ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ໂຈມ​ຕີ ​ທາງ​ອາ​ກາດຂອງ ສະ​ຫະ​ລັດ ສັງ​ຫານ​ຄົນ​ເກັບ ​ຢາງ​ໄມ້​ຫອມ ໃນ​ປະ​ເທດ ໂຊ​ມາ​ເລຍ


ແຜ​ນທີ່​ຂອງ​ພາກ​ພື້ນ ພັ້​ນ​ແລນ, ປະ​ເທດ ໂຊ​ມາ​ເລຍ.
ແຜ​ນທີ່​ຂອງ​ພາກ​ພື້ນ ພັ້​ນ​ແລນ, ປະ​ເທດ ໂຊ​ມາ​ເລຍ.

ການ​ໂຈມ​ຕີ​ດ້ວຍ​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ໂດຍ​ ສະ​ຫະ​ລັດ ທີ່​ມີ​ຈຸດ​ປະ​ສົງ​ໂຈມ​ຕີ​ບ່ອນຫຼົບ​ລີ້​ຂອງ​ກຸ່ມ​ລັດ ອິ​ສ​ລາມ ໃນ​ພາກ​ພື້ນ ພັ້ນ​ແລນ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງປະ​ເທດ ໂຊ​ມາ​ເລຍ ໄດ້​ສັງ​ຫານ​ຄົນ​ເກັບ​ຢາງ​ໄມ້​ຫອມ 2 ຄົນ​ຢ່າງ​ຜິດ​ພາດ, ອີງ​ຕາມ​ຜູ້​ອາ​ວຸ​ໂສ​ໃນ​ທ້ອງ​ຖິ່ນ ແລະ ຜູ້​ລອດ​ຊີ​ວິດ​ຄົນ​ນຶ່ງ​ທີ່​ໄດ້​ກ່າວ​ຕໍ່​ ວີ​ໂອ​ເອ ໃນ​ວັນ​ເສົາ​ວານນີ້.

ການ​ໂຈມ​ຕີ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ຍັງ​ໄດ້​ເຮັດ​ໃຫ້​ອີກ​ຄົນ​ນຶ່ງ​ບາດ​ເຈັບ ຫຼັງ​ຈາກ​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ໄດ້​ໂຈມ​ຕີ​ໃສ່​ພວກ​ຜູ້​ຊາຍ ຜູ້​ທີ່ໄດ້​ເກັບ​ຢາງ​ໄມ້​ຫອມ ຢູ່​ໃກ້​ກັບ​ບ້ານ ອາ​ເມ​ຣາ ທີ່​ຕັ້ງ​ຢູ່​ເຂດ​ຊົນ​ນະ​ບົດ ໃນ​ພາກ​ພື້ນ​ເຂດ​ພູ​ສູງ ໂກ​ລິ​ສ ຂອງ​ແຂວງ ບາ​ຣີ ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ ໂຊ​ມາ​ເລຍ, ອີງ​ຕາມ​ການ​ກ່າວ​ຕໍ່ ວີ​ໂອ​ເອ ໂດຍ​ຜູ້​ອາ​ວຸ​ໂສ​ໃນ​ທ້ອງ​ຖິ່ນ​ຫຼາຍ​ຄົນ.

ທ່ານ ຊາ​ອິດ ອັບ​ເຊຍ ໂມ​ຮາ​ມັດ, ຜູ້​ອາ​ວຸ​ໂສ​ໃນ​ບ້ານ ຕີ​ມີ​ເຊ ທີ່​ຢູ່​ໃກ້​ກັບ​ເປົ້າ​ໝາຍ​ການ​ໂຈມ​ຕີ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ ພະ​ແນກ​ ໂຊ​ມາ​ເລຍ ກ່ຽວ​ກັບ ຈຳ​ນວນ​ພົນ​ລະ​ເຮືອນຜູ້​ເສຍ​ຊີ​ວິດ ແລະ ບາດ​ເຈັບສູງ​ສຸດ​ທີ່​ຖືກ​ລາຍ​ງານ​ໄປ​ນັ້ນ.

ທ່ານ​ໄດ້​ກ່າວ​ວ່າ “ຜູ້​ຊາຍ​ທີ່​ຖືກ​ສົ່ງ​ໄປ​ສະ​ຖານ​ທີ່​ຂອງ​ການ​ໂຈມ​ຕີ ໄດ້​ນຳ​ເອົາ​ສົບ​ຂອງ​ຜູ້​ເສຍ​ຊີ​ວິດ​ສອງ​ຄົນ​ ທີ່​ປະ​ຊາ​ຊົນ​ຢູ່​ໃນ​ບ້ານ​ຮູ້​ຈັກ​ກັບ​ຄືນ​ມາ ຜູ້​ທີ່​ໄດ້​ໄປ​ທີ່​ນັ້ນ​ເພື່ອ​ເກັບ​ຢາງ​ໄມ້​ຫອມ.”

ທ່ານ​ໄດ້​ລະ​ບຸ​ຊື່​ຂອງ​ຜູ້​ເຄາະ​ຮ້າຍ​ວ່າ ທ້າວ ຊາ​ລັດ ໂມ​ຮາ​ມັດ ບາ​ເຣ ແລະ ທ້າວ ອາ​ຢານ​ເລ ອີບ​ຣາ​ຮິມ ໂມ​ຮາ​ມັດ. ສົບ​ຂອງ​ຜູ້​ນຶ່ງ​ນັ້ນ​ໄດ້​ເສຍ​ໂສມ​ໝົດ.”

ກອງ​ບັນ​ຊາ​ການ ສະ​ຫະ​ລັດ ໃນ ອາ​ຟ​ຣິ​ກາ ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ທາງ​ອາ​ກາດ ແລະ ໄດ້​ແນ​ເປົ້າ​ໃສ່​ພວກ​ກໍ່​ການ​ຮ້າຍ IS ໃນ​ພາກ​ພື້ນ. ເຖິ່ງ​ແມ່ນ​ຈະ​ມີ​ການ​ກ່າວ​ອ້າງ​ໂດຍ​ຜູ້​ອາ​ວຸ​ໂສ​ກໍ​ຕາມ, ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຈາກ​ກອງ​ບັນ​ຊາ​ການ US AFRICOM ໄດ້​ກ່າວ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ວ່າ ເຂົາ​ເຈົ້າ​ໄດ້​ສັງ​ຫານ​ພວກ​ກໍ່​ການ​ຮ້າຍ​ສາມ​ຄົນ ແລະ ບໍ່​ມີ​ພົນ​ລະ​ເຮືອນ​ໄດ້​ຮັບ​ອັນ​ຕະ​ລາຍ. ຖະ​ແຫຼງ​ການ​ດັ່ງ​ກ່າວ​ເວົ້າ​ວ່າ “ໃນ​ເວ​ລານີ້, ເຂົາ​ເຈົ້າ​ໄດ້​ປະ​ເມີນ​ວ່າ​ການ​ໂຈມ​ຕີ​ທາງ​ອາ​ກາດ​ໄດ້​ສັງ​ຫານ​ນັກ​ກໍ່​ກາ​ນ​ຮ້າຍ​ສາມ​ຄົນ. ປັດ​ຈຸ​ບັນ​ນີ້, ພວກ​ເຮົາ​ໄດ້​ປະ​ເມີນ​ວ່າ ບໍ່​ມີ​ພົນ​ລະ​ເຮືອນ​ໄດ້​ຮັບ​ບາດ​ເຈັບ ຫຼື ເສຍ​ຊີ​ວິດ ຈາກ​ຜົນ​ຂອງ​ການ​ໂຈມ​ຕີ​ທາງ​ອາ​ກາດ.”

ອ່າ​ນ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG