ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຸກ​ສັນ​ປີ​ໃໝ່ - ​ວົງ​ດົນຕີ ມິດຕະພາບ


ພະບາງ ພະພຸດທະຮູບອັນເປັນທີ່ເຄົາລົບຍິ່ງແລະເປັນຝີມືຊ່າງ
ລ້ານຊ້າງຂະໜານແທ້ແລະດັ້ງເດີມ
ພະບາງ ພະພຸດທະຮູບອັນເປັນທີ່ເຄົາລົບຍິ່ງແລະເປັນຝີມືຊ່າງ ລ້ານຊ້າງຂະໜານແທ້ແລະດັ້ງເດີມ

ສະບາຍດີທ່ານຜູ້ຟັງທຸກໆທ່ານ. ວັນນະສອນຫວັງວ່າທ່ານຜູ້ຟັງຄົງຈະສະບາຍດີ
ແລະມ່ວນ​ຊື່ນ​ໃນ​ການສະຫຼອງປີໃໝ່ມາ​ແດ່​ແລ້ວ. ເພງ​ທີ່ທ່ານ​ຫາ​ກໍໄດ້ຟັງ​ຈົບ​ລົງ​ໄປ​ນັ້ນ
​ແມ່ນ​ເພງຈັງ​ຫວະ​ລຳວົງ​ ເພງ ສຸກ​ສັນ​ປີ​ໃໝ່ ຂອງ​ວົງ​ມິດຕະພາບ ​ວົງ​ດົນຕີ​ລາວ​ຈາກ
​ປະເທດຝຣັ່ງ. ວັນນະ​ສອນ​ຄິດ​ວ່າ​ ມາຣອດມື້ນີ້ ບາງ​ທ່ານ​ຄົງ ​ໄດ້​ຟ້ອນ​ລຳວົງ​ມ່ວນ​ຊື່ນ
​ໃນ​ເທດສະການ​ປີ​ໃໝ່ ທີ່​ຄົນ​ລາວ​ນິ​ຍົ​ມ​ເອີ້ນ​ກັນ​ວ່າ ບຸນເດືອນ​ຫ້າ ຫຼື​ບຸນຫົດ​ນ້ຳ ນັ້ນໄປ
ແດ່ແລ້ວ. ​ເຮົາບາງຄົນອາດຄິດເຖິງຄວາມໝາຍຂອງ​ການ​ຫົດນໍ້າຢູ່ຕິເໜາະ ວ່າມັນ
ໝາຍເຖິງການສະສາງ​ລ້າງ​ສວ່າຍ​ສິ່ງ​ຊົ່ວ​ຮ້າຍ ໝົ່ນ​ໝອງ​ໃຫ້​ໄປ​ກັບ​ປີ​ເກົ່າ ​ແລະ​ຮັບ​
ເອົາ​ແຕ່​ສິ່ງ​ທີ່​ດີງາມ ​ສົດ​ໃສ ສວຍ​ງາມ​ແລະ​ລາບ​ຍົດ ສັນລະ​ເສີນ​ທີ່​ປີ​ໃໝ່ ປີ​ຈໍ​ຈະນຳ
​ມາ​ໃຫ້ພວກ​ເຮົາ​ຊາວ​ລາວ​ທຸກ​ຖ້ວນ​ໜ້າ.

ນາງສັງຂານຫຼວງພະບາງ ປີ 2014
ນາງສັງຂານຫຼວງພະບາງ ປີ 2014

​ໃນ​ຍາມປີໃໝ່​ນີ້ ການ​ສົ່ງ ສຄສ ຫາ​ກັນ​ ​ແມ່ນ​ລວດເລວ​ທັນໃຈ ​ໄວວາ ​ແບບ​ວ່າ ຫລັບຕາ​
ລົງ​ກໍສົ່ງ​ໄປ​ຮອດ​ກັນ​ແລ້ວ ປະ​ຢັດ​ຄ່າ​ໄປສະນີ​ໄປ​ເລີຍ ​ເພາະ​ສົ່ງ​ທາງ ອີ​ເລັກ​ໂທຣ​ນິກ
ບໍ່​ວ່າ​ຈະ​ເປັນ​ເຟສບຸກ ທວິດ​ເຕີ້​ ​ໄລນ໌ ຫຼື ອິນ​ສເຕີກຣາມ ກໍໄດ້ທັງນັ້ນ. ຂໍ​ຂອບ​ໃຈ​ທ່ານ
​ຜູ້​ຟັງ​ທີ່​ຄອຍ​ເປັນ​ແຮງ​ໃຈ ສະ​ນັບ​ສະ​ໜຸນ​ສົ່ງ​ເສີ​ມ ວີ​ໂອ​ເອ ມາ​ໂດຍ​ຕະຫຼອດ. ​ເອົາ…​ເຮົາ
​ມາ​ຕໍ່​ເພງ​ປີ​ໃໝ່ ອີກ​ຕື່ມເພງ​ນຶ່ງ ​ເພາະ​ຈະ​ໄດ້​ຟ້ອນ​ລຳວົງ​ກັນ​ຕື່ມ ແບບ​ບໍ່​ໄດ້​ເຊົາ​ເລີຍ.
ເພງ​ນີ້ ບໍ່​ສູ້​ຈະ​ໄດ້​ຍິນ​ເທົ່າ​ໃດ ​ແຕ່​ວ່າ ວັນ​ເພງ ວົງ​ທອງຄຳ ​ໄດ້​ຮ້ອງ​ເພງ ສະບາຍດີ​ປີ​ໃໝ່​ລາວ ນີ້ ​ໄດ້​ຢ່າງ​ລະອຽດ ​ເພາະ​ໄດ້​ບັນ​ລະ​ຍາຍ​ເຖິງ​ວິທີ​ກຳ​ ທັງ​ການ​ຂົບ​ງັນຕ່າງໆ ທີ່ີຊາວ​ລາວ​ຈັດ​ສະຫຼອງ​ໃນ​ວັນ​ສົງການ ​ແລະ​ສິ່ງ​ທີ່​ຂາດ​ບໍ່​ໄດ້​ນັ້ນ ກໍ​ຄື​ພິທີກຳ​ທາງ​ສາສະໜາ ຕັກບາດ​ຢາດ​ນ້ຳ ສົງ​ພະພຸດທະ​ຮູບ​ຕາມ​ວັດວາອາ​ຮາມ ຫົດ​ສົງ​ທັງ​ພະສົງສຳມະ​ເນນ ​ແລະ​ໄປ​ຂໍ​ສົມ​ມາ​ຄາລະວະຕໍ່​ພໍ່​ແມ່ ​ຜູ້​ເຖົ້າ​ຜູ້​ແກ່ ​ເພື່ອ​ຂໍ​ໂທດຂໍ​ໂພຍ ​ແລະ​ຮັບ​ຄຳ​ອວຍພອນ​ຈາກ​ພວກ​ເພິ່ນ ພ້ອມ​ນີ້ ພວກ​ລູກ​ໆ ​ຕ່າງກໍພາກັນ​ນຳ​ຂອງ​ທີ່​ລະ​ລຶກ ຂອງຕ້ອນ​ຂອງຝາກ​ຕິດ​ໄມ້​ຕິດ​ມື ນຳ​ໄປ​ກາບ​ຄາລະວະ​ພວກ​ເພິ່ນ​ດ້ວຍ. ເອົາ​…ອອກ​ມາ​ຟ້ອນ​ລຳວົງ ກັນ​ຕໍ່​ກັບ​ເພງ ສະບາຍດີ​ປີ​ໃໝ່​ລາວຂອງ ວັນ​ເພງ ວົງ​ທອງຄຳ.

ກ່ອນ​ຈາກ​ກັນ​ໄປ​ໃນ​ວັນ​ປີ​ໃໝ່ ພສ 2561 ນີ້ ວັນນສອນ ຂໍ​ຕາງໜ້າ​ໃຫ້​ຄະນະ​ຈັດ​ທຳ
ວິທະ​ຍຸ​ ວີ​ໂອ​ເອ ທຸກ​ຄົນ ອວຍພອນແກ່ທ່ານ​ຜູ້​ຟັງ ​ຈົ່ງປະສົບ​ແຕ່​ຄວາມ​ຜາ​ສຸກ ຈະ​ເລີ​ນ
ຮຸ່ງ​ເຮືອງ ເບີກບານມ່ວນຊື່ນ ທັງລາບຍົດ, ສັນລະເສີນ, ​ເງິນ​ຄຳ​ໄຫຼ​ມາ​ເທມາ ​ແລະ​ສຳ
ຄັນ​ສຸດ ກໍ​ຄືການ​ມີສຸກຂະພາບແຂງແຮງ ​ເພື່ອ​ທີ່​ຈະ​ໄດ້​ຮັບ​ຟັງ​ວີ​ໂອ​ເອ ໄປນານໆ
ຕະ​ຫຼອດ​ການ ແລະຂໍປິດທ້າຍລາຍການລົງດ້ວຍເພງຫວານໆ ທີ່​ທຸກ​ຄົນຊາບ​ດີ​ແລ້ວ​ວ່າ
​ປີ​ໃໝ່​ທຸກໆເທື່ອວີ​ໂອ​ເອ ​ຈະ​ເປີດ​ເພງນີ້ ພາດບໍ່ໄດ້ເດັດຂາດ ​ເປັນ​ເພງ​ຄູ່ ​ທີ່ສິນລະປິນ
ທັງ​ສອງ ​ແຊມ​ແລະ​ຢູ​ໂກະ ຂັບ​ຮ້ອງ ​ເປັນ​ເພງຫວານ​ຊຶ້ງ ​ແລະ​ຂໍ​ໃຫ້​ທຸກໆທ່ານ​ຈົ່ງ
ນອນຫ​ລັບ ​ສະບາຍ​ໄປ​ກັບ​ເພງ​ນີ້ "ປີໃໝ່​ແລ້ວ ​ແກ້ວຕາ" ສະບາຍດີປີໃໝ່.

ດອກຈຳປາ ດອກໄມ້ປະຈຳຊາດລາວ
ດອກຈຳປາ ດອກໄມ້ປະຈຳຊາດລາວ

ຄະນະວີໂອເອພາກພາສາລາວ ຂໍສົ່ງພອນປີໃໝ່
ປະພັນໂດຍ ທ່ານບຸນຜົງ ພົມທະວົງ ມາຝາກແດ່ທ່ານຜູ້ຟັງທຸກຖ້ວນໜ້າ

ຄືນວັນ ຫັນປ່ຽນຍ້າຍ ແຖມຖ່າຍລະດູການ

ເຫມັນ ກັບຄວາມຫນາວ ຜ່ານລ່ວງເລີຍກາຍແລ້ວ

ສະກຸນາ ແຊວຮ້ອງ ໂບຍບິນເຊີຍຊົມດອກ

ນາລີ ບານເບັ່ງຊ້ອນ ຫອມກຸ້ມທົ່ວນະຄອນ.


ປີເກົ່າການ ຜ່ານພົ້ນ ຈ.ສ.ໃຫມ່ມາແທນ

ແມ່ນນ່ຽວ ວອນສັນໃດ ຍ່ອມບໍ່ຫວນຄືນໄດ້

ທາລາໄຫຼ ລົງແກ້ງ ບໍ່ແຍງມາສັນເກົ່າ

ໂລກມະນຸດ ມັນຫາກ ເປັນດັ່ງເວົ້າ ພຣະທັມເຈົ້າສ່ອງທາງ ແທ້ນາ !

ປີໃຫມ່ ອະທິຖານ ຈິດຕັ້ງ ຂຽນຂີດຄໍາອວຍພອນ

ຝາກເປັນກອນ ແທນໃຈ ມອບໃຫ້ຊຸມຊາວເຊື້ອ

ພີ່ນ້ອງລາວ ເຫນືອໃຕ້ ວົງສາຄະນາຍາດ ເຮົານາ

ປຣາຖນາ ຊອບທັມ ສົມມາດແມ້ງ ເປັນຈິງໄດ້ດັ່ງຫມາຍ ທ່ານເນີ !

ປີໃຫມ່ ຂໍໃຫ້ ຍົດລາບຊັ້ນ ເກີດແກ່ມວນຊົນລາວ ເຮົາເນີ

ເຊື້ອສາຍ ພົງພັນລາວ ຈົ່ງຮັກຫອມແພງຕຸ້ມ

ແບ່ງຈິດ ປັນໃຈໃຫ້ ເຫັນກັນໃຫ້ຖາມໄທ່ ຊອບແລ້ວ

ເຊື້ອລູກຫຼານ ລ້ານຊ້າງ ເປັນສາຍເລືອດເຜົ່າລາວ ທ່ານດ໋າຍ!

ປີໃຫມ່...ອາຍຸ ຂໍໃຫ້ ຍືນແກ່ເຖົ້າ

ເຫັນເຫຼົ່າມວນຫຼານເຫຼນ

ວັນນະ ຂໍໃຫ້ ສີໂສມງາມ ດັ່ງມະນີຄຸນລໍ້າ

ສຸຂະ ຂໍໃຫ້ ສຸກຂີຫມັ້ນ ຊີວາວັນເຮືອງເດັ່ນ

ພະລະ ຂໍໃຫ້ ແຂງແກ່ນກ້າ ທຽບແຮງຊ້າງຫມື່ນໂຕ ແທ້ເນີ !

XS
SM
MD
LG