ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການຫ້າມ ອອກນອກບ້ານ ປ້ອງກັນບໍ່ໃຫ້ຫຼາຍລ້ານຄົນ ເສຍຊີວິດ ຍ້ອນໂຄວິດ-19


ຜູ້ຊາຍຄົນນຶ່ງຍ່າງຜ່ານ ໂຮງຮູບເງົາ El Capital ທີ່ຫວ່າງງເປົ່າ ຢູ່ Hollywood Boulevard ທີ່ນະຄອນລອສ ແອນເຈີລິສ
ວັນທີ 2 ເມສາ 2020.
ຜູ້ຊາຍຄົນນຶ່ງຍ່າງຜ່ານ ໂຮງຮູບເງົາ El Capital ທີ່ຫວ່າງງເປົ່າ ຢູ່ Hollywood Boulevard ທີ່ນະຄອນລອສ ແອນເຈີລິສ ວັນທີ 2 ເມສາ 2020.

ການຫ້າມອອກນອກບ້ານນອກເຮືອນຢູ່ໃນທົ່ວໂລກໄດ້ປ້ອງກັນບໍ່ໃຫ້ມີການເສຍຊີວິດຂອງຫຼາຍລ້ານຄົນຍ້ອນໄວຣັສໂຄໂຣນາ ນັ້ນຄືລາຍງານຜົນການຄົ້ນຄວ້າສະບັບໃໝ່.

ອີງຕາມການຄົ້ນຄວ້າ ຂອງມະຫາວິທະຍາໄລ ອິມເພຣຽວ ແຫ່ງນະຄອນລອນ ດອນ (Imperial College of London) ການປິດເມືອງ ອັດທຸລະກິດ ທີ່ບໍ່ ສຳຄັນແລະໂຮງຮຽນ ອາດຊ່ວຍຮັກສາຊີວິດຜູ້ຄົນໄວ້ໄດ້ ປະມານສາມລ້ານຄົນ ຢູ່ໃນ 11 ປະເທດ ປະກອບມີ ອອສເຕຣເລຍ ແບລຈ້ຽມ ອັງກິດ ເດັນມາກ ຝຣັ່ງ ເຢຍຣະມັນ ອີຕາລີ ນໍເວ ສະເປນ ສະວິີເດັນ ແລະສະວິດເຊີແລນ.

ການຄົ້ນຄວ້າຕ່າງຫາກອີກສະບັບນຶ່ງຢູ່ໃນສະຫະລັດ ໄດ້ລົງຄວາມເຫັນວ່າ ການ ປິດເມືອງຢູ່ ຈີນ ຝຣັ່ງ ອີຣ່ານ ອີຕາລີ ເກົາຫຼີໃຕ້ ແລະສະຫະລັດ ໄດ້ປ້ອງກັນ ບໍ່ໃຫ້ອີກ 530 ລ້ານຄົນ ຕິດກໍລະນີໂຄວິດ-19. ແຕ່ວ່າ ອົງການອະນາໄມໂລກ ຫລື WHO ເຕືອນໃນວັນຈັນວານນີ້ວ່າ ໃນຂະນະທີ່ ສະຖານະການກຳລັງດີຂຶ້ນ ໃນຢູໂຣບ ແຕ່ຢູ່ໃນພາກສ່ວນອື່ນໆຂອງໂລກແມ່ນກຳລັງຂີ້ຮ້າຍລົງ.

ຫົວໜ້າອົງການອະນາໄມໂລກ ທ່ານເຕໂດຣສ ອັດດານົມ ເກີເບຣີເຢຊູສ ກ່າວ ວ່າ “ຫຼາຍກວ່າ 100,000 ກໍລະນີ ໄດ້ລາຍງານຢູ່ໃນເກົ້າ ຂອງຈຳນນວນ 10 ມື້ທີ່ຜ່ານມາ. ມື້ວານນີ້ ມີຫຼາຍກວ່າ 136,000 ກໍລະນີໄດ້ລາຍງານ ຊຶ່ງເປັນ ຈຳນວນຫາຍທີ່ສຸດ ພຽງມື້ດຽວ ເທົ່າທີ່ຜ່ານມາ.”

ທ່ານເຕໂດຣສ ກ່າວວ່າ 75 ເປີເຊັນ ຂອງກໍລະນີໃໝ່ແມ່ນຢູ່ໃນ 10 ປະເທດ ສ່ວນໃຫຍ່ຢູ່ໃນລາຕິນອາເມຣິກາ ແລະເອເຊຍໃຕ້.

ແຕ່ວ່າ ຢູ່ໃນນິວຊີແລນ ນາຍົກລັດຖະມົນຕີ ຈາຊິນດາ ອາຣເດີນ ກ່າວໃນວັນ ຈັນວານວານນີ້ວ່າ ທ່ານນາງມີຄວາມໝັ້ນໃຈທີ່ປະເທດໄດ້ຢຸດໂຄວິດ-19 ຈາກ ການແຜ່ອອກໄປ ຫຼັງຈາກບໍ່ມີກໍລະນີໃໝ່ ໃນໄລຍະ 17 ມື້ທີ່ຜ່ານມາ.

ຄະນະບໍລິຫານໄດ້ຍົກເລີກການຫ້າມບໍ່ໃຫ້ເຕົ້າໂຮມກັນໃນສະຖານທີ່ສາທາະລະ ນະ ທີ່ພົວພັນກັບໄວຣັສທັງໝົດ ຮວມທັງການຫຼິ້ນກິລາ ແລະການແຕ່ງງານ. ເຖິງແມ່ນວ່ານິວຊີແລນ ພາກັນສະຫຼອງອັນທີ່ເຂົາເຈົ້າເຫັນວ່າ ເປັນໄຊຊະນະ ຕໍ່ໄວຣັສໂຄໂຣນາ ຊາຍແດນຂອງປະເທດຍັງປິດຢູ່ແລະຜູ້ໃດກໍຕາມທີ່ເດີນທາງ ໄປເຖິງຕ້ອງຖືກກັກເພື່ອກວດໂຣກ.

ທ່ານນາງອາຣເດີນ ກ່າວວ່າ “ພວກເຮົາເກືອບເປັນທີ່ແນ່ນອນວ່າຈະເຫັນກໍລະນີ ໃໝ່ເກີດຂຶ້ນຢູ່ທີ່ນີ້ອີກ ແຕ່ນັ້ນບໍ່ແມ່ນຮ່ອງຮອຍທີ່ພວກເຮົາລົ້ມແຫຼວ. ມັນແມ່ນ ຄວາມຈິງຂອງໄວຣັສນີ້. ແຕ່ຖ້າຫາກວ່າ ແລະເວລາໃດເກີດຂຶ້ນ ພວກເຮົາຕ້ອງ ໃຫ້ເປັນທີ່ແນ່ນອນວ່າ ພວກເຮົາໄດ້ຕຽມພ້ອມແລ້ວ.

ຫຼາຍກວ່າ 1,500 ຄົນ ໄດ້ຕິດໄວຣັສຢູ່ໃນນິວຊີແລນແລະ 22 ຄົນໄດ້ເສຍຊີ ວິດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG