ນັກໂທດຫລາຍກ່ວາ 1 ພັນຄົນ ໄດ້ພາກັນໂຕນໜີຈາກຄຸກ
ຢູ່ໃກ້ເມືອງ Benghazi ທາງພາກຕາເວັນອອກຂອງລີເບຍ. ການໂຕນຄຸກຄັ້ງໃຫຍ່ດັ່ງກ່າວ ເກີດຂຶ້ນໃນຂະນະທີ່ພວກ ປະທ້ວງພາກັນຖະຫລົ່ມຫ້ອງການຂອງພັກການເມືອງຕ່າງໆ
ຢູ່ທົ່ວລີເບຍ.
ຍັງບໍ່ມີໃຜຮູ້ຢ່າງຈະແຈ້ງໃນທັນທີເທື່ອວ່າ ການໂຕນຄຸກ
Al-Kuifiya ໃນວັນເສົາວານນີ້ ມີການເຊື່ອມໂຍງກັນກັບ
ການປະທ້ວງເຫລົ່ານັ້ນຫລືບໍ່ ຫລືວ່າພວກນັກໂທດໄດ້ຮັບ
ການຊ່ວຍ ເຫລືອຈາກຂ້າງນອກ.
ໃນການຖະແຫລງຕໍ່ນັກຂ່າວກ່ຽວກັບເລື້ອງນີ້ ນາຍົກລັດຖະມົນຕີ Ali Zidan ຖິ້ມໂທດ
ໃສ່ປະຊາຊົນ ທີ່ມີບ້ານເຮືອນຢູ່ອ້ອມແອ້ມຄຸກ ທີ່ບໍ່ຢາກໃຫ້ມີຄຸກຢູ່ໃນຄຸ້ມຂອງເຂົາເຈົ້າ.
ໃນຂະນະດຽວກັນ ຊາວລີເບຍຫລາຍພັນຄົນ ໄດ້ພາກັນປະທ້ວງຢູ່ໃນເມືອງ Tripoli
ແລະ Benghazi ຕ້ານພັກການເມືອງຕ່າງໆ ລວມທັງ ພັກພະລາດອນພາບມຸສລິມ ທີ່
ເຂົາເຈົ້າໄດ້ຖິ້ມໂທດໃສ່ວ່າພາໃຫ້ມີກະແສຟອງຂອງການກໍ່ຄວາມຮຸນແຮງ ຢູ່ໃນປະເທດ.
ພວກປະທ້ວງບາງຄົນໄດ້ຖະຫລົ່ມສໍານັກງານຂອງພັກການເມືອງທີ່ເປັນພັນທະມິດກັບ ພັກພະລາດອນພາບມຸສລິມ ແລະອີກພັກນຶ່ງທີ່ເປັນພັນທະມິດກັບພວກນັບຖືສາສະໜາ ອິສລາມຢ່າງເຄ່ງຄັດ ຢູ່ນະຄອນຫລວງ Tripoli ຊຶ່ງເຂົາເຈົ້າໄດ້ທໍາລາຍໂຕະຕັ່ງແລະ ເຄື່ອງຂອງຕ່າງໆ ຢູ່ໃນຫ້ອງການນັ້ນ. ນອກນັ້ນ ພວກທີ່ເຫັນເຫດການເວົ້າວ່າ ພວກປະ
ທ້ວງຍັງໄດ້ຖະຫລົ່ມຫ້ອງການຂອງພັກພະລາດອນພາບມຸສລິມຢູ່ນະຄອນ Benghazi ອີກດ້ວຍ.