ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກຸ່ມສິດທິມະນຸດຮຽກຮ້ອງໃຫ້ ລັດຖະບານໄລຍະຂ້າມຜ່ານ ຍຸດເຊົາກັກຕົວພວກຄົນຜິວດໍາ ໃນລີເບຍ


ພວກຄົນງານຊາວອາຟຣິກາ ພາກັນໄປຫລົບລີ້ຢູ່ຟາມແຫ່ງນຶ່ງ ເພື່ອໜີກໍາລັງຂອງພວກກະບົດ ຢູ່ໃນນະຄອນຫລວງ Tripoli, ວັນທີ 28 ສິງຫາ 2011.
ພວກຄົນງານຊາວອາຟຣິກາ ພາກັນໄປຫລົບລີ້ຢູ່ຟາມແຫ່ງນຶ່ງ ເພື່ອໜີກໍາລັງຂອງພວກກະບົດ ຢູ່ໃນນະຄອນຫລວງ Tripoli, ວັນທີ 28 ສິງຫາ 2011.

ຂະນະ​ດຽວກັນ ກຸ່ມສິດທິມະນຸດກຸ່ມນຶ່ງ ໄດ້ຮຽກຮ້ອງໃຫ້ລັດຖະບານໄລຍະຂ້າມຜ່ານແຫ່ງ ຊາດລີເບຍ ຫລື NTC ຈົ່ງຍຸຕິໃນສິ່ງທີ່ຕົນເອີ້ນວ່າ ການຈັບກຸມແລະກະທໍາຮຸນແຮງຕາມ ອໍາເພີໃຈ ຕໍ່ພວກຄົນງານຕ່າງດ້າວອາຟຣິກາ ແລະຊາວລີເບຍຜິວດໍາ ທີ່ສັນນິຖານ​ກັນວ່າ ເປັນພວກທະຫານ​ຮັບ ຈ້າງນັ້ນ.

ກຸ່ມສິ້ງຊອມສິດທິມະນຸດ ຫລື Human Rights Watch ກ່າວ​ໃນວັນ ອາທິດມື້ນີ້ວ່າ NTC ຄວນຈະປ່ອຍຕົວພວກທະຫານຮັບຈ້າງທີ່ຖືກກັກຕົວໄວ້​ ຍ້ອນຜິວພັນດໍາຂອງພວກ ເຂົາເຈົ້າເທົ່ານັ້ນ. ອົງການສິດທິດັ່ງກ່າວເວົ້າອີກວ່າ NTC ຄວນຈະຈັດໃຫ້ມີການທົບທວນ ດ້ານຕຸລາການໃນທັນທີ ກ່ຽວ​ກັບພວກໃດກໍ​ຕາມທີ່ຖືກກັກຕົວ ທີ່ມີຫລັກຖານສະ​ແດງ​ວ່າ ຜູ້ກ່ຽວ​ໄດ້ກໍ່ອາຊະຍາກໍານັ້ນ.

ທ່ານນາງ Sarah Leah Whitson ຜູ້ອໍານວຍການກຸ່ມສິ້ງຊອມສິດທິມະນຸດ ປະຈໍາພາກ ພື້ນຕາເວັນອອກກາງ ແລະອາຟຣິກາເໜືອ ກ່າວວ່າ ​ເວລາ​ນີ້​ແມ່ນເປັນຊ່ວງ​ເວລາ​ທີ່ອັນຕະ ລາຍ ສໍາລັບຜູ້ທີ່ມີຜິວສີດໍາໃນນະຄອນຫລວງ Tripoli ຊຶ່ງທ່ານນາງກ່າວຕໍ່ໄປວ່າ NTC ຄວນຈະຢຸດ​ເຊົາ ຈັບກຸມພວກຄົນຕ່າງດ້າວຊາວອາຟຣິກາ ແລະຊາວລີເບຍຜິວດໍານັ້ນໄດ້ ແລ້ວ ເວັ້ນເສຍແຕ່ວ່າມີຫລັກຖານການກໍ່ອາຊະຍາກໍາຢ່າງແທ້ຈິງນັ້ນ.

ອົງການສິດທິດັ່ງກ່າວ ຍັງກ່າວຕື່ມວ່າ NTC ແມ່ນຕ້ອງ​ໄດ້​ຈັດ​ຕັ້ງປະຕິບັດ ຄວາມໝັ້ນໝາຍ ຂອງຕົນຕໍ່ສິດທິມະນຸດ ໂດຍໃຫ້ການຮັບປະກັນຄວາມປອດໄພ ຂອງພວກຄົນງານຊາວຕ່າງ ດ້າວຈໍານວນຫລາຍໝື່ນຄົນທີ່ມາ ຈາກຂົງເຂດໃຕ້ທະ​ເລ​ຊາຍຊາຮາຣາຂອງອາຟຣິກາລົງ​ໄປ ທີ່ປະເຊີນກັບການນາບຂູ່ ຮາວີແລະກະທໍາຮຸນແຮງຈາກທັງພວກກະບົດ​ ທີ່ປະກອບອາວຸດ ແລະຈາກພົນລະ​ເມືອງລີເບຍນໍານັ້ນ.

ກຸ່ມສິ້ງຊອມສິດທິມະນຸດ ຫລື Human Rights Watch ກ່າວຕື່ມວ່າ ລີເບຍເປັນບ່ອນຢູ່ ຂອງຂອງພວກຄົນງານຕ່າງດ້າວອາຟຣິກາຈໍານວນລະຫວ່າງນຶ່ງລ້ານ​ຫາສອງລ້ານຄົນກ່ອນ ການລຸກຮືຂຶ້ນນັ້ນ.

XS
SM
MD
LG