ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, 27 ກັນຍາ 2026
ການເລືອກຕັ້ງປະທານາທິບໍດີ ສະຫະລັດ 2024 ລະຫວ່າງທ່ານ ດໍໂນລ ທຣຳ ສັງກັດພັກຣີພັບບລີກັນ ແລະ ທ່ານນາງ ຄາມາລາ ແຮຣິສ ສັງກັດພັກເດໂມແຄຣັດ
ການເລືອກຕັ້ງປະທານາທິບໍດີ ສະຫະລັດ 2024 ລະຫວ່າງທ່ານ ດໍໂນລ ທຣຳ ສັງກັດພັກຣີພັບບລີກັນ ແລະ ທ່ານນາງ ຄາມາລາ ແຮຣິສ ສັງກັດພັກເດໂມແຄຣັດ

ລາຍງານບລອກສົດ! ການເລືອກຕັ້ງ ສະຫະລັດ ປີ 2024

ການເລືອກຕັ້ງປະທານາທິບໍດີ ສະຫະລັດ 2024 ລະຫວ່າງທ່ານ ດໍໂນລ ທຣຳ ສັງກັດພັກຣີພັບບລີກັນ ແລະ ທ່ານນາງ ຄາມາລາ ແຮຣິສ ສັງກັດພັກເດໂມແຄຣັດ

ວີໂອເອ ລາວ ລາຍງານສົດ ຄວາມຄືບໜ້າ ການເລືອກຕັ້ງ ປະທານາທິບໍດີ ປີ 2024!

11:10 6.11.2024

ຫຼ້າສຸດ, ທ່ານນາງ ແຮຣິສ ມີຄະແນນເພີ້ມຂື້ນມາເປັນ 179 ດ້ວຍການເອົາຊະນະໃນລັດ ຄາລິຟໍເນຍ ແລະລັດວໍຊິງຕັນ, ສ່ວນ ທ່ານ ທຣໍາ ເອົາຊະນະເພີ້ມໃນລັດ ໄອດາໂຮ ເຮັດໃຫ້ທ່ານມີຄະແນນເພີ້ມຂື້ນເປັນ 214.

11:35 6.11.2024

ໃກ້ເຂົ້າມາເລື້ອຍໆແລ້ວ ສໍາລັບຕໍາແໜ່ງປະທານາທິບໍດີຄົນທີ 47 ຂອງ ສະຫະລັດ, ເຊິ່ງ ທ່ານ ທຣໍາ ຍັງຄົງນໍາ ທ່ານນາງ ແຮຣິສ ດ້ວຍຄະແນນ 230 ໂດຍໄດ້ເພີ້ມຈາກລັດ ຄາໂຣໄລນາເໜືອ, ສ່ວນ ທ່ານນາງ ແຮຣິສ ຍັງຄົງຕິດຕາມມາດ້ວຍຄະແນນ 187 ໂດຍໄດ້ເພີ້ມຈາກລັດ ໂອເຣກອນ.

11:49 6.11.2024

ທ່ານນາງ ແຮຣິສ ມີຄະແນນຂຶ້ນມາເພີ້ມຈາກລັດ ນິວເມັກຊິໂກ ສົ່ງຜົນເຮັດໃຫ້ ທ່ານນາງ ມີຄະແນນນະເວລານີ້ເປັນ 205, ສ່ວນ ທ່ານທຣໍາ ຍັງຄົງມີຄະແນນຢູ່ທີ່ 230.

21:03 6.11.2024

ຜົນການເລືອກຕັ້ງອອກມາເກືອບໝົດທຸກລັດແລ້ວ ທ່ານທຣຳ ໄດ້ຮັບຄະແນນສຽງຂອງຜຸ້ແທນ 277

ໃນຕອນເຊົ້າມືດຂອງວັນພຸດມື້ນີ້ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ອອກມາປະກາດໄຊຊະນະ ຢູ່ທີ່ບ້ານພັກ ມາຣ-ອາ-ລາໂກ້ ໃນລັດຟລໍຣິດາ ຮ່ວມກັບບັນດາຜູ້ສະໜັບສະໜູນຂອງທ່ານ ຫຼັງຈາກໄດ້ຖືກ​ເລືອກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທີ 47 ໂດຍ​ໄດ້​ຊະ​ນະ​ໃນຫຼາຍ​ລັດ​ທີ່​ສຳ​ຄັນ, ລວມ​ທັງ​ລັດ ເພັນ​ຊິ​ລ​ເວ​ເນຍ ແລະ ວິ​ສ​ຄອນ​ຊິນ, ໂດຍ​ການ​ເອົາ​ຊະ​ນະ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ຄາ​ມາ​ລາ ແຮ​ຣິ​ສ.

ທ່ານ ດໍ​ໂນ​ລ ທ​ຣຳ ຕ້ອງ​ການ​ຄະ​ແນນ​ສຽງ​ຈາກ​ຄະ​ນະ​ຜູ້​ແທນ​ລັດ 270 ຄະ​ແນນ​ເພື່ອ​ຊະ​ນະ​ກາ​ນ​ແຂ່ງ​ຂັນ, ແຕ່​ແຜນ​ທີ່​ການ​ເລືອກ​ຕັ້ງ​ໃນ​ປັດ​ຈຸ​ບັນ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ ທ່ານ​ມີ​ຢູ່ 277 ຄະ​ແນນ ຕໍ່​ທ່ານ​ນາງ ຄາ​ມາ​ລາ ແຮ​ຣິ​ສ 224 ຄະ​ແນນ.

ໂຫລດຕື່ມອີກ

XS
SM
MD
LG