ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ.ນ. ລິສ ເຊນນີກ່າວ​ວ່າ ທ່ານ​ທ​ຣຳ ​ມີ​ບົດ​ບາດໃນ “ການກະທຳຜິດ ທີ່ຮ້າຍແຮງທີ່ສຸດ” ກວ່າປະທານາທິບໍດີ ສະຫະລັດ ຄົນໃດໝົດ


ທ່ານ​ນາງ Liz Cheney, ຮອງປະທານຄະນະກໍາມະການສືບສວນຂອງລັດຖະສະພາກັບ​ເຂົ້າ​ໄປ​ຫ້ອງ​ປະ​ຊຸມຂະ​ນະທີ່ ​ກຳ​ມະ​ການ​ທີ່​ຖືກ​ຄັດ​ເລືອກຂອງ​ສະ​ພາ​ຕ່ຳ​ໃຫ້​ສືບ​ສວນ ​ການ​ໂຈມ​ຕີ​ໃນ​ວັນ​ທີ 6 ມັງ​ກອນຢູ່​ຫໍ​ລັດ​ຖະ​ສະ​ພາກຳ​ລັງຈັດ​ການ​ຮັບ​ຟັງ​ຄຳ​ໃຫ້​ການ​ຂຶ້ນ ໃນ​ວັນ​ທີ 21 ກໍ​ລະ​ກົດ, 2022.
ທ່ານ​ນາງ Liz Cheney, ຮອງປະທານຄະນະກໍາມະການສືບສວນຂອງລັດຖະສະພາກັບ​ເຂົ້າ​ໄປ​ຫ້ອງ​ປະ​ຊຸມຂະ​ນະທີ່ ​ກຳ​ມະ​ການ​ທີ່​ຖືກ​ຄັດ​ເລືອກຂອງ​ສະ​ພາ​ຕ່ຳ​ໃຫ້​ສືບ​ສວນ ​ການ​ໂຈມ​ຕີ​ໃນ​ວັນ​ທີ 6 ມັງ​ກອນຢູ່​ຫໍ​ລັດ​ຖະ​ສະ​ພາກຳ​ລັງຈັດ​ການ​ຮັບ​ຟັງ​ຄຳ​ໃຫ້​ການ​ຂຶ້ນ ໃນ​ວັນ​ທີ 21 ກໍ​ລະ​ກົດ, 2022.

ສະມາຊິກລັດຖະສະພາ ທ່ານນາງລິ​ສ ເຊນ​ນີ (Liz Cheney) ຊຶ່ງ​ເປັນ​ຜູ້ນຶ່ງໃນບັນດາຜູ້ນຳພາການສືບສວນກ່ຽວກັບການກໍ່ຄວາມວຸ້ນວາຍເມື່ອວັນທີ 6 ມັງກອນ ທີ່ຫໍລັດຖະສະພາສະຫະລັດ ໃນປີກາຍນີ້ ກ່າວໃນວັນອາທິດວານນີ້ວ່າ ທ່ານດໍ​ໂນ​ລ ທ​ຣຳ ໄດ້ມີສ່ວນໃນ “ການກະທຳທີ່ຜິດທີ່ຮ້າຍແຮງທີ່ສຸດ” ກວ່າປະທານາທິບໍດີສະຫະລັດຄົນໃດ​ໝົດໃນປະຫວັດສາດໂດຍຍຸຍົງໃຫ້ເກີດຄວາມ​ໂກ​ລາ​ຫົນ ແລະຫຼັງຈາກນັ້ນ ກໍໄດ້ປະຕິເສດເປັນ​ເວ​ລາ​ນານຫຼາຍ​ກວ່າ​ສາມ​ຊົ່ວ​ໂມງ ບໍ່​ຍອມ​ຮຽກຮ້ອງ​ໃຫ້​ພວກ​ກໍ່​ການຈະ​ລາ​ຈົນຢຸດ​ເຊົາ. ​

ທ່ານທ​ຣຳ ທີ່​ກໍາລັງສະ​ແດງ​ອອກຢ່າງກວ້າງຂວາງວ່າ​ ຈະ​ລົງການແຂ່ງຂັນອີກຄັ້ງນຶ່ງເພື່ອ​ເອົາ​ຕຳ​ແໜ່ງຢູ່ທໍານຽບຂາວ ໃນປີ 2024 ແຕ່ທ່ານ​ນາງ ເຊນ​ນີ (Cheney), ຮອງປະທານຄະນະກໍາມະການສືບສວນຂອງລັດຖະສະພາກ່າວຢູ່​ໃນລາຍ​ການ “State of the Union” ຂອງໂທ​ລະ​ພາບ CNN ໃນວັນອາທິດວານນີ້ ວ່າ "ບໍ່ຕ້ອງສົງໄສຫຍັງ​ເລີຍ ໃນໃຈຂອງຂ້າ​ພ​ະ​ເຈົ້າ​ຮູ້​ແລ້ວວ່າ ທ່ານບໍ່ເຫມາະສົມເລີຍ" ສໍາລັບຕໍາແຫນ່ງທີ່​ໄດ້​ຮັບເລືອກຕັ້ງແລະ "ບໍ່ຄວນໄປໃກ້ຫ້ອງການຮູບ​ຊົງ​ໄຂ່ອີກ."

ທ່ານ​ນາງ​ເຊນ​ນີ, ຜູ້​ທີ່​ກ້າ​ອອກ​ປາກ​ອອກ​ສຽງຕ້ອງ​ຕິ​ທ່ານ​ທ​ຣຳ​ ໄດ້ເປີດການ​ກ່າວ​ໂຈມ​ຕີຄັ້ງ​ຫລ້າສຸດຂອງທ່ານນາງຕໍ່ເພື່ອ​ນ​ຮ່ວມພັກຣີພັບບລີດ້ວຍກັນຄົນ​ນັ້ນ ໃນຫຼາຍມື້ ຫຼັງຈາກພວກພະຍານບອກກັບຄະນະກຳ​ມະ​ການ​ໃນສະພາຕ່ຳວ່າ ທ່ານ ທ​ຣຳ ບໍ່ສົນໃຈນຳຄຳຮ້ອງຂໍ ຈາກທີ່​ປຶກ​ສາໃນທຳນຽບຂາວ, ຜູ້ສະໜັບສະໜຸນທ່ານໃນລັດຖະສະພາຈາກພັກຣີພັບບລີກັນ, ຜູ້​ຈັດ​ລາຍ​ການດ້ານຄວາມຄິດເຫັນໃນໂທລະພາບທີ່​ມີ​ຫົວອະນຸລັກນິ​ຍົມ ແລະສະມາຊິກໃນຄອບຄົວ ໃຫ້​ຮຽກ​ຮ້ອງຕໍ່ພວກ​ກໍ່​ຈາ​ລະ​ຈົນ​ທີ່​ສະ​ໜັບ​ສະ​ໜຸນທ່ານທ​ຣຳ ປະມານ 2,000 ຄົນ ໃຫ້​ໜີ​ໄປໃນ​ປີ​ກາຍ​ນີ້ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ພະຍາຍາມຂັດ​ຂວາງບໍ່​ໃຫ້​ລັດຖະ​ສະພາ​ຢັ້ງຢືນ​ວ່າ ທ່ານ​ໂຈ ໄບ​ເດັນ​ທີ່​ມາ​ຈາກພັກ​ເດ​ໂມ​ແຄຣັດຊະນະ​ທ່ານ​ ໃນ​ການ​ເລືອກ​ຕັ້ງ​ປີ 2020.

ພວກ​ສະ​ໜັບ​ສະ​ໜຸນ​ທ່ານ​ທ​ຣຳ ໄດ້​ເຂົ້າ​ຮ່ວມການ​ໂຮມ​ຊຸມ​ນຸມ​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນໃນ​ວັນ​ທີ 6 ມັງ​ກອນ, 2021 ໂດຍ​ທີ່​ຫລາຍ​ຄົນ​ໃນ​ນັ້ນ ໄດ້​ບຸກ​ເຂົ້າ​ໄປ​ໃນ​ຫໍ​ລັດ​ຖະ​ສ​ະ​ພາ​ໃນ​ເວ​ລາ​ຕໍ່​ມາ.
ພວກ​ສະ​ໜັບ​ສະ​ໜຸນ​ທ່ານ​ທ​ຣຳ ໄດ້​ເຂົ້າ​ຮ່ວມການ​ໂຮມ​ຊຸມ​ນຸມ​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນໃນ​ວັນ​ທີ 6 ມັງ​ກອນ, 2021 ໂດຍ​ທີ່​ຫລາຍ​ຄົນ​ໃນ​ນັ້ນ ໄດ້​ບຸກ​ເຂົ້າ​ໄປ​ໃນ​ຫໍ​ລັດ​ຖະ​ສ​ະ​ພາ​ໃນ​ເວ​ລາ​ຕໍ່​ມາ.

ທ່ານທ​ຣຳ ມັກຈະໂຈມຕີຄະນະກຳມະການສືບສວນ ກ່ຽວກັບບົດບາດຂອງທ່ານ ໃນການປຸກ​ລະ​ດົມໃຫ້ເກີດຄວາມວຸ້ນວາຍ ໂດຍການຮຽກຮ້ອງ ໃຫ້ຜູ້ສະໜັບສະໜຸນຂອງທ່ານເດີນຂະບວນໄປທີ່ຫໍ​ລັດ​ຖະ​ສະ​ພາ ແລະ "ໃຫ້ຕໍ່ສູ້ຄືກັນກັບຢູ່ ໃນນະລົກ." ທ່ານໄດ້ເອີ້ນຄະນະກໍາມະການ 9 ຄົນວ່າ ເປັນ "ຄະນະກໍາມະການທີ່ບໍ່​ໄດ້​ຮັບການເລືອກຂອງພວກອັນ​ຕະ​ພານແລະພວກກໍ່​ກວນຄວາມ​ສະ​ຫງົບທາງດ້ານການເມືອງ."

ທ່ານທ​ຣຳ ໄດ້ຕຳໜິອະດີດທີ່​ປຶກ​ສາຂອງທ່ານຫຼາຍໆຄົນ ທີ່ຫັນມາຕໍ່ຕ້ານທ່ານ ແລະເປັນພະຍານ ກ່ຽວກັບສິ່ງທີ່ພວກເຂົາເຈົ້າໄດ້ເຫັນຢູ່ໃນທຳນຽບຂາວໃນມື້ເກີດເຫດຈະລາຈົນນັ້ນ ໃນຂະນະທີ່ທ່ານເບິ່ງມັນຢູ່ທາງໂທລະພາບຕອນນັ່ງຢູ່ໃນຫ້ອງຮັບປະທານອາຫານ ທີ່​ຢູ່ຂ້າງຫ້ອງການຂອງທ່ານນັ້ນ.

ທ່ານທ​ຣຳ ກ່າວ​ຕໍ່​ພວກ​ໂຮມ​ຊຸມ​ນຸມ​ທາງ​ການ​ເມືອງໃນ​ລັດອາ​ຣິ​ໂຊ​ນາໃນ​ຄືນ​ວັນ​ສຸກ​ແລ້ວ​ນີ້ວ່າ “ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ປະ​ກາດ​ວ່າ ​ຂ້າ​ພະ​ເຈົ້າ​ຈະບໍ່​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ ທາງການ​ເມືອງ​ອີກ​ຕໍ່​ໄປ, ການ​ກັ່ນ​ແກ້ງ​ຂົ່ມ​ເຫັງ​ທ່ານດໍ​ໂນ​ລ ທ​ຣຳ ກໍຈະ​ຢຸດ​ລົງໃນ​ທັນ​ທີ. ພວກເຂົາກຳລັງຊອກ​ຫາ​ຄວາມ​ຜິດ​ຂ້າ​ພະ​ເຈົ້າ ກໍເພາະວ່າຂ້າ​ພະ​ເຈົ້າ​ລຸກ​ຂຶ້ນ​ຕ້ານກັບ​ພວກ​ເຂົາ​ແທນ​ທ່ານ.”

ກຸ່ມ​ທີ່​ສະ​ໜັບ​ສະ​ໜຸນ​ທ່ານ​ທ​ຣຳ ທີ່​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ຕອນນັ້ນ ໄດ້​ບຸກ​ເຂົ້າ​ໄປ​ໃນຫໍ​ລັດ​ຖະ​ສະ​ພາ​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ​ໃນ​ວັນ​ທີ 6 ມັງ​ກອນ, 2021.
ກຸ່ມ​ທີ່​ສະ​ໜັບ​ສະ​ໜຸນ​ທ່ານ​ທ​ຣຳ ທີ່​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ຕອນນັ້ນ ໄດ້​ບຸກ​ເຂົ້າ​ໄປ​ໃນຫໍ​ລັດ​ຖະ​ສະ​ພາ​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ​ໃນ​ວັນ​ທີ 6 ມັງ​ກອນ, 2021.

ພວກ​ກໍ່​ຈາ​ລະ​ຈົນ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ຫໍ​ລັດຖະສະພາ​ສະຫະລັດ ຊຶ່ງ​ໄດ້​ທຳລາຍ​ຕຶກ​ອາຄານ, ​ໄດ້​ປະ​ທະ​ກັນ​ກັບ​ຕຳຫຼວດ ​ແລະ​ໄດ້​ເຮັດ​ໃຫ້​ສະມາຊິກ​ສະພາ​ແລະ​ຮອງ​ປະທານາທິບໍດີໄມ​ຄ໌ ເພັນ​ສ໌ ໃນ​ເວລາ​ນັ້ນ ໃຫ້​ຫລົບໜີ​ໄປ ​ເພື່ອ​ຄວາມ​ປອດ​ໄພ. ໃນທ່າມກາງການກໍ່​ຈາ​ລະ​ຈົນ, ທ່ານທ​ຣຳ ໄດ້ເຍາະເຍີ້ຍທ່ານເພັນ​ສ໌ ວ່າ ບໍ່ມີ “ຄວາມກ້າຫານ” ທີ່ຈະຂັດຂວາງການຢັ້ງຢືນການລົງຄະແນນສຽງຂອງພວກ​ຜູ້​ແທນ​ການເລືອກຕັ້ງທີ່ສະແດງໃຫ້ເຫັນວ່າ ທ່ານ​ໄບ​ເດັນໄດ້ຊະນະນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG