ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝຣັ່ງແລະອີຕາລີ ຈະສົ່ງທີ່ປຶກສາດ້ານທະຫານ ໄປຍັງລີເບຍ


ທ່ານ David Cameron ນາຍົກລັດຖະມົນຕີອັງກິດ ທີ່​​ປະກາດ​ໃນ​ວັນ​ອັງຄານ​ຜ່ານມາວ່າ ຕົນ​ຈະສົ່ງທີ່ປຶກສາທາງທະຫານ 20 ຄົນໄປ ຊ່ວຍພວກກະບົດ​ໃນ​ວຽກ​ງານດ້ານ
ການຈັດຕັ້ງດ້ານພະລາທິການ ແລະການສື່ສານ (AP Photo/Anjum Naveed)
ທ່ານ David Cameron ນາຍົກລັດຖະມົນຕີອັງກິດ ທີ່​​ປະກາດ​ໃນ​ວັນ​ອັງຄານ​ຜ່ານມາວ່າ ຕົນ​ຈະສົ່ງທີ່ປຶກສາທາງທະຫານ 20 ຄົນໄປ ຊ່ວຍພວກກະບົດ​ໃນ​ວຽກ​ງານດ້ານ ການຈັດຕັ້ງດ້ານພະລາທິການ ແລະການສື່ສານ (AP Photo/Anjum Naveed)


ຝຣັ່ງ​ແລະ​ອີ​ຕາ​ລີ​ກ່າວ​ວ່າ ພວກ​ຕົນ​ຈະ​ສົມທົບ​ກັບອັງກິດໃນການຈັດສົ່ງທີ່ປຶກສາດ້ານທະ
ຫານຈໍານວນ​ນ້ອຍໆໄປຍັງລີເບຍ ເພື່ອຊ່ວຍສະໜັບສະໜຸນພວກກໍາລັງຝ່າຍກະບົດ
ແລະ​ພ້ອມ​ດຽວ​ກັນກໍ​ປະຕິ​ເສດ​ຕໍ່​ການຈັດ​ສົ່ງ​ກໍາລັງ​ພາກ​ພື້ນ​ດິນ ​ໄປ​ເສີມ​ການ​ຈັດ​ຕັ້ງ​ປະ
ຕິບັດ​ເຂດ​ຫ້າມ​ບິນຂອງ​ອົງການ​ເນ​ໂຕ້​ທີ່​ໄດ້​ຮັບ​ອະນຸມັດ​ຈາກ​ອົງການ​ສະຫະປະຊາ​ຊາດ
ເພື່ອປົກ​ປ້ອງ​ພົນລະ​ເຮື​ອນນັ້ນ.

ພວກເຈົ້າ​ໜ້າ​ທີ່ຝຣັ່ງກ່າວໃນວັນພຸດ ວານ​ນີ້ວ່າ ພວກ​ນາຍທະຫານ​ຂອງຕົນ​ຈະ​ທໍາ​ງານ
ຮ່ວມ​ກັບ​ຄະນະ​ນໍາພາ​ພົນລະເຮືອນ​ຂອງ​ຝ່າຍ​ກະບົດ ທີ່​ເອີ້ນ​ວ່່າ ສະພາ​ໄລຍະ​ຂ້າມ​ຜ່ານ
ແຫ່ງ​ຊາດ​ນັ້ນ ໃນ​ພາລະກິດ​ຕິດ​ຕໍ່​ປະສານ​ງານ​ກັນ ​ເພື່ອ​ຈັດແຈງ​ກ່ຽວ​ກັບ​ການ​ຫາ​ທາງ​
ປົກ​ປ້ອງ​ພວກ​ພົນລະ​ເຮືອ​ນ. ນອກ​ນີ້ ຝລັ່ງຍັງ​ໄດ້​ກ່າວ​ອີກ​ວ່າ ຕົນ​ມີ​ນາຍທະຫານຈໍາ
ນວນ​ນຶ່ງ ຢູ່​ພື້ນດິນໃນພາກ​ຕາ​ເ​ວັນ​ອອກ​ຂອງ​ລີ​ເບຍ​ແລ້ວ.

ທາງ​ຝ່າຍ​ອີ​ຕາ​ລີ​ນັ້ນ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ Ignazio La Russa ກ່າວ​ວ່າ ປະ​
ເທດ​ຂອງ​ທ່ານ​ຈະ​ສົ່ງ​ນັກ​ເຝິກ 10 ຄົນ​ໄປ​ຊ່ວຍ​ເຝິກ​ແອບ​ພວກ​ກະບົດ ທີ່​ພວມຕໍ່ສູ້​ກັ​ບກໍາ
ລັງທີ່​ຈົ່ງ​ຮັກ​ພັກດີຕໍ່​ພັນເອກມວມມາ ກາດ​ດາ​ຟີ ນັ້ນ.

ການ​ເຄື່ອນ​ໄຫວ​ທີ່​ວ່າ​ນີ້ ​ມີ​ຂຶ້ນ​ລຸນ​ຫລັງທີ່​ອັງກິດ​ໄດ້​ອອກ​ມາ​ປະກາດ​ໃນ​ວັນ​ອັງຄານ​ຜ່ານ
ມາວ່າ ຕົນ​ຈະສົ່ງທີ່ປຶກສາທາງທະຫານ 20 ຄົນໄປຊ່ວຍພວກກະບົດ​ໃນ​ວຽກ​ງານດ້ານ
ການຈັດຕັ້ງດ້ານພະລາທິການ ແລະການສື່ສານ. ​ແຕ່ພວກ​ນາຍ​ທະຫານ​ອັງກິດ​ເຫລົ່າ​
ນີ້ ຈະ​ບໍ່​ປະກອບສ່ວນ​ໃນ​ການ​ສູ້​ລົບ​ໃດໆ ທັງ​ຈະ​ບໍ່​ເຝິກ​ແອບ ຫລື​ປະກ​ອບອາວຸດ​ໃຫ້
ແກ່ພວກ​ກະບົດ.

XS
SM
MD
LG