ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເຮລິຄອບເຕີ້ ທີ່ບັນທຸກ ສະມາຊິກ ລັດຖະບານ ອິສລາມ ​ຂອງລີເບຍ ຖືກຍິງຕົກ


ແຜນທີ່ ປະເທດລີເບຍ ທີ່ສະແດງໃຫ້ເຫັນ ນະຄອນ Tripoli
ແຜນທີ່ ປະເທດລີເບຍ ທີ່ສະແດງໃຫ້ເຫັນ ນະຄອນ Tripoli

ເຮລິຄອບເຕີ້ລຳນຶ່ງທີ່ບັນທຸກ ບັນດາສະມາຊິກລັດຖະບານ
ອິສລາມ ​ຂອງລີເບຍ ທີ່ມີຫ້ອງການຕັ້ງຢູ່ໃນນະຄອນ Tripoli
ຖືກຍິງຕົກ ໃນວັນອັງ ຄານວານນີ້ ເຮັດໃຫ້ມີຢ່າງໜ້ອຍ 9 ຄົນ
ເສຍຊີວິດ.

ຍັງບໍ່ຈະແຈ້ງເທື່ອວ່າ ມີຈັກຄົນຢູ່ເທິງເຮືອບິນເຮລິຄອບເຕີ້ນັ້ນ
ແຕ່ບັນດາເຈົ້າໜ້າທີ່ ກ່າວວ່າ ພວກເຂົາເຈົ້າ ບໍ່ຄາດວ່າ ຈະພົບ
ເຫັນຜູ້ລອດຊີວິດມາ​ໄດ້ ໃດໆເລີຍ.

ເຮລິຄອບເຕີ້ລຳດັ່ງກ່າວ ໄດ້ບິນອອກຈາກ ນະຄອນ Tripoli
ແລະ ໄດ້ຕົກລົງ​ໃສ່ທະເລ ທາງພາກຕາເວັນຕົກຂອງເມືອງ
Almaya.

ກຸ່ມອິສລາມ ​ໄດ້ຖິ້ມໂທດໃສ່ລັດຖະບານ ທີ່​ເປັນ​ຄູ່​ປໍ​ລະ​ປັກ ທີ່ມີທີ່ໝັ້ນຢູ່ ເມືອງ Tobruk
ວ່າ ​ເປັນ​ຜູ້ຍິງເຮລິຄອບເຕີ້ຕົກ. ບັນດາເຈົ້າໜ້າທີ່ ຢູ່ ​ເມືອງ Tobruk ປະຕິເສດວ່າ ຕົນ
ບໍ່ມີຄວາມຮັບຜິດຊອບຫຍັງໝົດ.

ລີເບຍ ​ໄດ້​ຖືກແບ່ງແຍກ ລະຫວ່າງລັດຖະບານອິສລາມ ທີ່ໄດ້ຢຶດເອົານະຄອນ Tripoli
ແລະ ບັນດານສະມາຊິກສະພາ ທີ່ຮັບຮູ້ໂດຍນາໆຊາດ ທີ່ໄດ້ຫລົບໜີໄປຢູ່ເມືອງ Tobruk ທາງພາກຕາເວັນອອກຂອງປະເທດ.

ການ​ດຳ​ເນີນຄວາມພະຍາຍາມຂອງອົງການສະຫະປະຊາຊາດ ເພື່ອ ໄກ່ເກ່ຍ ໃຫ້ມີ
ລັດຖະບານສາມັກຄີຊາດ​ນັ້ນ ມາເຖິງບັດນີ້ ຍັງ​ບໍ່​ທັນ​ປະ ສົບ​ຄວາມ​ສຳ​ເລັດ​ເທື່ອ.

ລີເບຍ ໄດ້ຕົກຢູ່ໃນສະພາບວຸ້ນວາຍ ແລະ ການເມືອງທີ່ບໍ່ແນ່ນອນນັບ ຕັ້ງແຕ່ຈອມ
ຜະເດັດການ Moammar Gadhafi ໄດ້ຖືກໂຄ່ນລົ້ມແລະ ໄດ້ຖືກຂ້າຕາຍ ໃນປີ 2011
ເປັນຕົ້ນມາ.

Libya Helicopter
please wait
Embed

No media source currently available

0:00 0:00:52 0:00

XS
SM
MD
LG