ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວລີເບຍ ປ່ອນບັດ ເລືອກຕັ້ງສະພາ ຄັ້ງປະຫວັດສາດ (ວີດີໂອ)


ຊາວລີເບຍ ພາກັນໄປປ່ອນບັດ ໃນການເລືອກຕັ້ງແບບມີຫຼາຍພັກການເມືອງ ຄັ້ງທຳອິດ ໃນຮອບ 60 ປີ (7 ກໍລະກົດ 2012)
ຊາວລີເບຍ ພາກັນໄປປ່ອນບັດ ໃນການເລືອກຕັ້ງແບບມີຫຼາຍພັກການເມືອງ ຄັ້ງທຳອິດ ໃນຮອບ 60 ປີ (7 ກໍລະກົດ 2012)

ຊາວ​ລີ​ເບຍ ກໍາລັງ​ພາກັນ​ໄປປ່ອນ​ບັດ ​ໃນ​ການເລືອກ​ຕັ້ງທີ່​ມີຫຼາຍພັກ​ການ​ ​ເມືອງ​ເຂົ້າຮ່ວມ
ຄັ້ງທໍາ​ອິດ ​ໃນ​ຮອບ 60 ປີ.

​ໃນ​ວັນ​ເສົາມື້ນີ້ ບັນດາ​ຜູ້​ມີ​ສິດປ່ອນ​ບັດ​ພາກັນ​ເລືອກຜູ້​ສະມັກ​ເພື່ອ​ເຂົ້າໄປ​ນັ່ງ ​ໃນ​ສະພາ​ແຫ່ງ​
ຊາດ ທີ່​ມີທັງ​ໝົດ 200 ບ່ອນ​ນັ່ງ​. ສະພາດັ່ງກ່າວ​ຈະ​ຈັດຕັ້ງ ​ລັດຖະບານ​ຊົ່ວ​ຄາວ​ແລະ​ຮ່າງ​ລັດ
ຖະທໍາ​ມະນູນ ກ່ອນ​ຈະ​ມີການ​ເລືອກ​ຕັ້ງສະພາ​ທີ່​ມີ​ອຳນາດ​ສົມບູນ ​ທີ່​ກໍາໜົດ​ໄວ້​ໃນ​ປີໜ້າ.

ກໍາລັງ​ຮັກສາ​ຄວາມ​ປອດ​ໄພ ​ຢືນ​ຍາມ​ຢູ່​ຕາມ​ໜ່ວຍ​ເລືອກ​ຕັ້ງ​ເພື່ອ​ປ້ອງ​ກັນ​ບໍ່ ​ໃຫ້​ເກີດ​ຄວາມ
​ຮຸນ​ແຮງ​ໃດໆ​ກໍ​ຕາມ.

ພວກ​ເຈົ້າໜ້າ​ທີ່​ລີ​ເບຍ​ກ່າວ​ວ່າ ພວກ​ປະ​ທ້ວງ​ໄດ້​ພາກັນ​ລົບ​ກວນ​ໜ່ວຍ​ປ່ອນ​ບັດ​ບາງ​ແຫ່ງໃນ
​ພາກ​ຕາ​ເວັນ​ອອກ​ຂອງ​ລີ​ເບຍ ຮວມທັງ​ເມືອງ Benghazi ​ແລະ ​ເມືອງ Ajdabiya. ບາງ​ກຸ່ມ​
ຖົກ​ຖຽງ​ໂຕ້​ແຍ້​ງວ່າ ພວກ​ເຈົ້າໜ້າ​ທີ່​ ໃນ​ນະຄອນ ຫຼວງ Triopoli ​ບໍ່ໄດ້​ເອົາ​ໃຈ​ໃສ່​ພຽງພໍ​ຕໍ່​
ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ແລະ ຕ້ອງການ​ໃຫ້​ເຂດ​ດັ່ງກ່າວ​ມີ​ອຳນາດ​ຕື່ມຂຶ້ນ.

ການ​ປ່ອນ​ບັດ​ໄດ້​ມີຂື້ນບໍ່​ຮອດ​ນຶ່ງ​ປີ ຫລັງ​ຈາກມື້ລາງ​ຜູ້​ນໍາ​ອັນ​ຍາວ​ນານ​ ທ່ານ Moammar
Gadhafi ໄດ້ເສຍ​ຊີວິດ ຫລັງ​ຈາກທີ່​ໄດ້​ຖືກ​ຈັບໂດຍ​ພວກ​ນັກ​ລົບ​ຕໍ່ຕ້ານ​ກັບ​ລັດຖະບານ. ພວກ​
ປ່ອນ​ບັດ​ບາງ​ຄົນ​ ໄດ້​ພາກັນ​ໃຊ້​ທຸງຊາດ​ໃໝ່​ຂອງລີ​ເບຍ ທີ່​ມີ​ສີ​ແດງ ຂຽວ ​ແລະ​ດຳນັ້ນ ຫຸ້ມ​ຫໍ່​
ໂຕ​ເຂົາ​ເຈົ້າ.

ຫລາຍ​ກວ່າ 140 ພັກ ​ແລະກຸ່ມນ້ອຍໆອີກ​ຈຳນວນ​ນຶ່ງ ​ໄດ້​ທໍາ​ການໂຄສະນາຫາ​ສຽງ​ເລືອກ
​ຕັ້ງຄັ້ງນີ້. ນັກວິ​ເຄາະ​ຄາ​ດ​ວ່າ ກຸ່ມສາສະໜາອິສລາ​ມຈະ​ປະສົບ​ຜົນ​ດີ ພ້ອມໆ​ກັບກຸ່ມ​ເຈົ້າ​ໜ້າ
ທີ່ທີ່​ບໍ່​ຝັກ​ໄຝດ້ານ​ສາສະໜາ ທີ່ໄດ້​ມີບົດບາດໃນ​ການ​ປ່ຽນ​ແປງ ໃນຍຸກ​ຫຼັງ Gadhafi.

XS
SM
MD
LG