ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຍົກເລີກການກວດໂຄວິດ-19 ກ່ອນເດີນທາງເຂົ້າ ສະຫະລັດ ຈະອຳນວຍຄວາມສະດວກໃຫ້ແກ່ບັນດານັກເດີນທາງ


ນັກເດີນທາງຍ່າງຜ່ານສະຖານທີ່ກວດ COVID-19 ຢູ່ສະໜາມບິນ ໂລກັນ, ນະຄອນ ບອສຕັນ, ລັດ ແມສຊາຈູເຊັດສ໌. 21 ທັນວາ, 2021.
ນັກເດີນທາງຍ່າງຜ່ານສະຖານທີ່ກວດ COVID-19 ຢູ່ສະໜາມບິນ ໂລກັນ, ນະຄອນ ບອສຕັນ, ລັດ ແມສຊາຈູເຊັດສ໌. 21 ທັນວາ, 2021.

ສະຫະລັດ ໄດ້ຍົກເລີກຂໍ້ຮຽກຮ້ອງການກວດໂຄວິດ-19 ກ່ອນເດີນທາງເຂົ້າປະເທດສຳລັບປະຊາຊົນເມື່ອວັນທີ 12 ມິຖຸນາທີ່ຜ່ານມາ, ຫຼັງຈາກຖືກສາກົນຕິໜິຕິຕຽນວ່າມາດຕະການດັ່ງກ່າວແມ່ນລ້າສະໄໝແລ້ວ.

ການປະກາດຍົກເລີກດັ່ງກ່າວໄດ້ເຮັດໃຫ້ຫຼາຍຄົນຮ້ອງໂຮດີໃຈ, ເພາະເຂົາເຈົ້າຮູ້ສຶກວ່າມັນຈະເຮັດໃຫ້ການເດີນທາງສະດວກສະບາຍ ແລະ ປະຊາຊົນສ່ວນຫຼາຍແມ່ນໄດ້ສັກຢາສັກໂຄວິດຄົບແລ້ວ ຫຼື ໄດ້ຮັບຢາບູສເຕີ.

ກົດລະບຽບດັ່ງກ່າວແມ່ນໃຊ້ໄດ້ຕໍ່ປະຊາຊົນທີ່ມີສັນຊາດ ອາເມຣິກັນ, ຜູ້ອາໄສຢູ່ຖາວອນ ແລະ ຜູ້ຖືບັດຂຽວເທົ່ານັ້ນ.

ນັກທຸລະກິດທ່ານນຶ່ງທີ່ເດີນທາງເຂົ້າ-ອອກ ສະຫະລັດ ເປັນປະຈຳໄດ້ກ່າວຕໍ່ພວກເຮົາວ່າ “ຫຼາຍປະເທດເຂົາກະຍົກເລີກການກວດໂຄວິດກ່ອນເຂົ້າປະເທດແລ້ວ ຄືຢູໂຣບເນາະເຂົາກະໄດ້ຍົກເລີກຫຼາຍປະເທດແລ້ວ. ແລະ ປະຊາຊົນສ່ວນຫຼາຍກໍໄດ້ສັກຢາຄົບ, ພວກເຮົາກໍມີພູມຄຸ້ມກັນ. ສະນັ້ນຄວາມສ່ຽງມັນກໍຈະບໍ່ຮ້າຍແຮງຄືສອງປີກ່ອນ. ການຍົກເລີກນີ້ກໍຈະເປັນການເຮັດໃຫ້ປະຢັດເງິນເນາະ ເພາະວ່າກວດເທື່ອນຶ່ງນີ້ມັນກໍຂ້ອນຂ້າງແພງ. ບາງປະເທດເຂົາເກັບຄ່າກວດເປັນ 2-300 ໂດລາພຸ້ນໃດ. ຂ້າພະເຈົ້າເຫັນວ່າດີແລ້ວທີ່ລັດຖະບານ ສະຫະລັດ ຍົກເລີກມັນ.”

ກ່ອນໜ້ານີ້, ສະຫະລັດ ຮຽກຮ້ອງໃຫ້ນັກທ່ອງທ່ຽວທີ່ມີອາຍຸ 2 ປີຂຶ້ນໄປກວດໂຄວິດ 2 ວັນກ່ອນເດີນທາງກັບປະເທດ, ບໍ່ວ່າເຂົາເຈົ້າຈະມີສະຖານະສັກຢາຄົບແລ້ວ ຫຼື ມີສັນຊາດກໍ່ຕາມ.

XS
SM
MD
LG