ສະຫະລັດ ໄດ້ກ່າວຍົກຍ້ອງກອງປະຊຸມສະມັດຊາໃຫຍ່
ຂອງອົງການສະຫະປະຊາຊາດ ທີ່ໄດ້ໂຈະການເປັນສະມາ
ຊິກຂອງ Libya ໃນສະພາສິດທິມະນຸດຂອງອົງການສະຫະ
ປະຊາຊາດ ໂດຍເວົ້າວ່າ ເປັນການເຄື່ອນໄຫວແບບບໍ່ເຄີຍ
ມີມາກ່ອນ ທີ່ເປັນການເຕືອນຕໍ່ປະເທດອື່ນໆທີ່ທຳການ
ໂຈມຕີປະຊາຊົນຂອງຕົນນັ້ນ.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ
Hillary Clinton ກ່າວວ່າ ການຕັດສິນໃຈຂອງກອງປະ
ຊຸມສະມັດໃຫຍ່ອົງການສະຫະປະຊາຊາດໃນວັນອັງຄານ
ວານນີ້ ສະແດງໃຫ້ເຫັນວ່າ ລັດຖະບານທີ່ແນປືນໃສ່ປະຊາ
ຊົນຂອງຕົນນັ້ນ ແມ່ນບໍ່ມີບ່ອນ ຢູ່ໃນສະພາສິດທິມະນຸດ ທີ່
ມີສະມາຊິກ 47 ປະເທດ ທີ່ມີສໍານັກງານຢູ່ Geneva.
ທ່ານນາງກ່າວວ່າ ປະຊາຄົມນາໆຊາດໄດ້ສົ່ງຂໍ້ຄວາມທີ່
"ບໍ່ຜິດພາດ" ເຖິງ Libya ວ່າ ການກະທໍາທີ່ຜິດຕໍ່ຄຳປະ
ກາດສາກົນວ່າດ້ວຍສິດທິມະນຸດນັ້ນ ແມ່ນຮັບເອົາບໍ່ໄດ້.
ສະມັດຊາໃຫຍ່ສະຫະປະຊາຊາດທີ່ມີສະມາຊິກ 192 ປະເທດ ໄດ້ລົງຄະແນນສຽງເພື່ອ
ໂຈະການເປັນສະມາຊິກຂອງ Libya ຢູ່ໃນສະພາສິດທິມະນຸດຂອງອົງການສະຫະປະຊາ
ຊາດ ຍ້ອນໄດ້ລ່ວງລະເມີດສິດທິມະນຸດຢ່າງຮ້າຍແຮງແລະເປັນລະບົບ ໃນການປາບປາມ
ພວກທີ່ລຸກຮືຂຶ້ນຕໍ່ຕ້ານຜູ້ນໍາຜະເດັດການ Moammar Gadhafi. ແລະທາງສະມັດຊາ
ໃຫຍ່ສະຫະປະຊາຊາດ ຍັງກ່າວເປັນຫ່ວງກັງວົນກ່ຽວກັບສະຖານະການດ້ານສິດທິມະນຸດ ໃນ Libya.
ເອກອັກຄະລັດຖະທູດສະຫະລັດປະຈໍາອົງການສະຫະປະຊາຊາດ ທ່ານນາງ Susan
Rice ກ່າວວ່າ ການກະທໍານີ້ແມ່ນເປັນການປະນາມຢ່າງຮຸນແຮງ" ຕໍ່ຄະນະນໍາພາຂອງ
Libya ນັ້ນ ແຕ່ກໍເປັນການກະທໍາທີ່ພວກກ່ຽວເຮັັດຂຶ້ນ ໃສ່ຕົນເອງ.
Libya ແມ່ນເປັນປະເທດດຽວທີ່ໄດ້ຖືກໂຈະການເປັນສະມາຊິກ ຕັ້ງແຕ່ສະພາສິດທິມະນຸດ
ໄດ້ກໍ່ຕັ້ງຂຶ້ນ ໃນປີ 2006. ມະຕິດັ່ງກ່າວ ມີ 72 ປະເທດ ຮ່ວມສະເໜີ ສ່ວນໃຫຍ່ແມ່ນບັນ
ດາປະເທດ Arab ແລະ Africa.