ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

AI ຊ່ວຍໃຫ້ຄົນທີ່ມີຄວາມບົກຜ່ອງໃນການເວົ້າ ສາມາດອອກສຽງໄດ້ຈະແຈ້ງຂຶ້ນ


AI ຊ່ວຍໃຫ້ຄົນທີ່ມີຄວາມບົກຜ່ອງໃນການເວົ້າ ສາມາດອອກສຽງໄດ້ຈະແຈ້ງຂຶ້ນ

ເທັກໂນໂລຈີ​ລ້ຳ​ໜ້າທີ່ໃຊ້ປັນຍາປະດິດຊ່ວຍ ຫລື AI-assisted ສາມາດຊ່ວຍ ໃຫ້ຄົນທີ່ມີຄວາມບົກຜ່ອງໃນການເວົ້າອອກສຽງແບບທໍາມະຊາດຂອງເຂົາເຈົ້າໄດ້ ເຊິ່ງເຮັດໃຫ້ຫຼາຍລ້ານຄົນມີໂອກາດໂອ້ລົມສົນທະນາຢ່າງຈະແຈ້ງຂຶ້ນຫຼາຍກວ່າເກົ່າ. Julie Taboh ນັກຂ່າວ​ວີ​ໂອ​ເອ ມີ​ລາຍ​ການ​ເພີ່ມ​ເຕີມ​ໃນ​ລາຍ​ການ LogOn ມື້ນີ້ ຊຶ່ງ ບົວສະຫວັນຈະນໍາເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ທ່ານ ຢໍຣິສ ແຄສເທີແມນສ໌ (Joris Castermans) ພວມຊື່ມໃສ່ໄມໂຄຣໂຟນວ່າ: "ແລະຂ້ອຍກໍາລັງຊື່ມຢູ່ ... "

ທ່ານແຄສເທີແມນສ໌ ປາກຜ່ຳໜ້ອຍນຶ່ງ.

ທ່ານແຄສເທີແມນສ໌, ຜູ້ກໍ່ຕັ້ງແລະຫົວໜ້າຜູ້ບໍລິຫານ ຫລື CEO ຂອງບໍລິສັດວິສພ໌ (Whispp) ໃຫ້ການສໍາພາດກັບວີໂອເອຜ່ານທາງ Zoom ວ່າ:
“ຂ້ອຍເປັນຄົນທີ່ປາກຜໍ່າໜ້ອຍນຶ່ງ…”

ແຕ່​ກໍ​ເໝືອນກັນກັບ​ຫຼາຍ​ຄົນ​ທີ່​ເປັນປາກຜໍ່າ ເມື່ອ​ລາວ​ຊື່ມວ່າ… “ເຈົ້າໄດ້ຍິນສຽງຊື່ມຂອງຂ້ອຍບໍ່…”

ສຽງປາກ​ຂອງ​ລາວ ​ແມ່ນ​ຄ່ອງ​ແຄ້ວ ແລະບໍ່​ມີ​ຂໍ້​ບົກ​ຜ່ອງຫຍັງເລີຍ.

ທ່ານແຄສເທີແມນສ໌ກ່າວຜ່ານ Zoom ອີກວ່າ:

"ຍ້ອນວ່າເມື່ອທ່ານຊື່ມ, ທ່ານບໍ່ໄດ້ໃຊ້ຫລອດສຽງສູງຂອງທ່ານ."

ນີ້ຄືຄໍາອະທິບາຍເຖິງເຫດຜົນທີ່ວ່າ ເປັນຫຍັງຄົນທີ່ເວົ້າສະດຸດຫຼາຍ ສາມາດຫຼຸດຜ່ອນຄວາມຖີ່ໃນການເວົ້າອອກສຽງທີ່ກະຕຸກກະຕັກຂອງເຂົາເຈົ້າລົງໄດ້ຫຼາຍເຖິງ 85 ເປີເຊັນ ໃນຕອນທີ່ເຂົາເຈົ້າຊື່ມ.

ຄວາມຈິງທີ່ຫນ້າອັດສະຈັນນັ້ນ ໄດ້ເປັນ​ແຮງບັນດານໃຈທ່ານ ແຄສເທີແມນສ໌ ໃຫ້ພັດທະນາ Whispp ຊຶ່ງເປັນເທັກໂນໂລຈີດ້ານສຽງທີ່ມີ AI ຊ່ວຍ ແລະເປັນແອັບພລີເຄຊັນ ໂທລະສັບມື​ຖື ທີ່ສາມາດສ້າງຄວາມເຂັ້ມແຂງໃຫ້ຄົນທີ່ປາກຜໍ່າ ແລະມີຄວາມບົກຜ່ອງໃນການອອກສຽງ ໃຫ້ສາມາດເວົ້າໄດ້ຢ່າງຈະແຈ້ງຫຼາຍຂຶ້ນ.

ນຶ່ງໃນພວກຄົນເຫຼົ່ານັ້ນ ກໍຄືທ່ານຈອຣຈ໌ ຄອສເຕີ (George Coster), ຜູ້ທີ່ມີຫຼອດສຽງເປັນອໍາມະພາດ.

ທ່ານຄອສເຕີຊື່ມວ່າ “ຕັ້ງແຕ່ນັ້ນມາ, ຂ້ອຍເວົ້າແບບນີ້ຫລະ…”

ແຕ່ຍ້ອນເທັກໂນໂລຈີ Whispp, ທ່ານ ຄອສເຕີ (Coster) ສາມາດໄດ້ຍິນສຽງເກົ່າຂອງລາວ, ທີ່ມີນໍ້າສຽງສົມບູນຂອງລາວຄືນອີກ.

ທ່ານຊື່ມວ່າ: “ສະບາຍດີ, ຂ້ອຍຊື່ ຈອຣຈ໌ ຄອສເຕີ (George Coster)…”

ທ່ານຊື່ມດ້ວຍສຽງແຫບແຫ້ງວ່າ: "ຂ້ອຍບໍ່ເຄີຍໄດ້ຍິນສຽງຂອງຂ້ອຍເອງຈັກເທື່ອ!"

ຜູ້​ໃຊ້​ແອັປຍັງສາ​ມາດ​ເລືອກ​ທີ່​ຈະ​ປັບ​ສຽງແອບພລີເຄຊັນ Whispp ຂອງ​ເຂົາ​ເຈົ້າ ໃຫ້ເໝາະ​ສະເພາະ​ຕົວ​ຂອງຕົນເອງໄດ້ອີກ ໂດຍ​ການ​ບັນ​ທຶກ​ໄວ້ໃນ app ຫຼື​ໃຊ້​ສຽງທີ່ມາຈາກການບັນ​ທຶກ​ສຽງເກົ່າ ທີ່ສົມບູນຂອງເຂົາເຈົ້າ​.

ທ່ານຣູດ ແວນ ນໍເດນ (Ruud van Noorden) ເວົ້າດ້ວຍສຽງທີ່ຜິດປົກກະຕິ.

ທ່ານໄດ້ຜ່ານການຜ່າຕັດມາແລ້ວ ເຊິ່ງເປັນການຜ່າຕັດເອົາກ່ອງສຽງຂອງລາວ ອອກ.

ແຕ່ເທັກໂນໂລຈີ AI ທີ່ທັນສະະໄໝຂອງ Whispp, ທ່ານເວົ້າດ້ວຍສຽງທີ່ເປັນປົກ ກະຕິໄດ້.

ຊຶ່ງເປັນການສູດລົມຫາຍໃຈແຫ່ງຊີວິດເຂົ້າໄປໃນສຽງຂອງລາວ ເຮັດໃຫ້ລາວເວົ້າ ອອກສຽງແບບເກົ່າ ແບບທໍາມະຊາດຂອງລາວໄດ້ຕະຫຼອດເວລາ.

ຜູ້ໃຊ້ເທັກໂນໂລຈີທີ່ວ່ານີ້ ເຊັ່ນທ່ານແວນ ນໍເດນ ຍັງສາມາດໂທດ້ວຍແອັບນີ້ ແລະໂທລົມທາງວິດີໂອໄດດ້ວຍ.

ທ່ານ ແຄສເທີແມນສ໌ ກ່າວຜ່ານທາງ Zoom ວ່າ:

"ສະພາບການທີ່ເໝາະສົມທີ່ສຸດກໍຄື ມີການສົນທະນາແບບບໍ່ມີການຂັດສົນຫຍັງ ໂດຍທີ່ມີສຽງເວົ້າ ອອອກມາຢ່າງຫລ່ຽນໄຫລ ບໍ່ມີການຊັກຊ້າ. ຄວາມຝັນອັນໃຫຍ່ ຫຼວງ ແລະແຮງກ້າຂອງພວກເຮົາ ກໍຄືຢາກຈະໃຫ້ມີແອັບ Whispp ໃນໂທລະສັບ ມືຖື ຫລື ສມາດໂຟນ ແຕ່ລະໜ່ວຍ ແລະໃນແລັບທັອບຢູ່ທົ່ວໂລກ.”

ທ່ານແຄສເທີແມນສ໌ ເວົ້າອີກວ່າເທັກໂນໂລຈີນີ້ ໄດ້ຖືກອອກແບບມາເພື່ອປ່ຽນ ແປງບໍ່ພຽງແຕ່ສຽງເວົ້າ ແຕ່ຍັງປ່ຽນຄຸນນະພາບຊີວິດຂອງຄົນອີກດ້ວຍ.

ທ່ານຈອຣຈ໌ ຄອສເຕີ ເວົ້າວ່າ “ມັນ​ດີ ພິເສດຂະໜາດເລີຍ​!”

ອ່ານລາຍງານເປັນພາສາອັງກິດຂ້າງລຸ່ມນີ້:

Groundbreaking AI-assisted technology can help people with voice disorders to speak in their natural voice, giving millions of people a chance to have clearer conversations. VOA’s Julie Taboh has more in this week’s episode of LogOn.

Joris Castermans whispering into microphone: “And I’m whispering…”

Joris Castermans has a slight stutter.

Joris Castermans, Whispp Founder and CEO in an interview via ZOOM:

“I'm a a a light stutterer...”

But like many people who stutter, when he whispers…

Joris Castermans, Whispp Founder and CEO:

“Can you hear my whisper…”

… his speech is fluent and flawless.

Joris Castermans, Whispp Founder and CEO via Zoom:

“Because when you are whispering, you don't use your vocal cords.”

This explains why people with severe stutters can reduce their stuttering frequency by as much as 85 percent while whispering.

That amazing fact inspired Castermans to develop Whispp; an AI-assisted voice technology and calling app, that can empower people with severe stutters and voice disorders to speak more clearly.

One of those people is George Coster, who has vocal cord paralysis.

George Coster: “Since then, I speak like this…” in a whisper

But thanks to Whispp technology, Coster was able to hear his old, healthy voice again.

George Coster: “Hello, my name is George Coster…”

George Coster: “I never heard my own voice!”

Users can choose to personalize their Whispp voice with in-app recordings or use recordings from their past healthy voice.

Ruud van Noorden speaks with distorted voice

Ruud van Noorden has undergone a total laryngectomy, which is a surgery to remove his voice box.

But Whispp’s advanced AI technology, Ruud van Noorden speaks with normal voice breathes life into his voice, allowing him to speak in his old, natural voice, in real time.

Users like van Noorden can also make in-app phone and video calls.

Joris Castermans, Whispp Founder and CEO, via Zoom

“The ideal situation is to have a seamless conversation with a flow, without a delay. ((///)) Our big, bold dream would be to have Whispp in each smartphone and laptop worldwide.”

Castermans says the technology is designed to transform not just speech, but people's quality of life.

George Coster: – “It’s remarkable!”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG