ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປະເທດ ມະຫະອຳນາດ ໂລກ ສະໜັບສະໜູນ ແຜນລວມເປັນອັນໜຶ່ງອັນດຽວກັນ ຂອງ ລີເບຍ


Diplomats Urge Libya Factions to Unite for Peace
please wait

No media source currently available

0:00 0:02:04 0:00

ເຊີນຊົມວິດີໂອ ກ່ຽວກັບ ຂ່າວນີ້ໂດຍ Zlatica Hoke.

ບັນດາປະເທດມະຫາອຳນາດໂລກ ໄດ້ປິດກອງປະຊຸມພ້ອມດ້ວຍ ບັນດາຕົວແທນຂອງສອງກຸ່ມຂູ່ແຂ່ງຂອງ ລີເບຍ ດ້ວຍການຢືນ ຢັນສະໜັບສະໜູນສຳລັບ ແຜນການທີ່ໜູນຫຼັງໂດຍອົງການ ສະຫະປະຊາຊາດ ທີ່ຈະສ້າງລັດຖະບານ ທີ່ເປັນອັນໜຶ່ງດຽວກັນ.

ບັນດາຜູ້ແທນຂອງ 17 ປະເທດ ແລະ 4 ອົງກອນຂອງໂລກໄດ້ຈັດ ການ ເຈລະຈາກັບບັນດາເຈົ້າໜ້າທີ່ ລີເບຍ ໃນນະຄອນຫຼວງ ໂຣມ ວັນອາທິດວານນີ້, ໃນກອງປະຊຸມທີ່ເປັນປະທານໂດຍລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານ John Kerry ແລະ ຄູ່ຮ່ວມຕຳ ແໜ່ງຈາກປະເທດ ອີຕາລີ ຂອງທ່ານ ທ່ານ Paolo Gentiloni.

ກອງປະຊຸມດັ່ງກ່າວໄດ້ເກີດຂຶ້ນໃນຂະນະທີ່ສອງລັດຖະບານຂູ່ແຂ່ງຂອງ ລີເບຍ ກຽມພ້ອມທີ່ ຈະເຊັນຂໍ້ຕົກລົງການລວມເປັນໜຶ່ງດຽວກັນ ທີ່ປະເທດ Morocco ໃນວັນພຸດທີ່ຈະມາເຖິງ.

ທ່ານ Kerry ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວ ກັບທ່ານ Gentiloni ແລະ ທູດຈາກອົງ ການສະຫະປະຊາຊາດ ທ່ານ Martin Kobler ວ່າ “ມັນເຖິງເວລາ ແລ້ວ ທີ່ຈະທັບມ້າງອຸບ ປະສັກ” ແລະ ກ້າວໄປຂ້າງໜ້າສຳລັບອະນາຄົດຂອງ ລີເບຍ.”

ທ່ານໄດ້ອອກຖະແຫຼງການ ທີ່ໄດ້ເຊັນກັນໂດຍບັນດາມະຫາອຳນາດໂລກ ໃນນະຄອນຫຼວງ ໂຣມ ທີ່ຮຽກຮ້ອງໃຫ້ທຸກໆຝ່າຍຍອມຮັບເອົາການຢຸດຍິງ ໂດຍທັນທີ ແລະ ຄົບຖ້ວນ, ເມື່ອຂໍ້ ຕົກລົງໄດ້ຖືກລົງນາມ.

ທ່ານ Kobler ໄດ້ກ່າວເພີ່ມເຕີມຕໍ່ລັດຖະບານຂູ່ແຂ່ງວ່າ, ຂໍ້ຕົກລົງນີ້ຍັງຈະໄດ້ຖືກ ລົງນາມ ໂດຍບັນດາຜູ້ນຳພັກການເມືອງຂອງ ລີເບຍ ແລະ ເຈົ້າໜ້າທີ່ຄົນອື່ນໆ. ມັນມີຄວາມສຳຄັນ ທີ່ຈະມີ “ການຊຸມນຸມທີ່ມີຄວາມສຳຄັນ” ເພາະວ່າ ຂໍ້ຕົກລົງນີ້ ຕ້ອງການຄວາມຖືກຕ້ອງຕາມ ກົດໝາຍ.

ເຈົ້າໜ້າທີ່ອາວຸໂສກະຊວງການຕ່າງປະເທດໄດ້ກ່າວວ່າ ປະຊາຊົນ ລີເບຍ ສ່ວນໃຫຍ່ແມ່ນ “ເບື່ອໜ່າຍ ແລະ ເມື່ອຍ” ກັບການສູ້ລົບກັນນີ້ແລ້ວ, ການບໍ່ມີຄວາມສາມາດໃນການປົກ ຄອງປະເທດ ແລະ ມີພວກ Daesh ຫຼື ລັດອິສລາມ ເພີ່ມຈຳນວນຫຼາຍຂຶ້ນ.

ໃນການກ່າວສັ້ນໆ ກ່ຽວກັບຄວາມເປັນມາໃນວັນເສົາທີ່ຜ່ານມາ, ເຈົ້າໜ້າທີ່ກ່າວວ່າຕົວແທນ ຂອງຂູ່ແຂ່ງພວກນີ້ ໄດ້ຊ່ວຍກະຕຸ້ນໃຫ້ກຸ່ມຍ່ອຍທີ່ເປັນຂູ່ແຂ່ງກັນຂອງປະເທດ ເຄື່ອນຍ້າຍ ຜ່ານຄວາມແຕກຕ່າງຂອງພວກເຂົາເຈົ້າ ແລະ ຍິນຍອມທີ່ຈະເຊັນຂໍ້ຕົກລົງ ທີ່ສະໜັບສະໜູນ ໂດຍອົງການ ສະຫະປະຊາຊາດ ໃນວັນທີ 16 ທັນວານີ້.

Kerry: Time to Move Forward for Future of Libya
please wait

No media source currently available

0:00 0:00:55 0:00
XS
SM
MD
LG