ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລີເບຍ ປ່ອຍ ເຈົ້າໜ້າທີ່ ທະຫານ ສະຫະລັດ ທີ່ຖືກຈັບ 4 ຄົນ


ແຜນທີ່ ລີເບຍ
ແຜນທີ່ ລີເບຍ
ກະຊວງການຕ່າງປະເທດສະຫະລັດກ່າວວ່າ ເຈົ້າໜ້າທີ່ທະຫານ
4 ຄົນທີ່ຖືກຄຸມຂັງເປັນເວລາສັ້ນໆໂດຍລັດຖະບານລີເບຍໃນວັນ
ສຸກວານນີ້ ໄດ້ຖືກປ່ອຍໃຫ້ເປັນອິດສະຫຼະແລ້ວ.

ທ່ານນາງ Jen Psaki ໂຄສົກ ກະຊວງການຕ່າງປະເທດສະຫະ
ລັດກ່າວວ່າ ບຸກຄົນທັງ 4 ໄດ້ປະກອບສ່ວນເຂົ້າຮ່ວມໃນການດຳ
ເນີນຄວາມພະຍາຍາມກຽມພ້ອມດ້ານຄວາມປອດໄພເວລາເຂົາ ເຈົ້າຖືກເຈົ້າໜ້າທີ່ຄວບຄຸມໂຕໄປໃກ້ໆເມືອງ Sabratha ຊຶ່ງເປັນ
ບໍລິເວນທີ່ຮູ້ກັນດີ ສຳລັບຊາກຫັກພັງຂອງພວກໂຣມັນນັ້ນ.

ທ່ານນາງ Psaki ໄດ້ປະກາດກ່ຽວກັບການຈັບກຸມ ຊາວອາເມຣິ
ກັນທັງ 4 ບໍ່ເທົ່າໃດຊົ່ວໂມງກ່ອນໜ້ານັ້ນ.

ທ່ານນາງ ກ່າວໃນຕອນແລງ ຂອງມື້ວັນສຸກວານນີ້ວ່າ ກະຊວງການຕ່າງປະເທດສະຫະລັດ ພວມພະຍາຍາມສືບຫາຄວາມຈິງເພື່ອໃຫ້ເປັນທີ່ແນ່ໃຈກ່ຽວກັບເຫດ ການໃນຄັ້ງນີ້.

ທ່ານນາງ Psaki ເວົ້າວ່າ ສະຫະລັດໃຫ້ຄວາມສຳຄັນຕໍ່ຄວາມສຳພັນຂອງຕົນກັບລີເບຍໃໝ່ ແລະສະໜັບສະໜຸນຕໍ່ການຫັນປ່ຽນຄັ້ງປະຫວັດສາດ ໄປສູ່ປະຊາທິປະໄຕຂອງລີເບຍ.

ລາຍງາຍຂ່າວຂອງໜັງສືພິມ New York Times ທີ່ອ້າງແຫຼ່ງຂ່າວເຈົ້າໜ້າທີ່ຂໍສະຫງວນຊື່ ເວົ້າວ່າ ເປັນທີ່ເຊື່ອກັນວ່າ ບຸກຄົນທັງ 4 ແມ່ນພວມທົບທວນເບິ່ງ ເສັ້ນທາງໃນການຍົກຍ້າຍ ພວກນັກການທູດທີ່ອາດມີຂຶ້ນ ເວລາພວກເຂົາເຈົ້າຖືກຈັບ.

ຊາວອາເມຣິກັນຢູ່ໃນລີເບຍ ບາງຄັ້ງກໍໄດ້ຕົກເປັນເປົ້ານັບແຕ່ປີ 2011 ເປັນຕົ້ນມາ ເວລາລັດ ຖະບານຂອງຈອມຜະເດັດການ Moammar Gadhafi ໄດ້ຖືກໂຄ່ນລົ້ມໂດຍກຸ່ມກະບົດທ້ອງ ຖິ່ນທີ່ໄດ້ຮັບການໜຸນຫລັງ ຈາກກຳລັງທາງອາກາດຂອງສະຫະລັດ ແລະອົງການເນໂຕ້.

ໃນທ້າຍປີ 2012 ພວກຫົວຮຸນແຮງອິສລາມ ໄດ້ໂຈມຕີ ສະຖານກົງສຸນສະຫະລັດ ຢູ່ທີ່ເມືອງ Benghazi ໂດຍໄດ້ສັງຫານເອກອັກຄະລັດຖະທູດສະຫະລັດປະຈຳລີເບຍແລະຊາວອາເມ ຣິກັນອື່ນໆອີກ 3 ຄົນ.

ທີ່ເມືອງ Benghazi ໃນຕົ້ນເດືອນນີ້ ນາຍຄູອາເມຣິກັນຄົນນຶ່ງກໍໄດ້ຖືກຍິງຕາຍໃນລະຫວ່າງ ທີ່ຜູ້ກ່ຽວພວມໄປແລ່ນອອກກຳລັງກາຍ ໃນຕອນເຊົ້າ.
XS
SM
MD
LG