ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລິ​ທົວ​ເນຍ ຮຽກ​ຮ້ອງ​ໃຫ້​ເສີມ​ຂະ​ຫຍາຍ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ໃນບັນ​ດາ​ປະ​ເທດ NATO ຖ້າ​ທ່ານ ປ​ຣີ​ໂກ​ຊິນ ໄປ​ຢູ່​ ເບ​ລາ​ຣຸ​ສ


ປະ​ທານ​ທິ​ບໍ​ດີ ລິ​ທົວ​ເນຍ ທ່ານ ກິ​ຕາ​ນາ​ສ ນາວ​ເຊ​ດາ ຢູ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າ​ວ ຫຼັງ​ຈາກ​ການ​ຢ້ຽມ​ຢາມ​ສູນ​ບັນ​ຊາ​ການ​ອົງ​ການ NATO ໃກ້​ຊາຍ​ແດນ​ ໂປ​ແລນ ກັບ ລິ​ທົວ​ເນຍ, ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ ໂປ​ແລນ, 7 ກໍ​ລະ​ກົດ 2022.
ປະ​ທານ​ທິ​ບໍ​ດີ ລິ​ທົວ​ເນຍ ທ່ານ ກິ​ຕາ​ນາ​ສ ນາວ​ເຊ​ດາ ຢູ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າ​ວ ຫຼັງ​ຈາກ​ການ​ຢ້ຽມ​ຢາມ​ສູນ​ບັນ​ຊາ​ການ​ອົງ​ການ NATO ໃກ້​ຊາຍ​ແດນ​ ໂປ​ແລນ ກັບ ລິ​ທົວ​ເນຍ, ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ ໂປ​ແລນ, 7 ກໍ​ລະ​ກົດ 2022.

ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ປະ​ເທດ ລິ​ທົວ​ເນຍ ໄດ້​ເຕືອນ ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ຖ້າ ເບ​ລາ​ຣຸ​ສ ຕ້ອນ​ຮັບ​ຫົວ​ໜ້າ​ກຸ່ມ​ທະ​ຫານ​ຮັບ​ຈ້າງ ແວກ​ເນີ ທ່ານ ເຢັ​ຟ​ເກ​ນີ ປ​ຣີ​ໂກ​ຊິນ ແລ້ວ​ອົງ​ການ NATO ຈະ​ຕ້ອງ​ເສີມ​ຂະ​ຫຍາຍ​ກຳ​ລັງ​ໃນ​ເຂດ​ແດນ​ພາກ​ຕາ​ເວັນ​ອອກ​ຂອງ​ເຂົາ​ເຈົ້າ. ປະ​ມຸກ​ລັດ, ເຊິ່ງ​ປະ​ເທດ​ຂອງ​ທ່ານ​ມີ​ຊາຍ​ແດ​ນ​ຕິດ​ກັບ ເບ​ລາ​ຣຸ​ສ ແລະ ຣັດ​ເຊຍ ແລະ ຈະ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ຂອງ​ອົງ​ການ NATO ນັ້ນ, ໄດ້​ກ່າວຫຼັງ​ຈາກ​ສະ​ພາ​ຄວາມ​ໝັ້ນ​ຄົ​ງ​ລັດ​ໄດ້​ປະ​ຊຸມ​ເພື່ອ​ປຶກ​ສາ​ຫາ​ລື​ການ​ກໍ່​ກະ​ບົດ​ຂອງ​ກຸ່ມ ແວກ​ເນີ ຕໍ່​ວັງ ເຄ​ຣັມ​ລິມ.

ຫຼັງ​ຈາກ​ທ່ານ ປ​ຣີ​ໂກ​ຊິນ ໄດ້​ຍົກ​ເລີກ​ການ​ເຄື່ອນ​ໄຫວ​ຂອງກອງ​ທະ​ຫານ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ, ມົ​ສ​ກູ ໄດ້​ກ່າວ​ວ່າ ​ຫົວ​ໜ້າ​ກຸ່ມ ແວກ​ເນີ ຈະ​ອອກ​ຈາກ ຣັດ​ເຊຍ ໄປ ເບ​ລາ​ຣຸ​ສ ແລະ ຈະ​ບໍ່​ປະ​ເຊີນ​ກັບ​ຂໍ້​ກ່າວ​ຫາ.

ປະ​ທາ​ນາ​ທິ​ບໍ​ດີ ລິ​ທົວເນຍ ທ່ານ ກິ​ຕາ​ນາ​ສ ນາວ​ເຊ​ດາ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ຖ້າ​ທ່ານ ປ​ຣີ​ໂກ​ຊິນ ຫຼື ສ່ວນ​ນຶ່ງ​ຂອງ​ກຸ່ມ ແວກ​ເນີ ໄປ​ຢູ່​ໃນເບ​ລາ​ຣຸ​ສ ດ້ວຍ​ແຜນ​ການ​ທີ່ບໍ່​ຊັດ​ເຈນ ແລະ ຈຸດ​ປະ​ສົງ​ທີ່​ແນ່ນອນ, ມັນ​ມີ​ແຕ່​ຈະ​ໝາຍ​ຄວາມ​ວ່າ​ພວກ​ເຮົາ​ຕ້ອງ​ໄດ້​ເສີມ​ຂະ​ຫຍາຍ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ພວກ​ເຮົາ​ຢູ່​ເຂດ​ຊາຍ​ແດນ​ພາກ​ຕາ​ເວັນ​ອອກ​ຂຶ້ນ​ຕື່ມ.” ທ່ານ​ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເວົ້າ​ແຕ່​ຢູ່​ໃນ ລິ​ທົວ​ເນຍ ເທົ່າ​ນັ້ນ, ແຕ່​ໃນ​ທົ່ວ NATO ໂດຍບໍ່​ມີ​ຂໍ້​ສົງ​ໄສ​ໃດໆ.”

ອ່ານ​ຂ່າວນີ້​ເປັນ​ພ​າ​ສາ​ອັງ​ກິດ

XS
SM
MD
LG