ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຜ່າຕັດ ປ່ຽນຕັບ ທີ່ມີປະສິດທິຜົນທີ່ສຸດ


ເຄື່ອງຈັກທີ່ຊ່ອຍເກັບຮັກສາຕັບ
ເຄື່ອງຈັກທີ່ຊ່ອຍເກັບຮັກສາຕັບ

ເຖິງ​ແມ່ນ​ວ່າ ການ​ຜ່າຕັດສັບປ່ຽນ​ຕັບ​ມະນຸດ ໄດ້​ມີຂຶ້ນ​ນັບ​ຕັ້ງ​ແຕ່​ປີ 1963 ​ກໍຕາມ ແຕ່​ການ ຜ່າຕັດ​ດັ່ງກ່າວ​ ກໍຍັງ​ເປັນວຽກ​ຫຍຸ້ງຍາກສັບສົນ​ ​ແລະສ່ຽງ​ຢູ່. ປະມານ 28 ​ເປີ​ເຊັນ ຂອງ​ພວກ​ທີ່​ໄດ້​ຮັບຕັບໃໝ່ແມ່ນຈະ​ເສຍ​ຊີວິດໄປ ພາຍ​ໃນ 5 ປີ. ປະຈຸ​ບັນ​ນີ້ ​ວິທີ​ກຳແນວ​ໃໝ່​ ກຳລັງ​ພັດທະນາ​ຂຶ້ນ ໃນສູນ​ກາງ​ການ​ແພດ​ທີ່​ມະຫາວິທະຍາ​ໄລ Pittsburgh ​ທີ່ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຄຳ​ໝັ້ນ​ສັນຍາທີ່ດີຂຶ້ນຢ່າງໃຫຽ່ ດ້ວຍ​ການ​ເກັບ​ຮັກສາ​ອະ​ໄວ​ຍະ​ວະ​ໄວ້​ເປັນ​ຢ່າງ​ດີ ​ໃນ​ຂະນະ​ທີ່​ທຳ​ການຜ່າຕັດນັ້ນ ນັກ​ຂ່າວ VOA George Putic ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງ​ນີ້ ຊຶ່ງວັນນະ​ສອນ ຈະ​ນຳເອົາລາຍລະອຽດມາສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ. ເຄື່ອງ​ຈັກນີ້ ກຳລັງ​ປ້ຳ​ຂອງ​ແຫຼວທີ່ເຢັນໆ​ເຕັມ​ໄປ​ດ້ວຍ oxygen ​ເຂົ້າ​ໄປ​ໃນ​ຕັບ​ຂອງ​ໝູ​.

ດຣ. Paulo Fontes ໝໍຜ່າຕັດຜູ້ນຶ່ງ ກ່າວ​ວ່າ “​ເຄື່ີອງຈັກ​ດັ່ງກ່າວນີ້ ສ້າງ​ຂຶ້ນມາດ້ວຍ 2 ​ເຄື່ອງ​ປ້ຳ ຊຶ່ງເຄື່ອງ​ປ້ຳ​ແຕ່​ລະ​ອັນ​ ຈະ​ປ້ຳ​ຂອງ​ແຫຼວ ​ຜ່ານ​ຫຼອດ​ເລືອດ ເຂົ້າ​ໄປ​ໃນ​ຕັບ​ທີ່​ຈະ​ເຂົ້າ​ໄປ​ຂ້າງ​ໃນບ່ອນນີ້.”

​ທີ່​ສະ​ຖາ​ບັນການ​ແພດ McGowan ​ເພື່ອ​ການ​ຟື້ນ​ຄືນ​ສູ່​ສະພາບເດີມນັ້ນ​ ທ່ານໝໍ​ຜ່າຕັດ ດຣ. Paulo Fontes ກ່າວ​ວ່າ​ທາດ oxygen ຈະສາມາດ​ຍືດ​ຊີວິດ​ຂອງ​ເນື້ອ​ເຫຍື່ອ​ຂອງ ອະ​ໄວ​ຍະ​ວະອອກໄປໄດ້ ນານເຖິງ 9 ​ຊົ່ວໂມງ.

​ໃນ​ປະຈຸ​ບັນ​ນີ້ ຕັບທີ່​ໄດ້ຮັບ​ບໍລິຈາກມາ 20 ຫາ 40 ປີ​ເຊັນ ​ແມ່ນ​ຈະໄດ້ເອົາຖິ້ມເພາະມັນຖືກ​ ເກັບ​ແຊ່​ເຢັນ​ໄວ້​ດົນ​ນານ​ໂພດ ​ແລະ​ບໍ່​ໄດ້​ຮັບ oxygen ຢ່າງພຽງພໍ.

ດຣ. Fontes ເວົ້າວ່າ “​ໄດ້​ມີເຄື່ີອງປ້ຳ ທີ່ປະດິດຂຶ້ນ​ມາ​ກ່ອນ​ແລ້ວ ​ໄດ້ມີ​ນ້ຳຢາ​ທີ່ຖືກຜລິດ ຂຶ້ນມາກ່ອນແລ້ວ ​ແຕ່ວ່າມີ​ໜ້ອຍ​ຄົນ​ ທີ່​ເພັ່ງ​ເລັງ​ໃສ່ຄວາມຈິງທີ່ວ່າ ພວກເຮົາຢາກໃຫ້ມີ ອຸນະພູມຢູ່​ໃນ​ຫຼາຍ​ລະດັບ ເພື່ອຈະສາມາດປັບເນື້ອເຫຽື່ອໃຫ້ເຂົ້າກັບ​ສະພາບການ ຂອງ ອະ​ໄວ​ຍະ​ວະ​ເວລາເຮົາທຳການຮັກສາປິ່ນປົວ.”

ຫຼັງ​ຈາກ​ໄດ້​ມີ​ການ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ບັນຫາ​ດັ່ງກ່າວ​ມານານ​ກວ່າ 20 ປີ​ແລ້ວ ພວກນັກວິທະ ຍາສາດ​ຈາກ ມະຫາວິທະຍາ​ໄລ Pittsburgh ຮ່ວມ​ກັບ​ຄູ່​ວິ​ໄຈ ຈາກ​ສູນ​ກາງ​ການ​ແພດ ຂອງ ມະຫາວິທະຍາໄລ ​ໃນ Groningen, Netherland ກໍ​ໄດ້​ຄົ້ນ​ພົບ​ການ​ສ້າງ​ເລືອດ​ທຽມ ຂຶ້ນມາ ທີ່​ສາມາດ​ຫຼໍ່ລ້ຽງ​ອະ​ໄວ​ຍະ​ວະທັງໝົດ ດ້ວຍ oxygen ການ​ທົດ​ລອງ​ຫຼາຍ​ໆ ຄັ້ງ ​ໃນ​ຫ້ອງ​ທົດ​ລອງ​ກັບສັດ ທັງຫຼາຍ​ນັ້ນ​ແມ່ນ ປະສົບ​ຜົນສຳ​ເລັດ 100 ​ເປີ​ເຊັນ.

ດຣ. Fontes ກ່າວ​ວ່າ “​ໃນ​ຖານະ​ທີ່​ເປັນ​ໝໍ​ຜ່າຕັດມາ​ໄດ້ 25 ປີ​ແລ້ວ ຂ້າພະ​ເຈົ້າ​ກໍຍັງຕົກ ໃຈ ໃນເມື່ອ​ເຫັນ​ຕົວເອງວ່າ ​ສາມາດຜ່າຕັດສັບປ່ຽນ​ຕັບໃຫ້​ສັດໄດ້ ​ແລະ​ພາຍໃນ​ອີກ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​ຜ່າຕັດ​ແລ້ວ ​ເບິ່ງ​ຄື​ວ່າ​ມັນ​ຈະເປັນໄປບໍ່ໄດ້. ເຄື່ອງ​ຈັກ​ທີ່​ວ່າ​ນີ້ ​ໄດ້​ປັບ​ອຸນຫະພູມ​ຂອງ​ຕັບທີ່ໄດ້ຮັບ​ບໍລິຈາກ​ມາ ​ໃຫ້​ຕ່ຳລົງ ​ໃນ​ຂະນະ​ທີ່​ນຳມັນເຂົ້າໄປໃນ​ນ້ຳ​ຢາ​ທີ່​ສົ່ງໂມ​ເລ​ກູລຂອງເລືອດເຂົ້າໄປສ່ວນເລິກຂອງເນື້ອ​ເຫຍື່ອ ທີ່​ສາມາດ​ສົ່ງທາດ oxygen ໃຫ້ໄດ້ເຖິງ 8 ​ເທົ່າ ຫຼາຍ​ກວ່າ​ເຄື່ອງ​ປ້ຳ​ທົ່ວ​ໄປ.”

ປັດຈຸບັນ ບັນດາ​ນັກວິ​ໄຈທັງຫຼາຍ ກຳລັງ​ລໍຖ້າ​ການ​ອະນຸມັດ​ຈາກ​ອົງການ​ອາຫານ​ແລະ​ຢາ​ຂອງ​ສະຫະ​ລັດ ຫຼື U.S. Food and Drug Administration ​ໃນ​ການ​ທົດ​ລອງສັບປ່ຽນ ຕັບ​ທີ່​ຫລໍ່ລ້ຽງ​ດ້ວຍທາດ oxygen ​ໃສ່ໃຫ້​ມະນຸດເຮົາ.

​ໃນ​ຂະນະດຽວກັນນີ້ ​ພວກ​ນັກວິທະຍາສາດທັງຫຼາຍ ກໍ​ແມ່ນ​ກຳລັງຂະຫຍາຍ​ລະບົບ​ຂອງ​ພວກ​ເຂົາ​ເຈົ້າຢູ່ ​ເພື່ອເປີດກວ້າງໄປສູ່​ການ​ຜ່າ​ຕັດສັບ​ປ່ຽນ​ອະ​ໄວ​ຍະ​ວະຕ່າງໆ ​ໄປຈົນເຖິງແມ່ນກະທັ່ງ ແຂນ​ຂາ​ນໍາ.

ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ

XS
SM
MD
LG