ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລິກ ອຸດົມໄຊ - ຫອມ​ກິ່ນ​ຈໍາປາ (ຄາຣາໂອເກະ)


ລິກ ອຸດົມໄຊ
ລິກ ອຸດົມໄຊ

ວັນນະ​ສອນ​ຈະມາ​ກ່ອມ​ທ່ານ​ຜູ້​ຟັງ ດ້ວຍ​ສຽງ​ເພງ​ລາວຫວານໆ
ທີ່​ມີ​ຄວາມ​ໝາຍ​ດີ​ ຂໍ​ຈັດ​ໃຫ້ ນ້ອງ​ໄຊ​ຍະ​ເພັດ ຈ່າ​ພິຈິດ ທີ່ກໍາລັງ
​ສຶກສາ​ຕໍ່ປຣິນຍາ​ເອກ ທີ່​ປະ​ເທດ Portugal ຊຶ່ງກໍກໍາລັງ​ຕັ້ງໜ້າ
ຕັ້ງຕາຂຽນ​ວິທະຍາ​ນິພົນ​ຢູ່ ແລະ​ຂໍ​ຟັງ​ເພງ “ຫອມ​ກິ່ນ​ຈໍາປາ”
ທີ່ຂັບຮ້ອງ ໂດຍ ລິກ ອຸດົມໄຊ ເພາະວ່າເພງນີ້ ໄດ້ອະທິບາຍເຖິງ
ຄວາມຮູ້ສຶກຂອງຜູ້ກ່ຽວ ທີ່ຢູ່ຫ່າງໄກບ້ານເກີດເມືອງນອນໃນ
ຂະນະນີ້​ ແລະເພງນີ້ ໄຊຍະເພັດຂໍມອບ​ໃຫ້​ແກ່​ທຸກ​ໆຄົນ​ລາວ​
ໃນ​ທົ່ວ​ທຸກ​ມູມ​ໂລກແລະເອື້ອຍວັນນະສອນກໍຄິດວ່າ ເພງນີ້ຄົງ
ຈະເຮັດໃຫ້ນ້ອງໄຊຍະເພັດ ພ້ອມ​ດ້ວຍ​ຜູ້​ຟັງ​ຫຼາຍໆ​ທ່ານ ຄົງ​ຈະ​ມີ​ຄວາມ​ຮູ້ສຶກຄິດ​ຮອດ​ບ້ານ...ເອົາ​ເອື້ອ​ຍວ່າ ​ໃຫ້ນ້ອງ​ໄຊ​ຍະ​ເພັດຮີ​ບຟ້າວຮຽນ​ໃຫ້​ຈົບໃນ​ໄວ​ໆ ແລ້ວກັບໄປດົມ ກິ່ນຈໍາປາ ທີ່ປະເທດລາວພຸ້ນ.



ສ່ວນ​ເພງ​ຕໍ່​ໄປ​ນີ້ ກໍເປັນ​ເພງ​ອະ​ມະຕະ​ອີກ​ເພງ​ນຶ່ງ ທີ່​ທ່ານ​ຜູ້​ຟັງ ​ຂຽນເຂົ້າມາຝາກ​ໄວ້​ໃນ
website ຂອງ VOA - ທ່ານ ບຸນຈັນ ຈາກຫ້ອງການທ່ອງທ່ຽວແຂວງຜົ້ງສາລີ ທີ່​ບອກ​ມາ​
ວ່າ ຂໍ​ເພງ “You And I” ​ເພື່ອມອບ​ພິ​ເສດ​ໃຫ້ນາງ ນັນເດຍ ທີ່ປະເທດມົງໂກເລຍ.
ວັນນະສອນ​ວ່າ ຫຼັງ​ຈາກ​ທີ່ ນັນ​ເດຍ​ໄດ້​ຟັງ​ເພງ​ນີ້​ແລ້ວ ຄົງ​ຈະ​ມີຄວາມ​ໃນ​ດີໆ ຝາກ​ໃຫ້
ທ່ານ ບຸນຈັນ ໃນ​ໄວໆ​ນີ້ ບໍ່​ເຊື່ອ​ກໍ​ບລອງຖ້າ​ເບິ່ງ. ເອົາວັນນະສອນ ກໍຂໍຖືໂອກາດນີ້ຝາກເນື້ອ
ຝາກຕົວ ເພາະວ່າໂອກາດໜ້າຖ້າໄດ້ໄປເມືອງລາວ ແລະຫວັງວ່າທ່ານບຸນຈັນຄົງຈະອໍາ
ນວຍຄວາມສະດວກແລະພາທ່ອງທ່ຽວພົງສາລີ ໃຫ້ໜໍາໃຈໄປເລີຍ ເອົາ​ໄປ​ຟັງ ​ເພງ
“You And I” ຂອງ Mariah Carey ພ້ອມກັນເລີຍ.



​ແລະ​ເພງ​ສຸດ​ທ້າຍ​ຂໍ​ຈັດ​ໃຫ້​ທ່ານ ວົງ ກົມມະ​ວົງສາ ທີ່ເປັນ fanclub ໃນ Facebook
ຊຶ່ງທ່ານວົງ ບອກ​ວ່າ​ ມັກຟັງ​ລາຍ​ການ VOA ຢູ່ສະເໝີ ເພາະສະນັ້ນວັນນະສອນຈຶ່ງຂໍ
ເປີດເພງເກົ່າຂອງຄະນະຈິດປັນຍາ ກຸ່ມສິນລະປິນລາວຈາກສະຫະລັດ ເປັນກຸ່ມສິນລະ
ປິນ 3 ອ້າຍນ້ອງ ຈິດປັນຍາ…ເຊີນຮັບຟັງໄດ້ໃນບົດ ເພງ “ຍັງຮັກ” ເພື່ອວ່າທ່ານວົງ
ຄົງຍັງຈະມັກ ແລະຮັກລາຍການ VOA ຂອງເຮົາຕະຫຼອດໄປ.
XS
SM
MD
LG