ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Lithuania ເລືອກຕັ້ງເອົາ ສະພາແຫ່ງຊາດ ຊຸດໃໝ່


ປະຊາຊົນຍ່າງຜ່ານຮູບ ຂອງຜູ້ສະມັກເລືອກຕັ້ງ ສະພາແຫ່ງຊາດ ລິທົວເນຍ ສໍາລັບປີ 2012 ໃນຄຸ້ມ Neringa Venckiene, ນະຄອນຫລວງ Vilnius, ປະເທດ Lithuania
ປະຊາຊົນຍ່າງຜ່ານຮູບ ຂອງຜູ້ສະມັກເລືອກຕັ້ງ ສະພາແຫ່ງຊາດ ລິທົວເນຍ ສໍາລັບປີ 2012 ໃນຄຸ້ມ Neringa Venckiene, ນະຄອນຫລວງ Vilnius, ປະເທດ Lithuania
ປະຊາຊົນຜູ້ມີສິດເລືອກຕັ້ງໃນ Lithuania ພາກັນໄປປ່ອນ
ບັດເລືອກຕັ້ງເອົາສະພາແຫ່ງ ຊາດ ໃນວັນອາທິດມື້ນີ້.

ພວກນັກສັງເກດການທາງການເມືອງຄາດໝາຍວ່າ ຜົນການ
ເລືອກຕັ້ງຈະພາໃຫ້ມີການ ໂຄ່ນລົ້ມລັດຖະບານຫົວອານຸລັກນິ
ຍົມຂອງ Lithuania ຊຶ່ງໄດ້ປະສົບກັບບັນຫາການຫວ່າງງານ
ສູງ ແລະ ມາດຕະການປະຢັດງົບປະມານ ທີ່ປະຊາຊົນບໍ່ເຫັນ ພ້ອມນໍາ.

ນອກນັ້ນ ຊາວ Lithuania ຍັງພາກັນລົງປະຊາມະຕິ ທີ່ບໍ່ມີອໍາ
ນາດຜູກມັດ ກ່ຽວກັບວ່າ ປະເທດຂອງພວກເຂົາເຈົ້າ ຄວນຈະ
ສ້າງໂຮງງານນີວເຄລຍແຫ່ງໃໝ່ຫລືບໍ່?

ພວກນັກວິເຄາະເວົ້າວ່າ ຄາດກັນວ່າ ພວກປຸກລະດົມຕໍ່ຕ້ານນີວເຄລຍຈະເປັນຜູ້ຊະນະ.

ນັບຕັ້ງແຕ່ Lithuania ໄດ້ປິດໂຮງງານນີວເຄລຍອັນເກົ່າ ທີ່ສ້າງຂຶ້ນຕາມແບບສະບັບ ຂອງໂຮງງານນິວເຄລຍ ເຈິໂນບິລ ຂອງຣັດເຊຍ ເມື່ອສາມປີກ່ອນນັ້ນ Lithuania ກໍຕ້ອງ ໄດ້ຈ່າຍເງິນຢ່າງຫລວງຫລາຍ ໃນການນໍາເຂົ້າອາຍແກັສທໍາມະຊາດຈາກຣັດເຊຍ.
XS
SM
MD
LG