ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລະບາດ ຂອງໂຄວິດ19 ເຖິງຂີດແດງແລ້ວ ໃນນະຄອນເກເບັກ ແລະມົງເຣອານ


ທ່ານສຸກຂີງຄໍາ ປາກດີມຸນິວົງ
ທ່ານສຸກຂີງຄໍາ ປາກດີມຸນິວົງ

ນະຄອນມົງເຣອານ ຕັ້ງຫ່າງຈາກ ນະຄອນຫຼວງເກເບັກ ເມືອງເອກຂອງແຂວງ ເກເບັກ
ປະມານສາມຊົ່ວໂມງດ້ວຍການຂັບລົດແລະທັງສອງໂຕເມືອງດັ່ງກ່າວນີ້ ຕັ້ງຢູ່ທາງພາກ
ຕາເວັນອອກຂອງປະເທດການາດາ ທີ່ມີຊາຍແດນຕິດກັບສະຫະ ລັດ. ເມື່ອໄວໆມານີ້
ທາງການໄດ້ປະກາດພາວະສຸກເສີນເນື່ອງຈາກການແຜ່ລະ ບາດຂອງໂຄວິດ-19 ໄດ້
ເພີ້ມຂຶ້ນເຖິງຂີດແດງ ຊຶ່ງເປັນລະດັບທີ່ຮ້າຍແຮງເພາະ ສະນັ້ນ ປະຊາຊົນຢູ່ໃນເຂດທັງ
ສອງນີ້ ຕ້ອງໄດ້ປະຕິບັດຕາມມາດຕະການຢ່າງ ເຄັ່ງຄັດ. ທ່ານສຸກຂີງຄຳ ປາກດີມຸນີວົງ ສະມາຊິກ ສັງຄົມລາວຄົນນຶ່ງ ໃນນະ ຄອນມົງເຣອານ ໄດ້ກ່າວສູ່ ວີໂອເອ ຟັງວ່າ:

ມົງເຣອານ ເປັນນະຄອນທີ່ເກົ່າແກ່ ນິຍົມແນວທາງເດີມ ແລະໃຊ້ສອງພາສາໃນການ
ເຮັດທຸລະກິດປະຈຳວັນ ຄືໃຊ້ພາສາງຝຣັ່ງເປັນສ່ວນໃຫຍ່ ຕິດຕາມມາດ້ວຍ ພາສາອັງ
ກິດ. ນະຄອນມົງເຣອານ ເປັນເມືອງທ່າແລະສູນການຄ້າຂອງປະເທດ ການາດາ. ສິ່
ງສຳຄັນອີກຢ່າງນຶ່ງນັ້ນກໍຄືມົງເຣອານເປັນບ່ອນກຳເນີດຂອງສັງຄົມ ລາວ ຊຶ່ງຢູ່ໃນສະ
ໄໝການປົກຄອງຂອງອະດີດພະລາຊະອານາຈັກລາວນັ້ນ ນະ ຄອນດັ່ງກ່າວ ມີບັນດາ
ນັກສຶກສາລາວພາກັນມາຮໍ່າຮຽນ ແລະຮັບການຮົມຢູ່ເປັນ ປະຈຳ. ປັດຈຸບັນ ຢູ່ໃນນະ
ຄອນມົງເຣອານແລະເຂດອ້ອມແອ້ມມີຊາວການາດາ ເຊື້ອສາຍລາວ ຕັ້ງຖິ່ນຖານຢູ່
ຫຼາຍພັນຄົນ.

XS
SM
MD
LG