ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ຂອງລີເບຍ ຖືກຍິງຕາຍ (ວີດີໂອ)


ແຜນທີ່ລີເບຍ
ແຜນທີ່ລີເບຍ
ບັນດາ​ເຈົ້າ​ໜ້າ​ທີ່​ລີ​ເບຍ​ກ່າວ​ວ່າ ຮອງ​ລັດຖະມົນຕີກະຊວງ​ອຸດ
ສາຫະກຳ​ໄດ້​ຖືກ​ຍິງ​ຕາຍ ​ໃນ​ລະຫວ່າງ​ໄປ​ຢ້ຽມຢາມ​ເມືອງ
Sirte ບ້ານ​ເກີດ​ຂອງ​ທ່ານ ຫ່າງ​ຈາກ​ນະຄອນຫຼວງ Tripoli
ໄປ​ທາງ​ທິດຕາ​ເວັນ​ອອກ 400 ຫຼັກ​ກິ​ໂລ​ແມັດ.

ໜັງສືພິມ Libya Herald ກ່າວ​ວ່າ ທ່ານ Hassan al-Droui
ຖືກ​ຍິງ​ຕາຍ​ ຫຼັງ​ຈາກ​ໄປ​ສວດ​ມົນ​ໃນ​ແລງ​ວັນ​ເສົາ​ ຢູ່​ໃກ້ໆ​ກັບ​
ຕະຫຼາດ​ແຫ່ງ​ນຶ່ງ ​ໃນ​ໃຈກາງ​ເມືອງ Sirte.

ຍັງບໍ່​ມີ​ຜູ້​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນທັນທີ​ນີ້​ເທື່ອ ​ກ່ຽວ​
ກັບ​ການ​ໂຈມ​ຕີ​ຄັ້ງ​ນີ້​.

ນັບ​ແຕ່​ການພັງ​ທະລາຍ​ລົງ​ຂອງ​ລັດຖະບານ​ຂອງ​ມື້​ລາງ​ພັນ​ເອກ Moammar Gadhafi
ລີ​ເບຍ​ກໍໄດ້​ປະ​ເຊີນ​ກັບ​ຄວາມ​ຮຸນ​ແຮງ​ເປັນ​ລະຍະໆ​ມາ ຮວມທັງ​ການ​ລອບ​ສັງຫານຕິດ​ຕໍ່
​ກັນ​ມາ​ຫຼາຍ​ຄັ້ງ ທີ່​ແນ​ເປົ້າ​ໝາຍ​ໃສ່​ພວກ​ນາຍ​ທະຫານ​ຂັ້ນ​ສູງ ແລະ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​
ປອດ​ໄພ​.

ເບິ່ງວີດີໂອ ກ່ຽວກັບຄວາມຮຸນແຮງ ໃນລີເບຍ:

Violence Escalates As Libya Faces Oil Standoff
please wait

No media source currently available

0:00 0:03:04 0:00
ລິງໂດຍກົງ
XS
SM
MD
LG