ປະທານາທິບໍດີ Jacob Zuma ແຫ່ງອາຟຣິກາໃຕ້ມີ
ກໍານົດເດີນທາງໄປຮອດລີເບຍໃນວັນຈັນມື້ນີ້ ເພື່ອພະ
ຍາຍາມໄກ່ເກ່ຍຂໍ້ຕົກລົງຢຸດຍິງລະຫວ່າງກໍາລັງຂອງ
ມວມມາ ກາດດາຟີ ຜູ້ນໍາລີເບຍແລະພວກກະບົດ ທີ່
ຮຽກຮ້ອງໃຫ້ທ່ານກາດດາຟີລາອອກຈາກອໍານາດນັ້ນ.
ທ່ານ Zuma ຈະເດີນທາງໄປຍັງນະຄອນຫລວງຕຣີໂປ
ລີ ໃນນາມສະຫະພາບອາຟຣິກາ ຊຶ່ງເປັນຄັ້ງທີສອງ
ຂອງທ່ານ ນັບແຕ່ບັນຫາຂັດແຍ້ງໄດ້ເລີ້ມຂຶ້ນມາ.
ໃນວັນຈັນມື້ນີ້ເຊ່ນກັນ ທ່ານ Anders Fogh Rasmussen ເລຂາທິການໃຫຍ່ອົງການເນໂຕ້ ກ່າວວ່າ ການໂຈມຕີທາງທະຫານໃນລີເບຍກໍາລັງໄດ້ບັນລຸເປົ້າໝາຍ ແລະການປົກຄອງໂດຍການກົດຂີ່ສ້າງຄວາມຢ້ານກົວຂອງກາດດາຟີ ກໍາລັງຈະສິ້ນສຸດລົງແລ້ວ.
ກໍາລັງຂອງກຸ່ມເນໂຕ້ໄດ້ທໍາການໂຈມຕີທາງອາກາດໃນລີເບຍ ມາໄດ້ ເກືອບ 2 ເດືອນແລ້ວ ພາຍໃຕ້ມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ເພື່ອປົກປ້ອງພວກພົນລະເຮືອນຈາກການໂຈມຕີຂອງທະຫານຂອງກາດດາຟີນັ້ນ.
ທ່ານ Rasmussen ກ່າວຕໍ່ກອງປະຊຸມບັ້ນນຶ່ງຂອງກຸ່ມເນໂຕ້ທີ່ປະເທດ Bulgaria ວ່າ ການໂຈມຕີທາງອາກາດໄດ້ລົດຜ່ອນຄວາມ ສາມາດຂອງທ່ານກາດດາຟີ ໃນການສັງຫານປະຊາຊົນຂອງຕົນເອງນັ້ນ ລົງຢ່າງຫລວງຫລາຍ ແຕ່ກ່າວວ່າ ກຸ່ມເນໂຕ້ຈະສືບຕໍ່ດໍາເນີນການໂຈມຕີຕໍ່ໄປ ຈົນກວ່າການໂຈມຕີຕ່າງໆທັງໝົດຕໍ່ພວກພົນລະເຮືອນ ຍຸດຕິລົງ.