການຟື້ນ​ຟູຢ່າງໄວ ແລະຊ່ວຍໃຫ້ຢູເຄຣນໄດ້ຮັບໂອກາດ. ພວກເຮົາຕ້ອງນຳມາ ຄູ່ຮ່ວມ​ມື​ກັບລັດຖະບານ ສະຖາບັນການເງິນສາກົນ ແລະບັນດາຜູ້ນຳທຸລະກິດ ພວກເຮົາທັງໝົດຢູ່ທີ່ນີ້​ໃນມື້ນີ້ ເພື່ອເຮັດໃຫ້ເກີດຂຶ້ນ” ທ່ານຊູນາກ ໄດ້ກ່າວຢູ່ໃນຖະແຫລງການ ກ່ອນເປີດກອງປະຊຸມ.

ຫ້ອງການທ່ານຊູນາກ ຍັງກ່າວວ່າ 400 ບໍລິສັດ ຈາກ 38 ປະເທດ ໄດ້ປະ ກາດໃຫ້ການສະໜັບສະໜູນໃນ​ການ​ຟື້ນ​ຟູ ແລະ​ບູ​ລະ​ນະ​ສ້າງ​ສາໃນຢູເຄຣນ.

“ຄວາມຕ້ອງການ​ສຳ​ລັບ​ການ​ບູ​ລະ​ນະ​ສ້າງ​ສາຢູເຄຣນຄືນໃໝ່ມີ ແລະຈະມີ ຢ່າງຫລວງຫລາຍ” ລັດຖະມົນຕີຕ່າງປະເທດອັງກິດ ທ່ານເຈມສ໌ ຄເລີເວີລີ ໄດ້ກ່າວໃນວັນອັງຄານວານນີ້. ຕະຫລອດມາດຕະການໃໝ່ມື້ນີ້ ພວກເຮົາພ້ອມພຽງການເຂົ້າຫາການລົງໂທດຂອງອັງກິດ ຢືນຢັນວ່າ ອັງກິດ ກຳລັງກະກຽມທີ່ຈະໃຊ້ການລົງໂທດຕ່າງໆເພື່ອຄຳປະກັນໃຫ້ຣັດເຊຍຈ່າຍ​ຄ່າ​ຊົດ​ເຊີຍການ​ບູ​ລະ​ນະປະເທດ ທີ່ຕົນໄດ້ໂຈມຕີຢ່າງ​ຂາດ​ຄວາມ​ຮັບ​ຜິດ​ຊອບ​ທີ່ສຸດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG