ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລີທົວເນຍ ເພີ່ມກອງກຳລັງ ອົງການເນໂຕ້ ຕາມຊາຍແດນ ເພື່ອຕ້ານຢັນ ຣັດເຊຍ


Lithuania Boosts NATO’s Baltics Border Defenses With Eye on Russia
please wait

No media source currently available

0:00 0:02:36 0:00

ໃນ​ຕົ້ນ​ປີ​ນີ້ ອົງການເນ​ໂຕ ​ໄດ້​ສົ່ງ​ກອງ​ກຳລັງ ​ໄປ​ຍັງ​ເຂດ​ທະ​ເລ Baltics ເພີ່ມຕື່ມ
​ເພື່ອສ້າງຄວາມແນ່ໃຈວ່າ​ ​ອະດີດປະ​ເທດ​ທີ່ເຄີຍ​ຂຶ້ນ​ກັບ​ສະຫະພາບ​ໂຊ​ວຽດ ນັ້ນ
ຈະສາມາດຕ້ານຢັນພວກກະບົດຣັດ​ເຊຍໄດ້ ຊຶ່ງ​ການ​ປະຈຳການດັ່ງກ່າວ ​ຖືກບັນ
ລະຍາຍ​ວ່າ ເປັນໄພຂົ່ມຂູ່ຢູ່ໃນ​ຂົງ​ເຂດດັ່ງກ່າວ. Lithuania ວາງ​ແຜນ​ວ່າ ຈະ​ສ້າງ
​ຮົ້ວ​ກັ້ນ ​ລະຫວ່າງ​ຊາຍ​ແດນຍຸດ​ທະ​ສາດ ​ເຂດ Kaliningrad ບ່ອນ​ທີ່ຣັດ​ເຊຍ ມີ​ຄວາມ​
ຮູ້ສຶກ​ສັນສົນ ວ່າຖືກປິດ​ລ້ອມ ໂດຍສະມາຊິກ​ອົງການ​ເນ​ໂຕ ​ຄື Lithuania ​ກັບ Poland
ນັ້ນ ຊຶ່ງ​ ວັນນະ​ສອນ​ຈະນຳ​ລາຍລະ​ອຽດຂອງເລື່ອ​ງນີ້​ຈາກ ນັກ​ຂ່າວ VOA Daniel
Schearf ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

​ໜ່ວຍ​ແນວ​ໜ້າ​ຂອງອົງການ​ເນ​ໂຕ ທີ່​ນຳພາ​ໂດຍ​ເຢຍຣະມັນ ໃນ Lithuania ທີ່ຈະ
ສະແດງໃຫ້ແຂກຜູ້ມີກຽດທີ່ທຳການ​ຢ້ຽມຢາມ​ຢຸ​ໂຣບຢູ່ນັ້ນເຫັນ. ຫຼັງ​ຈາກລັດເຊຍ
ໄດ້​ຍຶດ​ເອົາ​ເຂດ Crimea ມາຂຶ້ນກັບຕົນແລ້ວ ອົງການ​ເນ​ໂຕ ​ກໍໄດ້​ຕົກລົງ​ວ່າ
ຈະ​ສົ່ງ​ກອງ​ກຳລັງ ​ໄປ​ຍັງ​ເຂດດັ່ງກ່າວ ​ແລະ​ໃນ Estonia, Latvia ​ແລະ Poland ​
ໃນ​ການ​ເອົາ​ບາດກ້າວທີ່​ຈະຢັບຢັ້ງ​ການ​ຮຸກ​ຮານບົ່ມຊ້ອນ​ຂອງຣັດ​ເຊຍ.

ພັນ​ໂທ Christopher Huber ຜູ້​ບັນຊາ​ການ​ຂອງໜ່ວຍ​ແນວ​ໜ້າ​ຂອງອົງການ​ເນ​ໂຕ
ໃນ Lithuania ກ່າວ​ວ່າ “ພວກ​ເຮົາ​ມາ​ຈາກ Norway, ​ມາ​ຈາກ Belgium ​ແລະ​ມາ​
ຈາກ Netherlands. ພວກ​ເຮົາ​ໄດ້​ສຳ​ເລັດການ​ຝຶກ​ແອບ​ທີ່​ແຂງ​ແກ່ນມາເປັນຢ່າງດີ. ​
ເພາະສະ​ນັ້ນ​ພວກເຮົາຈຶ່ງພ້ອມແລ້ວທີ່​ຈະຢັບຢັ້ງ​ການ​ຮຸກ​ຮານໃດໆແລະ​ປົກ​ປ້ອງ
Lithuania.”

ຣັດ​ເຊຍ ​ໄດ້ອະທິບາຍວ່າ ການສົ່ງ​ກອງ​ກຳລັງໄປ ແມ່ນ​ເປັນໄພ​ຂົ່ມຂູ່​ຕໍ່ຄວາມ​ປອດ​ໄພ
ໃນ​ຂົງ​ເຂດ ແລະ​ວາງ​ແຜນວ່າ​ຈະຊ້ອມລົບຢ່າງໃຫຽ່ ​ໃນ​ເດືອນ​ກັນຍາ​ທີ່​ຈະ​ມາ​ເຖິ​ງນີ້
ໃນ​ປະ​ເທດ​ເພື່ອນ​ບ້ານ Belarus.

ການ​ຝຶກ​ຊ້ອມທາງ​ທະຫານ ຂອງຣັດ​ເຊຍ ​ແລະ​ການລົບກວນນ່ານຟ້າຂອງ​ອົງການ
​ເນໂຕເພີ່ມ​ຂຶ້ນ​ ​ໄດ້ສ້າງ​ຄວາມ​ເປັນ​ກັງວົນ​ຢູ່ໃນບັນດາ​ປະ​ເທດເຂດ​ທະ​ເລ Baltics
ທີ່​ກາງ​ຕໍ່ນຳອົງການ​ເນ​ໂຕ ໃຫ້​ເປັນ​ຜູ້ດູ​ແລ​ດ້ານ​ການ​ປ້ອງ​ກັນ​.

ພັນ​ຕີ Martin ຜູ້​ບັນຊາ​ການ​ຂອງໜ່ວຍ​ໂຈມ​ຕີ​ທາງ​ອາກາດ ຂອງອົງການ​ເນ​ໂຕ
ທີ່ດູ​ແລ​ນ່ານຟ້າ ​ໃນເຂດ​ທະ​ເລ Baltics ກ່າວ​ວ່າ “ພວກ​ເຮົາ​ປົກ​ປ້ອງ​ເຂດອາກາດ
​ຂອງ​ອົງການເນ​ໂຕ ​ເຂດ​ນ້ຳ​ແດນ​ດິນ​ຂອງ​ອົງການເນ​ໂຕ ​ແລະກໍ​ບໍ່​ຈຳ​ເປັນວ່າຈະ​
ແມ່ນ​ແຕ່​ຣັດ​ເຊຍ ​ແຕ່​ຈະເປັນ​ເຮືອບິນ​ຂອງ​ຝ່າຍ​ໃດ ກໍ​ຕາມ​ທີ່​ບໍ່​ປະຕິບັດ​ຕາມ​ກົດ
​ລະບຽບ​ການ ​...ທີ່​ບໍ່ເຮັດຕາມ​ກົດ​ລະບຽບ​ທາງ​ອາກາດ.”

ລັດຖະມົນຕີປ້ອງກັນປະເທດເຢຍຣະມັນ ທ່ານ Ursula von der Leyen, ຊ້າຍ, ແລະ ປ. Lithuania ທ່ານ Dalia Grybauskaite ໄດ້ເຂົ້າຮ່ວມພິທີຕ້ອນຮັບກອງກຳລັງ ທີ່ສົ່ງໄປຍັງ Lithuania ສິ່ງເປັນສ່ວນນຶ່ງຂອງອົງການ NATO ທີ່ຕຽມພ້ອມໃນການຢັບຢັ້ງການຮຸກຮານຂອງຣັດເຊຍ Russia ໃນ Rukla, Lithuania.
ລັດຖະມົນຕີປ້ອງກັນປະເທດເຢຍຣະມັນ ທ່ານ Ursula von der Leyen, ຊ້າຍ, ແລະ ປ. Lithuania ທ່ານ Dalia Grybauskaite ໄດ້ເຂົ້າຮ່ວມພິທີຕ້ອນຮັບກອງກຳລັງ ທີ່ສົ່ງໄປຍັງ Lithuania ສິ່ງເປັນສ່ວນນຶ່ງຂອງອົງການ NATO ທີ່ຕຽມພ້ອມໃນການຢັບຢັ້ງການຮຸກຮານຂອງຣັດເຊຍ Russia ໃນ Rukla, Lithuania.

ຄຳຮຽກຮ້ອງຂອງປະທານາທິບໍດີ​ສະຫະລັດ ທ່ານ Donald Trump ​ໃຫ້​ສະມາ​ຊິກ
ອົງການເນ​ໂຕ ຈ່າຍຄ່າປ້ອງ​ກັນເຂົາເຈົ້າເພີ່ມ​ຕື່ມ ​ໄດ້ຮັບ​ຄວາມເຫັນດີ​ໃນໝູ່ປະ​ເທດ
ເຂດ​ທະ​ເລBaltics ​ແຕ່​ກໍມີ​ຄວາມ​ເປັນ​ຫ່ວງຢູ່​ວ່າ ການ​ພັກ​ດັນ​ໃຫ້​ມີ​ສາຍ​ພົວພັນ​ທີ່​ດີຂຶ້ນ
ລະຫວ່າງສະຫະລັດ ກັບຣັດ​ເຊຍ ຈະ​ບໍ່​ສ້າງຜົນ​ປະ​ໂຫຍ​ດຫຼາຍໃຫ້ພວກ​ຕົນ.

ທ່ານ Edgars Rinkevics ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ Latvia ກ່າວ​ວ່າ
“ພວກ​ເຮົາ​ຫວັງ​ວ່າ ສາຍ​ພົວພັນ​ທີ່​ວ່າ​ນີ້ ຈະບໍ່​ສ້າງ​ບັນຍາກາດ​ໃໝ່ຂອງ​ການ​ມີ​ອິດ​ທິພົນ,
ບໍ່​ມີ Yaltas ຄົນທີ 2 ຂຶ້ນມາ ​ແລະ​ແນ່ນ​ອນ ​ມັນຈະບໍ່​ເປັນ​ການປະພຶດທີ່​ກົງກັນຂ້າມ​ກັບ​ກົດໝາຍ​ນາໆ​ຊາດ ​ດັ່ງ​ທີ່​ພວກ​ເຮົາ​ຮູ້​ເຫັນ​ນັ້ນ.”

Lithuania ​ພວມ​ເອົາ​ມາດ​ຕະການ ທີ່​ຮວມທັງ​ການ​ສ້າງຮົ້ວ​ກັ້ນໃນ​ປີ​ນີ້ ເລາະຕາມ​ຊາຍ​ແດນ​ທີ່ເປີດກວ້າງ​ກັບຣັດ​ເຊຍ ​ໃນ​ເຂດ Kaliningrad.

Daniel Schearf ນັກ​ຂ່າວ VOA ກ່າວ​ວ່າ “ຈຸດປະສົງ​ຫຼັກ ຂອງການ​ສ້າງຮົ້ວນີ້ ກໍ​ແມ່ນ​
ການ​ປ້ອງ​ກັນ​ພວກລັກລອບ​ຄ້າຂາຍຢາ​ເສບ​ຕິດ​ ​ແຕ່​ກໍມີ​ຄວາມ​ກັງວົນກ່ຽວ​ກັບຣັດ​ເຊຍ
ຄືກັນ.”



Vaidotas Urbelis ຈາກ​ກະຊວງ​ປ້ອງ​ກັນ​ປະ​ເທດ Lithuania ກ່າວ​ວ່າ “ດັ່ງ​ທີ່​ຂ້າພະ
​ເຈົ້າ​ເວົ້າ​ນັ້ນ​ລະ ພວກ​ເຮົາ​ຕ້ອງ​ຕຽມ​ພ້ອມ​ສຳລັບ​ສິ່ງ​ທີ່​ຮ້າຍ​ແຮງ​ທີ່​ສຸດ. ການ​ເກາະຜິດ
ອາດ​ສາມາດ​ເກີດ​ຂຶ້ນ​ໄດ້ ​ແລະ​ພວກ​ເຮົາ ກໍ​ໄດ້​ເຫັນ​ເຫດການມາແລ້ວ​ໃນ​ເຂດ​ຊາຍ
​ແດນ Estonia ບ່ອນ​ທີ່​ນາຍທະຫານຄົນນຶ່ງໄດ້​ຖືກ​ລັກ​ພາ​ຕົວ​ໄປ.”

ການຕັ້ງ​ຢູ່ລະຫວ່າງກາງ Lithuania ​ກັບ Poland ນັ້ນ ​ເຂດ Kaliningrad ຂອງຣັດ​ເຊຍ
​ແມ່ນ​ເຂດ​ຍຸດ​ທະ​ສາດ ເປັນທີ່ຕັ້ງກອງທັບເຮືອ​ແລະ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ຊຶ່ງ​ພາ​ໃຫ້
​ເກີດ​ຄວາມ​ກັງວົນ​ຂອງ​ພວກ​ຜູ້​ຄົນ​ທີ່ອາ​ໄສຢູ່​ໃນ​ຂົງ​ເຂດ​ນັ້ນ.

ນາງ Ekaterina ຜູ້​ຄົນ​ທີ່ອາ​ໄສຢູ່​ໃນ​ເຂດ Kaliningrad ຜູ້ນຶ່ງກ່າວ​ວ່າ “​ເພາະວ່າ ຂົງ​ເຂດ Kaliningrad ​ແມ່ນ​ນ້ອຍໆ​ແລະ​ມີ​ຫຼາຍໆ​ຄົນ​ເກີດ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ ຊຶ່ງ​ຮວມທັງ
ພວກ​ເຮົາ​ນຳ.”

ສະລັບ​ພວກ​ອື່ນໆ​ແລ້ວ​ແມ່ນ ບໍ່​ທໍ່ໃດ.

ທ້າວ Ilya ຜູ້​ຄົນ​ທີ່ອາ​ໄສຢູ່​ໃນ​ເຂດ Kaliningrad ອີກຜູ້ນ່ຶງກ່າວ​ວ່າ “ຂ້ອຍ​ບໍ່​ຄິດ​ວ່າ
ຈະ​ມີ​ຜູ້​ໃດ​ກ້າ​ສ່ຽງ​ແບບ​ນັ້ນ. ຂ້ອຍ​ບໍ່​ຄິດ​ວ່າ ທັງ​ອົງການ​ເນ​ໂຕ​ແລະ​ສະຫະພາບຢູ​ໂຣບ ​
ຈະມີ​ເຈດ​ຕະນາ​ຮ້າຍ.”

ພຽງແຕ່ເປັນການຕຽມພ້ອມໄວ້ຊື່ໆ ບັນດາ​ປະ​ເທດ​ໃນ​ເຂດ​ທະ​ເລ Baltic ຈຶ່ງ​ໄດ້ຮຽກຮ້ອງ​
ໃຫ້​ອົງການ​ເນ​ໂຕ ​ເອົາ​ມາດ​ຕະການ​ດ້ານ​ຄວາມ​ປອດ​ໄພ​ເພີ່ມ​ຂຶ້ນ​ໃນ​ຂົງ​ເຂດ ກ່ອນ​ການ
​ຊ້ອມ ລົບຄັ້ງໃຫຽ່ຂອງຣັດ​ເຊຍ ​ໃນ​ເດືອນ​ກັນຍາ​ທີ່​ຈະ​ມາ​ເຖິງ​ນີ້.

NATO earlier this year sent additional troops to the Baltics to reassure the former Soviet states against a resurgent Russia, which described the deployment as threatening. Lithuania plans to build a border fence along Russia's strategic Kaliningrad enclave, where Russians have mixed views about being surrounded by NATO members Lithuania and Poland. VOA's Daniel Schearf reports from Rukla, Lithuania.]]

A German-led NATO Battle Group in Lithuania stages maneuvers for visiting European dignitaries. After Russia's annexation of Crimea, NATO agreed to send troops here and to Estonia, Latvia, and Poland in a move to deter potential Russian aggression.

((LT-COL. CHRISTOPH HUBER, COMMANDER, NATO EFP BATTLE GROUP LITHUANIA))
"We are from Norway, we are from Belgium and from the Netherlands. We all accomplished a very high intensity training. So, we are (have) conducted it. And, we are prepared to deter and to defend Lithuania."

Russia has described the deployment as threatening its security and plans a large military drill in September in neighboring Belarus.

Russia's military drills and increased buzzing of NATO airspace raise concerns among Baltic states, which rely on NATO policing for defense.

((MAJ. MARTIN, COMMANDER, NETHERLANDS AIR FORCE DETACHMENT, NATO BALTIC AIR POLICING))
"We are protecting NATO airspace, NATO borders. And, it is not necessarily just the Russians - it's any aircraft that does not comply with the rules that we ..., that apply in the air."


((NARRATOR))
U.S. President Donald Trump's demand that NATO members pay more for their defense is welcomed by the Baltic states but there is concern that Trump's push for better U.S.-Russia relations not sacrifice their interests.

((EDGARS RINKEVICS, LATVIAN FOREIGN MINISTER))
"We do hope that such kind of relations will not create new spheres of influence; no more Yaltas Two; and of course they should not be contrary to the international law as we know it."

Lithuania is taking measures that include building a fence this year along its open border with Russia's Kaliningrad.

((DANIEL SCHEARF, VOA NEWS)) ((Standup Version))
"The main purpose of the fence is to prevent smuggling, but there are also concerns about Russia."

((VAIDOTAS URBELIS, LITHUANIAN MINISTRY OF DEFENSE))
"Well, as I say, we have to be prepared for the worst. Provocations could happen. And, we saw an incident on the Estonian border where one officer was just kidnapped."

Sandwiched between Lithuania and Poland, Russia's Kaliningrad is a strategic outpost, housing its Baltic Fleet and ballistic missiles. Some residents are worried.

((EKATERINA, KALININGRAD RESIDENT (in Russian) ))
"Because the Kaliningrad region is quite small and many people are quite concerned about that, including us."

Others less so.

((ILYA, KALININGRAD RESIDENT (male in Russian) ))
"I do not think that someone would take such a risk. I do not think that both NATO and the European Union are in a hostile mood."

Just in case, Baltic states urged NATO to take additional security measures in the region before Russia's September military exercise.


XS
SM
MD
LG