ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະສະພາ ລີເບຍ ປົດນາຍົກ Zeidan ອອກຈາກ ຕຳແໜ່ງ (ວີດີໂອ)


Libyan Parliament Dumps PM Over Oil Dispute
please wait

No media source currently available

0:00 0:01:21 0:00

ສະພາລີເບຍ ປົດນາຍົກລັດຖະມົນຕີ ອອກຈາກຕຳແໜ່ງ

ລັດຖະສະພາ​ລີ​ເບຍ ປົດ​ນາຍົກລັດຖະມົນຕີຂອງປະ​ເທດ​
ອອກ​ຈາກ​ຕຳ​ແໜ່​ງ ​ໃນ​ການ​ລົງມະຕິ​ບໍ່​ໄວ້​ວາງ​ໃຈ ຫຼັງ​ຈາ​ກ
ກຳ​ປັ່ນ​ບັນທຸກ​ນ້ຳມັນລຳ​ນຶ່ງ​ຕິດ​ທຸງ​ເກົາຫຼີ​ເໜືອ ທີ່​ບັນທຸກ
​ນ້ຳມັນ​ດິບ​ຢ່າງ​ຜິດ​ກົດໝາຍ ທີ່​ທ່າ​ເຮື​ອ​ແຫ່ງ​ນຶ່ງ​ ໃນ​ພາກ​ຕາ​
ເວັນ​ອອກ​ຂອງລີເບຍ ພາຍ​ໃຕ້​ການ​ຄວບ​ຄຸມຂອງ​ພວກ​ກະ
ບົດ ຊຶ່ງ​ມີ​ລາຍ​ງານ​ຂ່າວ​ວ່າ ກຳ​ປັ່ນ​ລຳ​ນີ້ແລ່ນອອກ​ໄປ​ຮອດ
​ນ່ານນ້ຳ​ນາໆ​ຊາດ​ແລ້ວ.

ພວກ​ຜູ້​ແທນ​ທີ່​ໂມ​ໂຫ​ໂທ​ໂສ ​ໃນສະພາ​ໃຫຍ່ແຫ່ງ​ຊາດ ຊຶ່ງ​
ເປັນ​ສະຖາບັນສູງ​ສຸດ​ດ້ານ​ການ​ເມືອງ​ຂອງ​ລີ​ເບຍ ​ໃນ​ວັນ​ອັງ
ຄານ​ວານ​ນີ້ ​ໄດ້​ແຕ່ງ​ຕັ້ງທ່າ​ນ Abdullah al-Thani ລັດຖະ
ມົນຕີ​ປ້ອງ​ກັນ​ປະ​ເທດ ​ໃຫ້​ເປັນ​ນາຍົກລັດຖະມົນຕີຮັກສາການ​ຊົ່ວຄາວ ຈົນ​ຮອດ
​ເວລາ​ໃດ​ທີ່​ຫາ​ຜູ້​ມາ​ປ່ຽນ​ທ່ານ Ali Zeidan​ໄດ້.

ການ​ເຄື່ອນ​ໄຫວ​ດັ່ງກ່າວ ມີ​ຂຶ້ນ​ຫຼັງ​ຈາກ​ມີ​ຂ່າວ​ວ່າ ກຳ​ປັ່ນ​ບັນທຸກ​ນ້ຳມັນ Morning Glory ສວຍ​ໂອກາດ​ໃນ​ຂະນະທີ່ເກີດ​ສະພາບ​ດິນ​ຟ້າ​ອາກາດ​ບໍ່​ດີ ຫຼົບໜີ​ຈາກ​ພວກ
​ເຮືອ​ກອງທັບ​ເຮືອ​ທີ່​ຄວບຄຸມກຳ​ປັ່ນ​ລຳ​ດັ່ງກ່າວ​ໄປ​ສູ່​ທ່າ​ເຮືອ​ຂອງ​ລັດຖະບານ​ແຫ່ງ​
ນຶ່ງ ​ແລະ​ມຸ້ງ​ໜ້າ​ອອກສູ່ທະ​ເລ ທີ່ເປັນເຂດນ່ານນ້ຳນາໆຊາດ.

ຍັງບໍ່ມີ​ປະຕິກິລິຍາ​ໃດໆ​ໃນ​ເວລາ​ນີ້​ຈາກ​ທ່ານ Zeidan ​ເທື່ອ ກ່ຽວ​ກັບ​ການ​ປົດ​ທ່ານ​ອອກ ຈາກ​ຕຳ​ແໜ່​ງນີ້. ພວກ​ນັກ​ການ​ເມືອງ​ສ່ວນ​ຫຼາຍ​ໃນ​ລີ​ເບຍ ​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ພວກ ທະຫານ​ບ້ານ​ໃນ​ທ້ອງ​ຖິ່ນ ຫຼື​ຄວາມ​ຈົງ​ຮັກ​ພັກດີ​ດ້ານ​ອຸດົມ​ການ ​ແລະ​ເບິ່ງ
​ຄື​ວ່າຫຼາຍ​ຄົນ​ຈະ​ຮັບ​ເອົາ​ການ​ປົດ​ທ່ານ​ອອກ​ຈາກ​ຕຳ​ແໜ່​ງດັ່ງກ່າວນີ້​ບໍ່​ໄດ້.
XS
SM
MD
LG