ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ສຫລ ແລະ ອີຕາລີ ກົດດັນ ໃຫ້ສະໜັບສະໜູນ ແຜນຈັດຕັ້ງ ລັດຖະບານສາມັກຄີ ໃນລີເບຍ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານJohn Kerry (ຊ້າຍ) ແລະ ລັດຖະມົນຕີການຕ່າງປະເທດ ອີຕາລີ ທ່ານ Paolo Gentiloni ປຶກສາຫາລືກັນ ໃນລະຫວ່າງກອງປະຊຸມ ຢູ່ທີ່ນະຄອນຫຼວງ Rome, ປະເທດອີຕາລີ, ວັນທີ 13 ທັນວາ 2015.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານJohn Kerry (ຊ້າຍ) ແລະ ລັດຖະມົນຕີການຕ່າງປະເທດ ອີຕາລີ ທ່ານ Paolo Gentiloni ປຶກສາຫາລືກັນ ໃນລະຫວ່າງກອງປະຊຸມ ຢູ່ທີ່ນະຄອນຫຼວງ Rome, ປະເທດອີຕາລີ, ວັນທີ 13 ທັນວາ 2015.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານຈອນ ແຄຣີ
ແລະ ຄູ່ຕຳແໜ່ງຝ່າຍອີຕາລີ ທ່ານປາວໂລ ເຈັນຕີໂລນີ ກຳລັງ
ເປັນເຈົ້າພາບເປີດກອງປະຊຸມ ໃນວັນອາທິດມື້ນີ້ ເພື່ອຫາທາງ
ສະແດງໃຫ້ເຫັນເຖິງການສະໜັບສະໜູນ ແລະ ຄວາມມຸ້ງໝັ້ນ
ຂອງປະຊາຄົມນາໆຊາດ ເພື່ອຫາຂໍ້ຕົກລົງສັນຕິພາບໃນລີເບຍ
ອັນຍາວນານມາແລ້ວນັ້ນ.

ຄາດກັນວ່າ ທຸກພັກຝ່າຍລັດຖະບານຂອງລີເບຍ ທີ່ເປັນຄູ່ປໍລະ
ປັກກັນ ຈະລົງນາມໃນຂໍ້ຕົກລົງສັນຕິພາບ ທີ່ອົງການສະຫະປະ
ຊາຊາດ ໄດ້ເຈລະຈາຕໍ່ລອງ ໃນວັນພຸດຈະມາເຖິງນີ້ ຫຼັງຈາກ
ມີການເຈລະຈາ ຕົກລົງກັນ ເກືອບນຶ່ງປີ ກ່ຽວກັບ ຂັ້ນຕອນເພື່ອ
ສ້າງຕັ້ງ ລັດຖະບານສາມັກຄີ.

ແຜນການນັ້ນ ຮຽກຮ້ອງໃຫ້ ຈັດຕັ້ງລັດຖະບານສາມັກຄີຂຶ້ນ ພາຍໃນ 40 ມື້ ທີ່ປະກອບ
ດ້ວຍສະມາຊິກຈາກທັງ ພັກຝ່າຍລັດຖະບານທີ່ຮັບຮູ້ໂດຍນານາຊາດ ທີ່ມີຫ້ອງການຢູ່
ໃນນະຄອນ Tobruk ແລະ ກຸ່ມທີ່ໜູນຫລັງໂດຍອິສລາມ ທີ່ປະຕິບັດການຢູ່ໃນນະຄອນ
ຫຼວງ Tripoli ຂອງລີເບຍ.

ທ່ານແຄຣີ ແລະ ທ່ານເຈັນຕີໂລນີ ພ້ອມດ້ວຍບັນດາຜູ້ຕາງໜ້າ ຈາກປະເທດເພື່ອນບ້ານ
ຂອງລີເບຍ ແລະປະເທດອື່ນໆໃນພາກພື້ນ ກໍໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ໃນວັນ
ອາທິດມື້ນີ້.

US Libya
please wait
Embed

No media source currently available

0:00 0:00:18 0:00

U.S. Secretary of State John Kerry and his Italian counterpart Paolo Gentiloni are hosting a meeting Sunday seeking to show the support and commitment of the international community to a long-sought peace agreement in Libya.

The country's rival governments are expected to sign the U.N.-brokered peace deal on Wednesday after nearly a year of talks to agree on a process to create a unity government. The plan calls for the unity body to be formed with 40 days with members of both current internationally recognized government based on Tobruk and the Islamist-backed body that has been operating out of Tripoli.

Kerry and Gentiloni are being joined Sunday by representatives from Libya's neighbors and others in the region.

XS
SM
MD
LG