ຍານາງ ຫຼິວ ເຊຍ ນາງໝ້າຍຂອງນັກຕໍ່ຕ້ານລັດຖະບານ ແລະຜູ້ທີ່ໄດ້ຮັບລາງ ວັນໂນ
ແບລຂະແໜງສັນຕິພາບ ທ່ານຫຼິວ ຊຽວໂບ ໄດ້ໄປເຖິງເຢຍຣະມັນໃນວັນອັງຄານວານ
ນີ້ຫຼັງຈາກໄດ້ຮັບອະນຸຍາດໃຫ້ເດີນທາງອອກຈາກປະເທດຈີນໃນທີ່ສຸດ ໂດຍໄດ້ໃຊ້
ເວລາແປດປີ ພາຍໃຕ້ການກັກບໍລິເວນໃຫ້ຢູ່ໃນບ້ານ.
ໂຄສົກກະຊວງຕ່າງປະເທດຈີນຄົນນຶ່ງກ່າວຕໍ່ບັນດານັກຂ່າວໃນວັນອັງຄານວານນີ້ວ່າ
ຍານາງຫຼີວ ເຊຍ ໄດ້ອອກຈາກປັກກິ່ງ ເພື່ອຊອກຫາການປິ່ນປົວ. ອ້າຍຂອງຍານາງ
ທ່ານຫຼິວ ຫຸຍ ໄດ້ຂຽນລົງຢູ່ສື່ສັງຄົມວ່າ ນ້ອງສາວຂອງທ່ານ ໄດ້ອອກຈາກຈີນ “ເພື່ອ
ເລີ້ມຊີວິດໃໝ່” ຢູ່ໃນຢູໂຣບ.
ເຈົ້າໜ້າທີ່ກະຊວງຕ່າງປະເທດສະຫະລັດຄົນນຶ່ງກ່າວວ່າ “ສະຫະລັດຍິນດີກັບຂ່າວທີ່
ພວກເຈົ້າໜ້າທີ່ຈີນ ໄດ້ປ່ອຍໂຕຍານາງຫຼີວ ເຊຍ ຈາກການກັກບໍລິເວນຢູ່ໃນບ້ານ ແລະ
ອະນຸຍາດໃຫ້ຍານາງ ອອກຈາກປະເທດຈີນ ດັ່ງທີ່ຍານາງປາດຖະໜາ. ພວກເຮົາຍັງຂໍ
ຮຽກຮ້ອງໃຫ້ລັດຖະບານຈີນ ປ່ອຍໂຕພວກນັກໂທດຈິດສຳນຶກທັງໝົດ ແລະໃຫ້ນັບຖື
ສິດທິມະນຸດ ແລະສິດເສລີພາບຂັ້ນພື້ນຖານ ຂອງສ່ວນບຸກຄົນທັງໝົດ.”
ສະມາຊິກສະພາສູງພັກຣີພັບບລິກັນ ທ່ານມາໂກ ຣູບີໂອ ປະທານກຳມາທິການລັດຖະ
ສະພາກ່ຽວກັບຈີນ ກ່າວຕໍ່ ວີໂອເອ ພະແນກພາສາຈີນກາງວ່າ “ເປັນທີ່ຈະແຈ້ງ ຍານາງ
ບໍ່ຄວນຖືກກັກຂັງເລີຍ. ພວກເຮົາມີຄວາມດີໃຈຕໍ່ການປ່ອຍໂຕ ຂອງຍານາງ.”
ຍານາງຫຼີວ ຊຽວ ໄດ້ຖືກກັກບໍລິເວນໃຫ້ຢູ່ໃນບ້ານ ມາແຕ່ປີ 2010 ເວລາສາມີຂອງຍາ
ນາງ ຊຶ່ງນັກຂຽນທີ່ມີຊື່ສຽງ ທີ່ມັກຕ້ອງຕິ ແລະນັກປັນຍາຊົນ ຫຼິວ ຊຽວໂບ ໄດ້ຊະນະລາງ
ວັນໂນແບລ ຂະແໜງສັນຕິພາບ.
ທ່ານຫຼິວ ໄດ້ຖືກຈັບໃນປີ 2009ແລະໄດ້ຖືກຕັດສິນລົງໂທດ ໃຫ້ຈຳຄຸກເປັນເວລາ 11
ປີ ໃນຂໍ້ຫາຢາກລົ້ມລ້າງລັດຖະບານ ໂດຍຊ່ວຍກຸ່ມ ບັນຍັດຂໍ້ທີ 8 ຫຼື Charter 08 ຊຶ່ງເປັນຄຳປະກາດທາງການເມືອງທີ່ຮຽກຮ້ອງໃຫ້ສິ້ນສຸດການມີລະບົບພັກດຽວຂອງ
ຈີນນັ້ນ.
ທ່ານໄດ້ເສຍຊີວິດນຶ່ງປີກ່ອນ ຍ້ອນມະເຮັງຕັບ ອາຍຸໄດ້ 61 ປີ ຊຶ່ງເຮັດໃຫ້ທ່ານເປັນຄົນ
ທຳອິດ ທີ່ໄດ້ຮັບລາງວັນໂນແບລໍເຣອາດ ທີ່ໄດ້ເສຍຊີວິດຢູ່ ໃນການກັກຂັງນັບແຕ່ ທ່ານ
ຄາຣ໌ລ ວອນ ອອສເຊເອສກີ ຜູ້ຮັກຫອມສັນຕິພາບ ທີ່ຮູ້ກັນດີ ໄດ້ເສຍຊີວິດຍ້ອນພະ
ຍາດປອດແຫ້ງ ໃນປີ 1939 ຢູ່ໃນນະຄອນເບີລິນ ພາຍໃຕ້ລະບອບນາຊີ.
ການປ່ອຍໂຕຍານາງຫຼີວ ເຊຍ ຍັງມີຂຶ້ນພ້ອມດຽວກັນກັບການໄປຢ້ຽມຢາມເຢຍຣະມັນ
ໃນອາທິດນີ້ ຂອງນາຍົກລັດຖະມົນຕີຈີນ ທ່ານຫລີ ເກີຈຽງ. ບັນດານັກການທູດປະເທດ
ຕາເວັນຕົກ ໄດ້ສະແດງຄວາມເປັນຫ່ວງກ່ຽວກັບຜົນກະທົບຂອງການກັກຂັງຢູ່ໃນຂອບ
ເຂດຈຳກັດ ຕໍ່ສຸຂະພາບດ້ານຈິດໃຈ ຂອງຍານາງ.