ທ່ານນາງລິນດາ ບຣາວ ຜູ້ທີ່ເປັນແມ່ຍິງໃນປີ 1950 ໄດ້ດູດຈຸດສົນໃຈຂອງການຟ້ອງ
ຮ້ອງທີ່ໄດ້ທັບມ້າງການແບ່ງແຍກຜິວພັນຢູ່ໃນໂຮງຮຽນສະຫະລັດ ໄດ້ເສຍຊີວິດແລ້ວ
ໃນວັນອາທິດທີ່ຜ່ານມາຮ່ວມອາຍຸໄດ້ 76 ປີ.
ທ່ານນາງແຊຣິຣິນ ໄອຟຽວ ປະທານ ແລະຜູ້ບໍລິຫານສະພາຢູ່ ສະມາຄົມຄວາມກ້າວ
ໜ້າແຫ່ງຊາດຄົນຜິວດຳ (NAACP) ການປ້ອງກັນທີ່ຖືກຕ້ອງ ແລະກອງທຶນສຶກສາ
ກ່າວວ່າ “ທ່ານນາງລິນດາ ບຣາວ ແມ່ນວີລະຊົນສະນິດພິເສດ ຂອງຊາວໜຸ່ມ ຜູ້ທີ່ຕິດ
ຕາມດ້ວຍຄອບຄົວຂອງທ່ານນາງ ມີຄວາມອົົງອາດກ້າຫານໄດ້ຕໍ່ສູ້ເພື່ອສິ້ນສຸດຄຳ
ຂາດສັນຍາລັກຂອງກຸ່ມຊາວຜິວຂາວທີ່ຈຳແນກ ຜິວພັນ ແບ່ງແຍກຜິວພັນຢູ່ໃນໂຮງ
ຮຽນສາທາລະນະ. ຊີວິດຂອງຊາວອາເມຣິ ກັນແຕ່ລະຄົນໄດ້ຖືກແຕະຕ້ອງໂດຍທ່ານ
ນາງລິນດາ ບຣາວ. ປະເທດນີ້ເປັນໜີ້ສິນແກ່ທ່ານນາງ ຄອບຄົວທ່ານນາງບຣາວ
ແລະອີກຫຼາຍໆຄອບຄົວທີ່ໄດ້ພົວ ພັນຢູ່ໃນບັນດາຄະດີທີ່ໄດ້ປະສົບຜົນສຳເລັດທ້າ
ທາຍຕໍ່ການແບ່ງແຍກໂຮງຮຽນ.”
ທ່ານນາງບຣາວ ມີອາຍຸພຽງເກົ້າປີ ເວລາພໍ່ຂອງທ່ານນາງ ຄຸນພໍ່ໂອລີເວີ ບຣາວ ໄດ້
ຟ້ອງຮ້ອງຄະນະກຳມະການໂຮງຮຽນໃນເມືອງໂຕປິກາ ລັດແຄນຊັສ ເພື່ອອະນຸຍາດ
ໃຫ້ລູກສາວຂອງທ່ານເຂົ້າໂຮງຮຽນປະຖົມທີ່ມີແຕ່ຄົນຜິວຂາວທັງໝົດທີ່ນາງຢູ່ໃກ້ນັ້ນ.
ເຂົາເຈົ້າມີຄ້າຍຄືກັນກັບຄະດີ
ຕ່າງທີ່ເປັນຜົນຈາກຄວາມພະຍາ
ຍາມຂົນຂວາຍໂດຍສະມາຄົມ
ຄວາມກ້າວໜ້າແຫ່ງຊາດຄົນຜິວ
ດໍາ (NAACP) ທີ່ແນໃສ່ ການທ້າ
ທາຍລະບົບໂຮງຮຽນຂອງເມືອງ.
ຫຼາຍໆຄະດີໄດ້ໂຮມເຂົ້າກັນ ແລະ
ນຳໄປສູ່ສານສູງສຸດທີ່ຮູ້ກັນວ່າ
ບຣາວຕໍ່ສູ່້ກັບ ຄະນະກຳມະການໆ
ສຶກສາຂອງເມືອງ ໂຕປີກາ.
ຫຼາຍໆໂຮງຮຽນໄດ້ແບ່ງແຍກເປັນ
ເວລານານ ອັນເປັນພາກສ່ວນລະ
ບົບທີ່ກວ້າງຂວາງຂອງການກີດກັ້ນ
ຜີວພັນ ທີ່ຮູ້ກັນວ່າ ກົດໝາຍຂອງ
ຈິມ ໂຄຣ ທີ່ ສ່ວນໃຫຍ່ມີຢູ່ທົ່ວທາງ
ພາກໃຕ້ສະຫະລັດ. ເຂົາເຈົ້າໄດ້ຖືກບັງຄັບໃຫ້ແຍກບ່ອນດື່ມນໍ້າຢູ່ໃນສາທາລະນະສຳ
ລັບຄົນຜິວດຳ ແລະຄົນຜິວຂາວ ພ້ອມທັງກົດລະ ບຽບທີ່ເຄັ່ງຂັດ ແລະເກັບພາສີຕໍ່ຄົນ
ຜິວຂາວທີ່ໄດ້ພະຍາ
ຍາມທີ່ຈະປ່ອນບັດລົງຄະແນນສຽງ ເຮັດໃຫ້ເຂົາເຈົ້າບໍ່ໄດ້ເຂົ້າຮ່ວມໃນການເລືອກຕັ້ງ
ແລະຊ່ວຍໃຫ້ພວກຜູ້ນຳຜິວຂາວຮັກສາອຳນາດ.