ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແສງໄຟທີ່ມົວສະ​ຫຼົ່ວໆ ສາມາດມີຜົນກະທົບ ຕໍ່ນໍ້າໜັກຂອງທ່ານ


ແສງໄຟທີ່ມົວສະ​ຫຼົ່ວໆ ສາມາດມີຜົນກະທົບ ຕໍ່ນໍ້າໜັກຂອງທ່ານ
ແສງໄຟທີ່ມົວສະ​ຫຼົ່ວໆ ສາມາດມີຜົນກະທົບ ຕໍ່ນໍ້າໜັກຂອງທ່ານ

ພວກ​ນັກ​ຄົ້ນຄວ້າ​ເວົ້າ​ວ່າ ຖ້າ​ຫາກ​ທ່ານ​ເປັນ​ຄົນ​ທີ່ມັກໄຕ້​ໄຟນອນ ມັນ​ອາດຈະ​ບໍ່ເປັນ​ຜົນ​ດີຕໍ່​ຮອບ​ແອວຂອງ​ທ່ານ​ກໍ​ໄດ້ ຄື​ໝາຍ​ຄວາມ​ວ່າ​ມັນ​ອາດ​ຈະ​ເຮັດ​ໃຫ້​ທ່ານ​ອ້ວນ​ຂຶ້ນ​ໄດ້. ພວກນັກ​ຄົ້ນ​ຄ້ວາໄດ້​ທໍາການ​ສຶກສາ​ເບິ່ງ​ໜູ​ເປັນເວລາ​ແປດ​ອາທິດ​ ​ແລະໄດ້​ຄົ້ນ​ພົບ​ວ່າ ພວກໜູ​ທົດ​ລອງທີ່​ນອນຢູ່​ກັບ​ໄຟທີ່ສະ​ຫຼົ່ວໆຫລືມົວໆນັ້ນ​ ມີນໍ້າໜັກ​ຂອງ​ຮ່າງ​ກາຍອ້ວນ​ຂຶ້ນ 50% ​ຫລາຍກວ່າ​ພວກ ​ໜູ​ທີ່​ນອນ​ຢູ່​ທີ່​ໃນ​ມືດໆ ​ປາດ​ສະ​ຈາກ​ແສງ​ໄຟ ເຖິງແມ່ນວ່າ ພວກ​ໜູ​ທັງ​ສອງ​ກຸ່ມຈະ​ໄດ້​ກິນອາຫານໃນປະລິມານ​ເທົ່າ​ໆກັນ​ ແລະມີກິດຈະກຳ​ເຮັດ​ພໍໆ​ກັນ ໃນຕອນ​ທີ່​ພວກ​ມັນ​ບໍ່​ນອ​ນນັ້ນ.

ທ່ານ Randy Nelson ຫົວໜ້າ​ຂອງ​ພະ​ແນ​ກປະສາດ​ວິ​ທ​ະຍາຂອງມະຫາວິທະ ຍາໄລລັດ Ohio ທີ່​ເມືອງ Columbus ກ່າ​ວວ່າ ພວກ​ນັກ​ວິ​ໄຈ​ໄດ້​ສັງ​ເກດ​ເຫັນ​ຮ່ອງຮອຍ​ທີ່​ສຳຄັນ​ອັນ​ນຶ່ງ ຊຶ່ງ​ທ່ານ Nelson ກ່າ​ວວ່າ:

"When we look at their food intake, when we were measuring it, what we noticed was the event though they were eating the same amount of food; they had shifted the timing of their calories. Mice typically eat at night, but these guys were eating during their rest phase with dim light."

ທ່ານ Nelson ​ເວົ້າ​ວ່າ ເວລາ​ພວກ​ເຮົາພິຈາລະນາ​ເບິ່ງ​ອາຫານ​ທີ່​ພວກ​ໜູ​ເຫລົ່າ​ນັ້ນ​ກິນ​ເຂົ້າ​ໄປ ​ແລະ​ວັດ​ແທກ ເບິ່ງປະລິມານຂອງ​ມັນ​ແລ້ວ ພວກ​ເຮົາ ສັງ​ເກດ​ເຫັນ​ວ່າ ເຖິງ​ແມ່ນ​ວ່າ​ພວກ​ໜູ​ທັງ​ສອງ​ກຸ່ມນັ້ນ ຈະກິນ​ອາຫານໃນປະລິ ມານ​ເທົ່າ​ໆກັນ ແຕ່​ພວກ​ມັນກໍມີ​ການ​ເຜົາ​ຜານ calorie ທີ່​ແຕກ​ຕ່າງ​ກັນ​ໄປ. ພວກ​ໜູ​ທັງຫຼາຍ ສວ່ນ​ໃຫ່ຽ​ແລ້ວ​ນັ້ນ ແມ່ນ​ຈະກິນ​ອາຫານໃນຕອນ​ກາງ​ຄືນ, ແຕ່​ວ່າ​ພວກ​ຫນູທົດ​ລອງເຫລົ່າ​ນີ້ ແມ່ນ​ກິນ​ອາຫານໃນ​ເວລານອນ​ຂ​ອງພວກ​ມັນ ແລະ​ໃນທ່າມກາງ​ແສງໄຟທີ່​ສະ​ຫຼົ່ວ ມົວໆ.”

ຄື​ທີ່​ເຮົາ​ຮູ້​ກັນ​ຫັ້ນ​ແຫລະ ຫນູ​ເປັນ​ສັດ​ກາງຄືນ ໝາຍ​ຄວາມວ່າ​ມັນຈະອອກ​ມາ​ປາກົດ​ໃຫ້​ເຫັນ​ເພື່ອ​ຊອກຫາ​ກິນໃນ​ຕອນ​ກາງ​ຄືນ​ ແລະ​ນອນໃນຕອນ​ກາງ​ວັນ.

ພວກ​ນັກ​ຄົ້ນ​ຄ້ວາ​ໄດ້​ເອົາ​ອາຫານ​ໃຫ້ ໜູທົດ​ລອງພວກນຶ່ງ​ກິນ​ອາຫານໃນ​ຕອນ ​ທີ່​ມັນຄວນ​ຈະ​ນອນ ​ຄື​ໃນ​ຍາມ​ກາງ​ເວັນ​ນັ້ນ ແລະ​ເປີດ​ໄຟ​ມົວໆ​ໃສ່ ​ເທົ່າ​ກັບ​ປະ ມານແສງ​ໄຟ​ສະ​ຫຼົວໆ ຈາກ​ໂທລະ​ພາບຢູ່​ອີກ​ຟາກ​ນຶ່ງ​ຂອງ​ຫ້ອງ​ນັ້ນ. ​ເຂົາ​ເຈົ້າ​ພົບເຫັນ​ວ່າ​ ໜູ​ພວກນັ້ນໄດ້​ເພີ່ມ​ຄວາມ​ອ້ວນ​ພີ​ຂອງ​ຮ່າງກາຍ​ຂຶ້ນ 12 ກຣາມ ​ ແລ​ະພວກ​ມັນໄດ້ມີ​ອາກາ​ນຫລາຍໆ​ຢ່າງ ​ທີ່​ເປັນ​ການ​ສ່ຽງຕໍ່​ການ​ເປັນ​ໂຣກ​ເບົາຫວານ ຊຶ່ງ​ຮວມທັງ​ ລະດັບ​ນໍ້າ​ຕານ​ໃນ​ເລື​ອດ ທີ່​ເພີ້​ມຂຶ້ນນຳອີກ.

ໃນ​ການ​ທົດ​ລອງ​ອັນ​ທີ່​ສອງ​ນັ້ນ ພວກ​ນັກວິໄຈ​ໄດ້​ໃຫ້​ອາຫານ​ແກ່ໜູທົດ​ລອງ ຈໍານວນ​ນນຶ່ງ ສະ​ເພາະ​ແຕ່ໃນ​ຕອນ​ກາງຄືນ ​ໃນ​ຊ່ວງ​ທີ່​ພວກ​ມັນອອກ​ຊອກ​ຫາ​ກິນ​ເທົ່າ​ນັ້ນ ໃນ​ຂະນະທີ່ພວກ​ໜູ່ອີກ​ກຸ່ມນຶ່ງ ​ໄດ້​ກິນອາຫານ​ແຕ່ໃນ​ຍາມ​ທີ່​ພວກ​ມັນ​ນອນ ຄື​ໃນ​ຕອນ​ກາງ​ເວັນ​ເທົ່າ​ນັ້ນ.

"And the animal that only had food during their active phase, even though they had dim light exposure, did not gain body fat."

ທ່ານ Nelson ​ເວົ້າ​ວ່າ “ພວກ​ສັດ​ທີ່ໄດ້ກິນ​ອາຫານ ໃນ​ຍາມທີ່​ບໍ່​ແມ່ນ​ຍາມ​ນອນ​ຂອງພວກ​ມັນນັ້ນ ບໍ່​ໄດ້​ອ້ວນ​ພີ​ຂຶ້ນ​ເລີຍ ເຖິງ​ແມ່ນ​ວ່າ​ພວກ​ມັນຈະ​ຢູ່​ໃນ​ບ່ອນ​ທີ່ ມີ​ແສງ​ໄຟ​ສະ​ຫຼົ່ວໆ ພໍມົວໆກໍ​ຕາມ.”

ທ່ານ Nelson ເວົ້າ​ວ່າ ການ​ຄົ້ນ​ພົບ​ດັ່ງກ່າວສະ​ເໜີ​ແນະ​ວ່າ ຍາມ​ຫລືເວລາ​ທີ່​ພວກ​ເຮົາກິນ​ອາຫານ​ນັ້ນ ສາມາດ​ເຮັດ​ໃຫ້ຮ່າງກາຍ​ຂອງ​ເຮົາ​ອ້ວນ​ຂຶ້ນໄດ້ ຊຶ່ງ​ອາດ​ຈະ​ໄປ​ລົບ​ກວນ​ລະບົບການ​ເຜົາ​ຜານ​ ຫຼື​ສະ​ສົມໄຂມັນຂອງ​ຮ່າງກາຍ. ເພາະສະ​ນັ້ນ ມັນ​ກໍ​ເປັນ​ໄປ​ໄດ້​ວ່າ ການ​ບໍ່​ອອກກຳລັງ​ກາຍ​ນັ້ນ​ ບໍ່​ແມ່ນປັດ​ໄຈ​ ອັນ​ດຽວ​ເທົ່າ​ນັ້ນ​ ທີ່​ສາມາດ​ເຮັດ​ໃຫ້​ອ້ວນ​ໄດ້ ຖ້າ​ເວົ້າ​ເຖິງ​ການ​ກິນ​ອາຫານ​ແລະ​ການ​ມີ​ນໍ້າໜັກ​ເພິ່ມຂຶ້ນ​ແລ້ວ.

"All calories may not in fact equal. So, that a calorie taken in for us at night, may be more prone to go to fat than a calorie that’s taken in the morning."

ທ່ານອະທິບາຍ​ວ່າ “​ແຄລ​ເລີຣີຢູ່​ໃນແຕ່ລະອາຫານນັ້ນ ອາດຈະ​ບໍ່​ເທົ່າ​ທຽມ​ກັນ ແຄລ​ເລີຣີໃນອາຫານ​ບາງ​ຊະນິດ ທີ່ພວກເຮົາບໍລິ​ໂພ​ກໃນ​ຕອນ​ກາງ​ຄືນນັ້ນ ອາດຈະ​ປ່ຽນ​ເປັນ​ໄຂມັນ​ຫຼາຍ​ກວ່າ ແຄລ​ເລີຣີ​ທີ່​ເຮົາ​ກິນ​ເຂົ້າ​ໄປໃນ​ຕອນ​ກາງ​ເວັນ.”

ການ​ສຶກສາ​ກ່ຽວ​ກັບແສງ​ໄຟ​ແລະນໍ້າໜັກເພີ່ມຂຶ້ນ​ນີ້ ​ແມ່ນ​ໄດ້​ລົງ​ພິມ​ໃນ​ວາລະສານ Proceedings of National Academy of Sciences.

XS
SM
MD
LG