ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກ ຂອງ ລີເບຍ ກ່າວຫາ ຜູ້ນຳຝ່າຍປໍລະປັກ ຫາທາງກໍ່ລັດຖະປະຫານ


ນາຍົກລັດຖະມົນຕີ ຂອງລີເບຍ ທ່ານ ຟາເຢສ ອາລ-ຊາຣາຈ ກຳລັງອອກມາຈາກ ກອງປະຊຸມສາກົນ ກ່ຽວກັບ ລີເບຍ ຢູ່ທຳນຽບ Elysee ໃນນະຄອນຫຼວງ ປາຣີ, ວັນທີ 29 ພຶດສະພາ 2018.
ນາຍົກລັດຖະມົນຕີ ຂອງລີເບຍ ທ່ານ ຟາເຢສ ອາລ-ຊາຣາຈ ກຳລັງອອກມາຈາກ ກອງປະຊຸມສາກົນ ກ່ຽວກັບ ລີເບຍ ຢູ່ທຳນຽບ Elysee ໃນນະຄອນຫຼວງ ປາຣີ, ວັນທີ 29 ພຶດສະພາ 2018.

ນາຍົກລັດຖະມົນຕີຂອງລີເບຍ ທ່ານ ຟາເຢສ ອາລ-ຊາຣາຈ ກ່າວວ່າ ຄູ່ປໍ​ລະ​ປັກ ໃນ​
ການ​ແຍ່ງ​ຊິງອຳນາດກັບທ່ານ ນາຍພົນ ຄາລີຟາ ຮັຟຕາ ພວມພະຍາຍາມກໍ່ລັດຖະ
ປະຫານ ແລະຍຶດເອົາລີເບຍ ດ້ວຍກຳລັງ.

“ລາວ (ໝາຍເຖິງນາຍພົນ ຮັຟຕາ) ໄຝ່ຝັນຢາກເຂົ້າໄປໃນນະຄອນຫຼວງ ຕຣີໂປລີ”
ທ່ານອາລ-ຊາຣາຈ ໄດ້ກ່າວຕໍ່ໂທລະພາບຝຣັ່ງ 24 ທີ່ນະຄອນຫຼວງປາຣີ ໃນວັນພຸດ
ວານນີ້.

ທ່ານ ຄາລີຟາ ຮັຟຕາ, ກາງ, ຜູ້ບັນຊາການທະຫານ ທີ່ມີອິດທິພົນ ຢູ່ທາງພາກຕາເວັນອອກ ຂອງລີເບຍ, ກຳລັງອອກມາຈາກກອງປະຊຸມສາກົນ ກ່ຽວກັບລີເບຍ ຢູ່ທີ່ ທຳນຽບ Elysee ໃນນະຄອນຫຼວງ ປາຣີ, ວັນທີ 29 ພຶດສະພາ 2018.
ທ່ານ ຄາລີຟາ ຮັຟຕາ, ກາງ, ຜູ້ບັນຊາການທະຫານ ທີ່ມີອິດທິພົນ ຢູ່ທາງພາກຕາເວັນອອກ ຂອງລີເບຍ, ກຳລັງອອກມາຈາກກອງປະຊຸມສາກົນ ກ່ຽວກັບລີເບຍ ຢູ່ທີ່ ທຳນຽບ Elysee ໃນນະຄອນຫຼວງ ປາຣີ, ວັນທີ 29 ພຶດສະພາ 2018.

ທ່ານກ່າວຕໍ່ໄປວ່າ “ການໂຈມຕີນີ້ ເປັນທີ່ຈະແຈ້ງແລ້ວວ່າ ຈະຕ້ອງຖືກປະນາມ
ເພາະວ່າ ມັນເປັນການພະຍາຍາມທີ່ຈະໂຄ່ນລົ້ມ ລັດຖະບານທີ່ຖືກຕ້ອງຕາມກົດ
ໝາຍ ແລະຍຶດເອົາອຳນາດ....ການທຳລາຍຂະບວນການທາງການເມືອງ ແມ່ນ
ດຳເນີນການໂດຍ ທ່ານຄາລີຟາ ຮັຟຕາ ຊຶ່ງບໍ່ແມ່ນລັດຖະບານທີ່ສ້າງ​ຄວາມ​ປອງ
ດອງຊາດ ແລະພວກເຮົາແມ່ນພ້ອມແລ້ວ ທີ່​ຈະກັບຄືນສູ່ຂະບວນການ ທາງການ
ເມືອງ ໃນເມື່ອໃດ ເງື່ອນໄຂຕ່າງໆ ແມ່ນໄດ້ປະຕິບັດ.”

ທ່ານຮັຟຕາ ນຳພາລັດຖະບານຝ່າຍຄ້ານ ຢູ່ທາງພາກຕາເວັນອອກຂອງລີເບຍ. ກອງທັບ
ບົກແຫ່ງລີເບຍຂອງທ່ານ ໄດ້ເຄື່ອນໄຫວຕໍ່ຕ້ານລັດຖະບານທ່ານອາລ-ຊາຣາຈ ທີ່ໄດ້ຖືກ
ແຕ່ງຕັ້ງຂຶ້ນໂດຍອົງການສະຫະປະຊາຊາດ ເມື່ອເດືອນແລ້ວນີ້ ແຕ່ໄດ້ຖືກ​ສະ​ກັດ​ກັ້ນ
ໂດຍກຳລັງຂອງລັດຖະບານ ແລະພວກກຸ່ມພັນທະມິດ ຢູ່ໃນ​ເຂດຊານເມືອງ ທາງພາກ
ໃຕ້ຂອງ​ນະ​ຄອນຕຣີໂປລີ ຈຶ່ງ​ບໍ່​ສາ​ມາດ​ເຂົ້າຢຶດ​ນະ​ຄອນ​ຫຼວງ​ໄດ້​ເທື່ອ.

ແມ່ຍິງອົບພະຍົບຜູ້ນີ້ ສະແດງທ່າທີ ຢູ່ພາຍໃນສູນພັກພິງຊົ່ວຄາວ ຫຼັງຈາກທີ່ສະຖານແຫ່ງນີ້ ຖືກສະເກດລະເບີດ ຈາກການໂຈມຕີທາງອາກາດ, ໃນນະຄອນຫຼວງ ຕຣີໂປລີ ຂອງລີເບຍ, ວັນທີ 8 ພຶດສະພາ 2019.
ແມ່ຍິງອົບພະຍົບຜູ້ນີ້ ສະແດງທ່າທີ ຢູ່ພາຍໃນສູນພັກພິງຊົ່ວຄາວ ຫຼັງຈາກທີ່ສະຖານແຫ່ງນີ້ ຖືກສະເກດລະເບີດ ຈາກການໂຈມຕີທາງອາກາດ, ໃນນະຄອນຫຼວງ ຕຣີໂປລີ ຂອງລີເບຍ, ວັນທີ 8 ພຶດສະພາ 2019.

ພວກພົນລະເຮືອນລີເບຍບາງສ່ວນ ທີ່ຕິດຄ້າງຢູ່ໃນການຕໍ່ສູ້ກັນນັ້ນ ໄດ້ກ່າວວ່າ ພວກ
ເຂົາເຈົ້າ ບໍ່ສົນໃຈເລີຍວ່າ ຜູ້ໃດຈະຊະນະ ພວກເຂົາເຈົ້າພຽງແຕ່ຢາກໃຫ້ ການສູ້ລົບ
ກັນນັ້ນ ຍຸຕິລົງ.

ບັນດາເຈົ້າໜ້າທີ່ຂອງສະຫະປະຊາຊາດ ກ່າວວ່າ ການສູ້ລົບກັນ ໄດ້ສັງຫານປະຊາຊົນ
ໄປແລ້ວ 440 ຄົນ ແລະໄດ້ກົດດັນໃຫ້ຫຼາຍໝື່ນຄົນ ຕ້ອງພາກັນຫລົບໜີອອກຈາກເຮືອນ
ຊານຂອງພວກເຂົາເຈົ້າ. ຫຼາຍໆຄົນ ໄປອາໄສຢູ່ສູນອົບພະຍົບ ຊົ່ວຄາວແຫ່ງຕ່າງໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG