ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປັກກິ່ງ ແລະບາງແຫ່ງຂອງຈີນ ມີການລະບາດຂອງ ໂຄວິດ-19 ຄັ້ງໃໝ່ ທີ່ຮ້າຍແຮງກວ່າເກົ່າ


ພວກກໍາມະກອນກໍາລັງຍ່າງອອກຈາກສູນກວດພະຍາດໂຄວິດ-19 ທີ່ຕັ້ງຢູ່ນອກບ່ອນຫລິ້ນກິລາຢູ່ນະຄອນຫລວງປັກກິງຂອງຈີນ ໃນວັນ 16 ມິຖຸນາ, 2020 ພາຍຫລັງທີ່ມີການລະບາດຮອບສອງຂອງພະຍາດດັ່ງກ່າວ ເພີ້ມຂຶ້ນຢ່າງໄວວາ,
ພວກກໍາມະກອນກໍາລັງຍ່າງອອກຈາກສູນກວດພະຍາດໂຄວິດ-19 ທີ່ຕັ້ງຢູ່ນອກບ່ອນຫລິ້ນກິລາຢູ່ນະຄອນຫລວງປັກກິງຂອງຈີນ ໃນວັນ 16 ມິຖຸນາ, 2020 ພາຍຫລັງທີ່ມີການລະບາດຮອບສອງຂອງພະຍາດດັ່ງກ່າວ ເພີ້ມຂຶ້ນຢ່າງໄວວາ,

ຢູ່ທີ່ນະຄອນຫລວງປັກກິ່ງຂອງຈີນ ແລະບາງແຫ່ງໃນເຂດໃກ້ເມືອງວູຫານ, ແຂວງຫູເບບ່ອນທີ່ມີລາຍງານວ່າເກີດການລະບາດຂອງພະຍາດໂຄວິດ-19 ເທື່ອ ທໍາອິດຂອງໂລກນັ້ນ ແມ່ນມີຄວາມເປັນຫ່ວງ ແລະຢ້ານກົວຫລາຍຂຶ້ນຍ້ອນ ມີການລະບາດຮອບສອງຂອງໄວຣັສໂຄໂຣນາເກີດຂຶ້ນໃນໝໍ່ໆມານີ້. ພາຍ ຫລັງທີ່ຈີນໂດຍສ່ວນໃຫຍ່ແລ້ວແມ່ນສາມາດຄວບຄຸມການແຜ່ລະບາດຂອງ ພະຍາດ ໂຄວິດ-19 ໄດ້ໃນລະດັບໃດນຶ່ງໄດ້ແລ້ວນັ້ນ ການລະບາດຂອງພະ ຍາດດັ່ງກ່າວໃນນະຄອນປັກກິ່ງແມ່ນຍິ່ງຮ້າຍແຮງກວ່າເກົ່າຍ້ອນມີອາການອື່ນ ແຊກຊ້ອນເຂົ້ານໍາອີກ ອີງຕາມນາງບຸນມີ, ແມ່ຍິງລາວຜູ້ນຶ່ງທີ່ແຕ່ງງານ ກັບຄົນຈີນ ແລະອາໄສຢູ່ເມືອງຊານໂຈ ໃກ້ກັບເມືອງ ວູຫານ, ແຂວງຫູເບ, ທາງພາກກາງ ຂອງຈີນນັ້ນ ຊຶ່ງນາງເລົ່າ ສູ່ວີໂອເອຟັງວ່າ:

ເຊັ່ນດຽວກັນ ທ່ານ ຜັງ ຊີວຫູ, ຮອງຫົວໜ້າສູນກາງຄວບຄຸມ ແລະປ້ອງກັນພະ ຍາດຂອງນະຄອນຫລວງປັກກິ່ງທີ່ກ່າວຢູ່ ໃນລາຍງານຂອງອົງການຂ່າວຝຣັ່ງ AFP ທີ່ເຜີຍແຜ່ອອກໃນວັນທີ 17 ມິຖຸນາຜ່ານມາວ່າ “ປັກກິ່ງໄດ້ມີລາຍງານກໍລະ ນີຄົນທີ່ຕິດເຊື້ອພະຍາດນີ້ໃໝ່ທີ່ໄດ້ຮັບການຢືນຢັນ 137 ຄົນແລ້ວໃນ 6 ມື້ຜ່ານມາ.”

ເພື່ອສະກັດກັ້ນການແຜ່ລະບາດ ຂອງພະຍາດນີ້ນະຄອນດັ່ງກ່າວໄດ້ເພີ້ມການ ກວດພະຍາດນີ້ຂຶ້ນຢ່າງຫລວງຫລາຍ. ນັບແຕ່ວັນທີ 13 ມິຖຸນາເປັນຕົ້ນມາ ໄດ້ ມີການກວດຕົວຢ່າງຂອງຄົນທີ່ສົງໄສວ່າຕິດພະຍາດນີ້ 356,000 ຄົນແລ້ວ. ແຕ່ຢ່າງໃດກໍຕາມເນື່ອງຈາກ ການຂາດແຄນເຄື່ອງກວດພະຍາດທີ່ແພງອັນນີ້ ເຮັດໃຫ້ຂັ້ນຕອນການກວດຊັກຊ້າລົງ, ອີງຕາມລາຍງານ ຂອງອົງການ ຂ່າວດັ່ງກ່າວ.

ນາງເລົ່າສູ່ຟັງອີກວ່າ ສໍາລັບຢູ່ໃນບ້ານຕົງ, ເມືອງຊານໂຈບ່ອນທີ່ນາງຢູ່ນັ້ນ ແມ່ນມີຄົນຕິດພະຍາດໂຄວິດ-19 ພ້ອມກັບເປັນໂຣກປາກເປື່ອຍນໍາສາມ ຄົນແລ້ວພາຍໃນມື້ດຽວເທົ່ານັ້ນ, ອີງຕາມການບອກເລົ່າຂອງສາມີນາງ ໃນວັນອັງຄານຜ່ານມາ.

XS
SM
MD
LG