ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ພຶດສະພາ ໒໐໒໓

ຊາວອີຣັກ ປ່ອນບັດ ເລືອກຕັ້ງເອົາ ເຈົ້າໜ້າທີ່ ທ້ອງຖິ່ນ (ສະໄລດ໌)


ຊາວອີຣັກ ພາກັນໄປປ່ອນບັດ ລົງຄະແນນສຽງ ໃນຕອນເຊົ້າ ວັນເສົາມື້ນີ້ ເປັນເທື່ອທໍາອິດ ນັບຕັ້ງແຕ່ທະຫານສະຫະລັດ ໄດ້ຖອນອອກໄປ ໃນປີ 2011.
ພົນລະເມືອງ​ອີຣັກພາກັນໄປລົງ​ຄະ​ແນນ​ສຽງ ໃນການເລືອກຕັ້ງ
​ລະດັບ​ທ້ອງ​ຖິ່ນ ​ເປັນ​ຄັ້ງທໍ​າອິດ ນັບຕັ້ງ​ແຕ່ທະຫານ​ສະຫະລັດ​
ໄດ້​ຖອນ​ອອກໄປ ໃນ​ປີ 2011.

ເຖິງແມ່ນການ​ປ່ອນ​ບັດ​ໃນຄັ້ງນີ້ ບໍ່​ສົ່ງ​ຜົນ​ສະທ້ອນ​ໃດໆ ຕໍ່ຂັ້ນ
​ນໍາພາ​ຂອງ​ປະ​ເທດກໍຕາມ ແຕ່ມັນ​ຈະ​ເປັນ​ສິ່ງ​ວັດແທກທີ່ສໍາ
ຄັນ​ ກ່ຽວກັບການ​ສະໜັບສະໜູນ ​ສໍາລັບ​ພັກ​ການ​ເມືອງ​ຕ່າງໆ
ກ່ອນໜ້າ​ການ​ເລືອກ​ຕັ້ງສະພາ​ ໃນ​ປີ 2014.

ການ​ປ່ອນ​ບັດ​ໄດ້​ເລີ້ມ​ໃນ​ຕອນ​ເຊົ້າມືດ​ວັນ​ເສົາ​ມື້​ນີ້ ເພື່ອເລືອກ
ຕັ້ງເອົາເຈົ້າໜ້າທີ່ທ້ອງຖິ່ນ ຂອງ 12​ ​ແຂວງ ໃນ​ຈໍານວນທັງໝົດ​ 18 ​ແຂວງຂອງອີ​ຣັກ. ​ຊາວ​ອີຣັກ​ ​ເກືອບ 14 ລ້ານ​ຄົນມີ​ສິດ​ເຂົ້າ​ຮ່ວມປ່ອນບັດ.

ມີຜູ້​ສະມັກ​ທ້ອງ​ຖິ່ນຫລາຍ​ກວ່າ 8,000 ຄົນ ​ສະມັກ​ແຂ່ງຂັນເອົາ 378 ຕໍາແໜ່ງ. ການ​ລົງ​
ຄະ​ແນນ​ສຽງ​ໄດ້ຖືກເລື່ອນເວລາອອກໄປຢູ່​ໃນ​ສອງ​ແຂວງ ​ຍ້ອນຄວາມເປັນ​ຫ່ວງ​ທາງ​ດ້ານ​ຄວາມ​ປອດ​ໄພ ທ່າມກາງ​ການ​ກໍ່ຄວາມ​ຮຸນ​ແຮງ​ ທີ່ຍັງດໍາເນີນຢູ່ຕໍ່ມາລະຫວ່າງກຸ່ມສາສະ ໜາ.


​ໃນ​ວັນ​ເສົາ​ມື້​ນີ້ ການ​ຮັກສາ​ຄວາມ​ປອດ​ໄພ​ແມ່ນ​ເຄັ່ງ​ຄັດ ​ເພື່ອຮັບມືກັບການກໍ່ຄວາມຮຸນ ແຮງທາງການເມືອງ ທີ່ເພີ້ມ​ທະວີ​ຂື້ນ​ຫວ່າງມໍ່ໆ​ມາ​ນີ້. ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ຢ່າງ​ໜ້ອຍ​
ແປດ​ຄົນ​ໄດ້​ເສຍ​ຊີວິດ ​ເວລາ​ມີການຍິງປືນຄົກ ໄປໃສ່ວັດ​ຂອງ​ຊາວ​ມຸສລິ​ມ Sunni ຢູ່​ໃນ​
ໝູ່​ບ້ານແຫ່ງ​ນຶ່ງ​ ໃກ້​ກັບ ​ເມື​ອງ Khalis ​ເຮັດ​ໃຫ້ 7 ຄົນ​ເສຍ​ຊີວິດ ​ແລະ12 ຄົນ​ໄດ້​ຮັບ​ບາດ​
ເຈັບ. ແລະລະ​ເບີດ​ໜ່ວຍ​ນຶ່ງ​ໄດ້​ແຕກ​ຂື້ນ​ຢູ່ໃນວັດຂອງ​ຊາວ Shi’ite ​ໃນ​ເມືອງ Kirkuk
ຢ່າງໜ້ອຍນຶ່ງຄົນ ໄດ້ເສຍຊີວິດ.

ໃນວັນພະຫັດແລ້ວນີ້ ຜູ້ວາງລະເບີດສະລະຊິບຄົນນຶ່ງ ໄດ້ລະເບີດໂຕເອງ ຢູ່ໃນຮ້ານກາເຟ
ແຫ່ງນຶ່ງໃນກຸງແບກແດດ ໂດຍໄດ້ສັງຫານ ຢ່າງໜ້ອຍ 27 ຄົນ.
XS
SM
MD
LG