ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ ​ສາ​ມາດ​ກະ​ທົບ​ຕໍ່​ການ​ພົວ​ພັນ​ຂອງສະ​ຫະ​ລັດ ຕໍ່​ໂລກໄດ​້

ແມ່​ຍິງ​ຜູ້​ນຶ່ງ​ຖື​ປ້າຍ​ສົ່ງ​ເສີມ​ໃຫ້​ຜູ້​ຄົນໃຫ້​ອອກ​ໄປ​ລົງ​ຄະ​ແນນສຽງ​ ​ໃນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ ໃນ​ວັນ​ທີ່​ພວກ​ແມ່​ຍິງ​ອອກ​ມາ​ສວນ​ສະ​ໜາມ ໃນ​ນະ​ຄອນ​ຊີ​ອາ​ເຕີ​ລ, 20 ມັງ​ກອນ 2018.
ແມ່​ຍິງ​ຜູ້​ນຶ່ງ​ຖື​ປ້າຍ​ສົ່ງ​ເສີມ​ໃຫ້​ຜູ້​ຄົນໃຫ້​ອອກ​ໄປ​ລົງ​ຄະ​ແນນສຽງ​ ​ໃນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ ໃນ​ວັນ​ທີ່​ພວກ​ແມ່​ຍິງ​ອອກ​ມາ​ສວນ​ສະ​ໜາມ ໃນ​ນະ​ຄອນ​ຊີ​ອາ​ເຕີ​ລ, 20 ມັງ​ກອນ 2018.

ໃນ​ຂະ​ນະ​ທີ່​ຄວາມ​ກັງວົນ​ພາຍ​ໃນ ​ປົກ​ຄຸມ​ການ​ໂຕ້​ວາ​ທີທາງ​ການ​ເມືອງ ກ່ອນ​ໜ້າ​
ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ຂອງ​ສະ​ຫະ​ລັດ ໃນ​ເດືອນ​ໜ້າ​ນີ້, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​
ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ກໍກ່າວ​ວ່າ ພວກ​ເຂົາ​ເຈົ້າ​ກະ​ຕື​ລື​ລົ້ນ ໃນ​ການ​ທີ່​ຈະ​ເຂົ້າ​ໄປ​
ພົວ​ພັນ​ກັບ​ບັນຫາ​ຕ່າງ​ປະ​ເທດ ແລະ​ເມື່ອໃດ​ຈຳ​ເປັນກໍຈະກວດ​ສອບເບິ່ງ​ລັດ​ຖະ​ບານ​
ທ່ານ​ທ​ຣຳ ຖ້າ​ຫາກ ພວກ​ເພິ່ນ​ເຂົ້າ​ກຳ​ຢ່າງ​ນ້ອຍສະ​ພາ​ນຶ່ງ​ໃນ​ເດືອນ​ພະ​ຈິກ​ທີ່​ຈະ​ມາ​ເຖິງ​ນີ້.

ຈາກ​ໂຄ​ຕ້າ​ທາງ​ການ​ຄ້າ ໄປຈົນ​ເຖິງ​ເລື້ອງ​ອົບ​ພະ​ຍົບ ໄປ​ເຖິງ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ
​ໃນ​ຂົງ​ເຂດ ທີ່​ຂະ​ຫຍາຍ​ໄປ​ໃນ​ທົ່ວ​ໂລກ, ກຸ່ມ​ທີ່ຈະກຳອຳ​ນາດ​ອັນ​ໃໝ່​ຂອງ​ພັກ​ເດ​ໂມ
​ແຄ​ຣັດ ຈະເຮັດໃຫ້ລັດຖະບານຮັບຜິດຊອບໃນນະໂຍບາຍຂອງຕົນ ທັງຈະໃຊ້ອຳນາດ​ໃສ່ໃນຫົວຂໍ້ທີ່​ບໍ່​ລົງ​ເອີຍ​ກັນ.

ພັກ​ຣີ​ພັບ​ບ​ລິ​ກັນ ພວກທີ່ມີ​ບົດ​ບາດ​ທີ່​ຄ້າຍໆ​ກັນ ກັບ​ລັດ​ຖະ​ບານຊຸດ​ກ່ອນ​ຂອງທ່ານ
​ໂອ​ບາ​ມາ ໄດ້ເຕືອນ​ເຖິງ​ການກະ​ທົບ​ ຕໍ່​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ, ຄື​ຄວາມ​ຈິງ​
ໃນ​ຊ່​ວງ​ຜ່ານ​ມາ ເຊັ່ນ​ໃນປາງສົງ​ຄາມ​ເຢັນ, ຊຶ່ງ​ຈະ​ເຫັນ​ເລື້ອຍໆ ໃນ​ການ​ບໍ່ເຫັນ​ພ້ອມ
​ຈາກ​ສອງພັກ​ຝ່າຍຢູ່ສະເໝີ.

ທ່ານ ໂຣເບີຣ໌ດ ເມນານແດັຊ ສະມາຊິກລະດັບສູງຂອງຄະນະກຳມະການພົວພັນການຕ່າງປະເທດ ໂອ້​ລົມ​ກັບ​ພວກ​ນັກ​ຂ່າວ​ໃນ​ລັດ​ຖະ​ສະ​ພາ, 11 ຕຸ​ລາ 2018 ໃນ​ວໍ​ຊີງ​ຕັນ.
ທ່ານ ໂຣເບີຣ໌ດ ເມນານແດັຊ ສະມາຊິກລະດັບສູງຂອງຄະນະກຳມະການພົວພັນການຕ່າງປະເທດ ໂອ້​ລົມ​ກັບ​ພວກ​ນັກ​ຂ່າວ​ໃນ​ລັດ​ຖະ​ສະ​ພາ, 11 ຕຸ​ລາ 2018 ໃນ​ວໍ​ຊີງ​ຕັນ.

“ຜົນ​ສະ​ຫຼຸບ​ຂອງ​ການ​ເລືອກ​ຕັ້ງ ຈະສາ​ມາດເປີດ​ໂອ​ກາດ​ທີ່​ຈະ​ກົດ​ດັນໃນ​ວິ​ທີ​ທາງ,
ໃນ​ປັດ​ຈຸ​ບັນ, ທີ່ບໍ່​ສາ​ມາດຈະ​ເຮັດ​ໄດ້​ກັບ​ການ​ທີ່ ພັກ​ຣີ​ພັບ​ບ​ລິ​ກັນ ຄອບ​ຄຸມ​ທັງ
​ສະ​ພາຕ່ຳແລະ​ສະ​ພາ​ສູງ,”
ດັ່ງທີ່​ສະ​ມາ​ຊິກ​ສະ​ພາ​ສູງ ຈາກ​ລັດ​ນິວ​ເຈີ​ຣ໌​ຊີ ທ່ານ
ໂຣເບີ​ຣ໌ດ ເມ​ນານ​ແດັຊ ຈາກ​ຄະ​ນະ​ກຳ​ມະ​ການພົວພັນ​ການ​ຕ່າງ​ປະ​ເທດ ໄດ້​ບອກ
ວີ​ໂອ​ເອ​ນັ້ນ.

“ຕົວ​ຢ່າງ​ເຊັ່ນ, ບົດ​ບາດ​ຂອງ​ພວກ​ເຮົາ​ໃນ​ໂລກ ກ່ຽວ​ກັບ​ເລື້ອງ​ພວກ​ອົບ​ພະ​ຍົບ --
ຊຶ່ງ​ລັດ​ຖະ​ບານ​ຊຸດ​ນີ້ ​ໄດ້​ຕັດ​ຈຳ​ນວນ​ພວກ​ອົບ​ພະ​ຍົບ​ລົງ​ຢ່າງ​ໜັກ,”
ທ່ານເມ​ນານ
​ແດັຊ ໄດ້​ກ່າວ​ເສີມ ແລະ​ໄດ້​ກ່າວ​ເພີ້ມ​ຕື່ມ​ວ່າ “ແລະ​ການ​ຢືນ​ສູ້​ເພື່ອ​ສິດ​ທິ​ມະ​ນຸດ​
ແລະ​ປະ​ຊາ​ທິ​ປະ​ໄຕ -- ມັນ​ເບິ່ງ ​ບໍ່​ຄື​ວ່າຈະ​ເປັນ​ບຸ​ລິ​ມະ​ສິດ​ທີ່ສຳ​ຄັນ ຄື​ກັນ​ກັບ​ລັດ​ຖະ
​ບານ​ຂອງ​ຊຸດ​ອື່ນ, ສຳລັບລັດ​ຖະ​ບານ​ຂອງ​ທ່ານ​ທ​ຣຳ.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຊາຍ​ຜູ້​ນຶ່ງ​ນັ່ງ​ອ່ານ​ໜັງ​ສື​ພິມ​ຂອງກອງ​ປະ​ຊຸມ​ສຸດຍອດ ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ແລະຜູ້​ນຳ​ເກົ​ທ​ຫຼີ​ເໜືອ ທ່ານ​ກິມ ຈົງ​ອຶນ, ໃນ​ຮ້ານ​ຂານ​ໜັງ​ສື​ພິມ, ໂຊ​ລ, ເກົາ​ຫຼີ​ໃຕ້, 12 ມ​ິ​ຖຸ​ນາ 2018.

XS
SM
MD
LG