ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກກະບົດລີເບຍ ເຂົ້າຄວບຄຸມ ດ່ານຊາຍແດນ ໄປຫາຕູນີເຊຍ


ນັກຕໍ່ສູ້ຝ່າຍກະບົດຄົນນຶ່ງ ຍົກມືຂຶ້ນອ້າງໄຊຊະນະ ໃນຂະນະທີ່ລົດຂອງຜູ້ກ່ຽວມຸ່ງໜ້າໄປຍັງແນວໜ້າໃນເຂດຊານ ເມືອງ Ajdabiya, ລີເບຍ ວັນທີ 20 ເມສາ 2011
ນັກຕໍ່ສູ້ຝ່າຍກະບົດຄົນນຶ່ງ ຍົກມືຂຶ້ນອ້າງໄຊຊະນະ ໃນຂະນະທີ່ລົດຂອງຜູ້ກ່ຽວມຸ່ງໜ້າໄປຍັງແນວໜ້າໃນເຂດຊານ ເມືອງ Ajdabiya, ລີເບຍ ວັນທີ 20 ເມສາ 2011

ພວກ​ທີ່​ເຫັນ​ເຫດການ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ລີ​ເບຍ​ກ່າວ​ວ່າ
ພວກ​ກະບົດ​ໄດ້​ເຂົ້າ​ຄວບ​ຄຸມ​ດ່ານ​ຂ້າມ​ຊາຍ​ແດນ​ຕິດ​ກັບຕູ​ນີ
ເຊຍ ຫລັງ​ຈາກການ​ປະ​ທະ​ກັນ​ຢ່າງ​ດຸ​ເດືອດ​ກັບ​ພວກ​ກໍາລັງ​
ນິຍົມ​ລັດຖະບານ​ລີ​ເບຍ.

ແຫ​ລ່ງຂ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ກ່າວ​ວ່າ ພວກ​ກະບົດ​ໄດ້​ເຂົ້າ​
ຄວບຄຸມດ່ານດັ່ງກ່າວ​ໃນ​ຊາຍ​ແດນ​ຂອງ​ລີ​ເບຍ ​ເລາະ​ຕາມ​
ຖະໜົນ​ເນັ່ງ​ເຂົ້າ​ຫາ​ເມືອງ Debiha ຂອງ​ຕູ​ນີ​ເຊຍ​ນັ້ນ.
ແຫ​ລ່ງຂ່າວ​ເຫລົ່າ​ນີ້​ເວົ້າ​ວ່າ ພວກ​ກໍາລັງ​ທີ່​ຈົງ​ຮັກ​ພັກດີ​ຕໍ່​
ທ່ານ​ກາດ​ດາ​ຟີ ຜູ້​ນໍາ​ລີ​ເບຍ​ໄດ້​ພາກັນ​ຫລົບ​ໜີ​ຂ້າມ​ຊາຍ
ແດນ​ເຂົ້າ​ໄປ​ໃນຕູ​ນີ​ເຊຍ ​ເພື່ອ​ຫລີກ​ລ້ຽງ​ຖືກ​ພວກ​ກະບົດ​
ຈັບ​ກຸມນັ້ນ.ສື່​ມວນ​ຊົນ​ທາງ​ການ​ຂອງ​ລີ​ເບຍ​ແຈ້ງ​ໃຫ້​ຊາບ
ວ່າ ກຸ່ມ​ເນ​ໂຕ້​ໄດ້​ທໍາ​ການ​ໂຈມ​ຕີ​ທາງ​ອາກາດ​ໃນ​ແລງ​ວັນ
ພຸດ​ວານ​ນີ້ ຢູ່​ນອກ​ນະຄອນຫລວງ​ກຸງ​ຕຣີ​ໂປ​ລີ ​ເຮັດ​ໃຫ້​
ປະຊາຊົນ​ເສຍ​ຊີວິດ​ໄປ 7 ຄົນ​ແລະ​ບາດ​ເຈັບ​ຕື່ມ​ອີກ 18
ຄົນ. ​ເຈົ້າ​ໜ້າ​ທີ່​ອົງການ​ເນ​ໂຕ້​ທ່ານ​ນຶ່ງ​ກ່າວ​ຕໍ່​ອົງການ​ຂ່າວ​ຝຣັ່ງ AFP ວ່າ ການໂຈມ​ຕີ
ທາງ​ອາກາດ​ຂອງ​ກຸ່ມພັນ​ທະ​ມິດ​ເນ​ໂຕ້​ໄດ້​ຕົກ​ໃສ່​ບໍລິ​ເວນ​ຄ້າຍທະຫານ​ແຫ່ງ​ນຶ່ງ​ໃນເຂດ
ຊານ​ເມືອງ​ຂອງ​ນະຄອນຫລວງ​ ​ແຕ່​ບໍ່​ມີ​ຮ່ອງຮອຍ​ໃດໆ​ສະ​ແດງ​ໃຫ້​ເຫັນ​ວ່າ​ ມີພົນລະ
ເຮືອນ​ຄົນ​ໃດ​ໄດ້ເສຍ​ຊີວິດ​ໄປນັ້ນ.

ກ່ອນ​ໜ້າ​ນີ້ ຜູ້​ບັນຊາ​ການ​ກອງທັບ​ເນ​ໂຕ້ ​ໄດ້​ເຕືອນ​ພວກ​ພົນລະ​ເຮືອນ​ລີ​ເບຍ​ໃຫ້​ພາກັນ​ຢູ່
ຫ່າງ​ຈາກກໍາລັງ​ທີ່​ນິຍົມ​ລັດຖະບານ ເພື່ອ​ວ່າການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ກຸ່ມ​ເນ​ໂຕ້​ຈະ​ມີ​ປະ
ສິດ​ທີ​ຜົນ​ຫລາຍ​ຂຶ້ນ ​ໃນ​ຂະນະ​ທີ່​ພວກ​ກະບົດ​ສືບ​ຕໍ່​ຮຽກຮ້ອງ​ໃຫ້​ພວກ​ພັນທະ​ມິດ​ກຸ່ມ​ເນ​ໂຕ້
ເພີ່ມ​ການ​ໂຈມ​ຕີ​ຂອງ​ພວກ​ຕົນ​ຫລາຍ​ຂຶ້ນ​ອີກ​ນັ້ນ.

ນາຍ​ພົນ​ໂທ Charles Bouchard ກ່າວ​ວ່າ ພວກ​ວາງ​ແຜນ​ແລະ​ພວກ​ນັກ​ບິນ​ກຸ່ມ​ເນ​ໂຕ້​
ຈະ​ກະທໍາ​ທຸກ​ສິ່ງ​ທີ່ຕົນ​ສາມາດ​ເຮັດ​ໄດ້​ເພື່ອ​ຫລີກ​ລ້ຽງ​ການ​ລົ້ມ​ຕາຍ​ຫລື​ບາດ​ເຈັບ​ຂອງ​ພວກ
ພົນລະ​ເຮືອນ ​ແຕ່​ວ່າຄວາມສ່ຽງ​ອັນຕະລາຍ​ນັ້ນ​ບໍ່​ສາມາດ​ຈະ​ລົດ​ຜ່ອນ​ລົງ​ເຖິງ​ຂັ້ນ​ທີ່​ບໍ່​ໃຫ້
ເກີດຄວາມ​ເສຍ​ຫາຍ​ດັ່ງກ່າວ​ນີ້​ໄດ້.

ໃນວັນພຸດວານນີ້ ນັກຂ່າວຊ່າງພາບຕາ​ເວັນ​ຕົກ 2 ຄົນ ຖືກຂ້າຕາຍ​ໃນ​ລະຫວ່າງ​ການ​ຕໍ່ສູ້
ກັນ​ຢ່າງ​ໜັກ ຢູ່ເມືອງ Misrata.

ນາຍ Tim Ketheringtonຊຶ່ງເປັນຜູ້ກໍາກັບຮູບເງົາທີ່ໄດ້ຖືກສະເໜີຊື່ຮັບລາງວັນອອສກາ
ແລະຊ່າງພາບສົງຄາມຊາວອັງກິດ ຖືກຂ້າຕາຍໂດຍລູກ ຈະລວດໝາກປີ RPG ຢູ່ຖະໜົນ
Tripoli ຊຶ່ງເປັນຖະໜົນທີ່ສຳຄັນແລະ ຈຸດສູນກາງການສູ້ລົບໃນເມືອງ Misrata ຊຶ່ງເປັນ
ພຽງຫົວເມືອງດຽວເທົ່າ ນັ້ນ ທີ່ພວກກະບົດຍັງຍຶດຄອງ​ໄວ້​ໄດ້​ຢູ່ ໃນເຂດຕາເວັນຕົກຂອງ
ລີເບຍແລະ​ໄດ້ໂຈມຕີດ້ວຍປືນໃຫຍ່ຢ່າງບໍ່ລົດລະ ມາ​ເປັນເວລາ​ຫລາຍ​ອາທິດໂດຍພວກກໍາ
ລັງທີ່ຈົ່ງຮັກພັກດີຕໍ່ກາດດາຟີ

ນາຍ Chris Hondros ຊຶ່ງເປັນຊາວອະເມຣິກັນ ທີ່ເຮັດວຽກໃຫ້ບໍລິສັດ Getty Images
ເສຍຊີວິດບໍ່ເທົ່າໃດຊົ່ວໂມງຕໍ່ມາຍ້ອນໄດ້ຮັບ​ແຜ​ສາຫັດ​ທີ່​ສະໝອງ. ຜູ້ກ່ຽວເຄີຍໄດ້ຮັບລາງ
ວັນຫລາຍ​ຢ່າງ ອັນຮວມທັງຫລຽນຄໍາ RobertCapa ຊຶ່ງເປັນລາງວັນກຽດຕິຍົດສູງສູງ
ສຳລັບຊ່າງພາບສົງຄາມ.

ນັກຂ່າວຊ່າງພາບອີກສອງຄົນ ຄື ນາຍ Guy Martin ແລະ ນາຍ Michael Brownກໍ
ໄດ້ຮັບບາດເຈັບຈາກສະເກັດລະເບີດ.

XS
SM
MD
LG