ພ້ອມດຽວກັນນີ້ ອົງການສະຫະປະຊາຊາດໄດ້ຮຽກຮ້ອງໄປຍັງລີເບຍ ໃຫ້ປ່ອຍໃຫ້ຕົນໄດ້ເຂົ້າໄປໃນເມືອງ Misrata ທີ່ຝ່າຍກະບົດຍຶດໄດ້ ໃນພາກຕາເວັນຕົກຂອງປະເທດນັ້ນໂດຍທັນທີ ລຸນຫລັງທີ່ມີລາຍງານຂ່າວວ່າ ໄດ້ມີການສູ້ລົບກັນແລະມີຄົນຕາຍຫລາຍຄົນໃນເຂດນັ້ນ.
ຜູ້ປະສານງານຝ່າຍບັນເທົາທຸກສຸກເສີນຂອງສະຫະປະຊາຊາດ ທ່ານນາງ Valerie Amos ກ່າວໃນວັນອາທິດວານນີ້ວ່າ “ມີປະຊາຊົນໄດ້ຮັບບາດເຈັບ ແລະກໍາລັງຈະຕາຍ ແລະຕ້ອງການຄວາມຊ່ວຍເຫລືອໂດຍທັນທີ.” ນອກນັ້ນ ທ່ານນາງຍັງໄດ້ຮຽກຮ້ອງໄປຍັງທຸກພັກຝ່າຍໃນການຂັດແຍ້ງກັນນັ້ນ ໃຫ້ “ຄໍ້າປະກັນໃຫ້ພົນລະເຮືອນໄດ້ຮັບການປົກປ້ອງຈາກອັນຕະລາຍ.”
ຫ້ອງການປະສານງານກ່ຽວກັບກິດຈະການມະນຸດສະທໍາຂອງສະຫະປະຊາຊາດ ກ່າວວ່າ ສະມາຄົມສ້ຽວເດືອນແດງໄດ້ລາຍງານວ່າ ເມືອງ Misrata ທີ່ຕັ້ງຢູ່ຫ່າງຈາກນະຄອນຫລວງ Tripoli ໄປທາງກໍ້າ
ຕາເວັນອອກ 200 ຫລັກນັ້ນ ກໍາລັງຕົກຢູ່ພາຍໃຕ້ການໂຈມຕີໂດຍກໍາລັງຂອງຝ່າຍລັດຖະ
ບານ ແລະວ່າທາງສະມາຄົມສ້ຽວເດືອນແດງ ກໍຄືສະພາກາຊາດຂອງລີເບຍ ກໍາລັງພະຍາ
ຍາມຈະສົ່ງລົດພະຍາບານຈາກ Tripoli ໄປຮັບເອົາພວກເສຍຊີວິດແລະບາດເຈັບ ທີ່ເມືອງ ດັ່ງກ່າວ.