ຕຳຫລວດລອນດອນກ່າວວ່າ ຜູ້ຊາຍສາມຄົນທີ່ໄດ້ຂັບລົດຕູ້ຕຳພວກຄົນຍ່າງ ຢູ່ຂົວ
ລອນດອນນັ້ນ ທຳອິດໄດ້ພະຍາຍາມທີ່ຈະເຊົາລົດຂົນສົ່ງທີ່ໃຫຍ່ກວ່າ ທີ່ສາມາດບັນ
ທຸກເຄື່ອງໄດ້ 7.5 ໂຕນ ແລະສາມາດເຮັດໃຫ້ເກີດຄວາມເສຍຫາຍຫລາຍກວ່າ
ແຕ່ວ່າການຈ່າຍເງິນຂອງເຂົາເຈົ້າບໍ່ຜ່ານ.
ຜູ້ບັນຊາການທ່ານ Dean Haydon ຫົວໜ້າຕຳຫລວດບັນຊາການຕ້ານການກໍ່ການ
ຮ້າຍ ກ່າວວ່າ ບັນດາຜູ້ສືບສວນໄດ້ພົບເຫັນແກ້ວເຫລົ້າແວ້ງສິບສາມແກ້ວ ຢູ່ທາງຫລັງ
ລົດຕູ້ ທີ່ປະກົດວ່າ ເຕັມໄປດ້ວຍຂອງແຫລວທີ່ເບົາກວ່າ. ຕຳຫລວດເຊື່ອວ່າ ແກ້ວ
ເຫລົ່ານີ້ ແມ່ນມີລະເບີດເຫລົ້າ Molotov ທີ່ຈະໃຊ້ໃນການໂຈມຕີຕໍ່ໄປອີກ.
ທ່ານ Haydon ກ່າວວ່າ ພວກເຂົາເຈົ້າຍັງກຳລັງສອບຖາມເອົາຂໍ້ມູນຈາກ ສາທາ
ລະນະຊົນກ່ຽວກັບມີດເຫລື້ອມສີບົວ ທີ່ໄດ້ໃຊ້ໃນການໂຈມຕີຢູ່ຕະຫລາດ Borough
ນັ້ນ.ທ່ານກ່າວວ່າ ມີດໃຊ້ໃນເຮືອນຄົວທີ່ຍາວ 30 ຊັງຕີແມັດນັ້ນ ບໍ່ຄ່ອຍມີ ແລະຕຳ
ຫລວດຢາກຈະຮູ້ວ່າ ມີດເຫລົ່ານີ້ມາຈາກໃສ.
ຄົນເສຍຊີວິດທັງໝົດແມ່ນ 8 ຄົນຍ້ອນການໂຕມຕີໃນວັນທີ 3 ມິຖຸນາ ແລະເກືອບ 50
ຄົນໄດ້ຮັບບາດເຈັບ. ຜູ້ເຄາະຮ້າຍສາມຄົນໄດ້ເສຍຊີວິດ ພາຍຫລັງທີ່ຖືກລົດຕູ້ຕຳເອົາ
ຢູ່ຂົວລອນດອນ ແລະ 5 ຄົນຖືກແທງຈົນຕາຍຢູ່ຕະຫລາດ Borough. ຜູ້ໂຈມຕີສາມ
ຄົນໄດ້ຖືກຍິງຕາຍໂດຍຕຳຫລວດ ໃນແປດນາທີ ພາຍຫລັງທີ່ໄດ້ຮັລໂທລະສັບສຸກເສີນ
ເທື່ອທຳອິດ.