ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລໍາດັບ​ເຫດການ​ສໍາຄັນໆ ໃນການລຸກ​ຮື​ຂຶ້ນ ຂອງປະຊາຊົນ​ລີ​ເບຍ


ລູກຊາຍກາດດາຟີ Saif al-Islam ຖືກຄວບຄຸມໂຕໄວ້ ຢູ່ໃນເຮືອນຫລັງນຶ່ງ ຫລັງຈາກຖືກຈັບໄດ້ໃນວັນເສົາ ທີ 19 ພະຈິກ 2011.
ລູກຊາຍກາດດາຟີ Saif al-Islam ຖືກຄວບຄຸມໂຕໄວ້ ຢູ່ໃນເຮືອນຫລັງນຶ່ງ ຫລັງຈາກຖືກຈັບໄດ້ໃນວັນເສົາ ທີ 19 ພະຈິກ 2011.

ຂ້າງລຸ່ມນີ້ ແມ່ນລໍາດັບ​ເຫດການ​ລຸກ​ຮື​ໃນ​ລີ​ເບຍ:

ວັນ​ທີ 15 ກຸມພາ 2011: ການ​ກໍ່ຈະລາຈົນ​ເລິ່ມ​ຕົ້ນ​ຂຶ້ນ​ທີ່​ເມືອງ​ເບັ​ນກາ​ຊີ​ ທີ່​ດົນ​ໃຈໂດຍການ​ລຸກ​ຮື​ຂຶ້ນ “ລະດູບານ​ໃໝ່ຂອງ​ອາ​ຫຣັບ” ​ໃນປະ​ເທດ​ຕູ​ເນີ​ເຊຍ ​ແລະ​ອີ​ຈິບ.

26 ກຸມພາ 2011: ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ນໍາໃຊ້​ມາດຕາ​ການລົງ​ໂທດຕໍ່​ຜູ້​ນໍາ​ລີ​ເບຍ ມວມມາ ກາດ​ດາ​ຟີ ​ແລະ​ຄອບຄົວ ​ແລະ​ຮຽກຮ້ອງ​ໃຫ້​ສານ​ອາຊະ​ຍາ​ກໍາ​ສາກົນ ທໍາການ​ສອບສວນ​ການ​ກວາດ​ລ້າງ​ພວກ​ກະ​ບົດ ​ໃນ​ລີ​ເບຍ.

19 ມີນາ 2011: ສະຫະລັດ ອັງກິດ ຝຣັ່ງ ​ເປີດ​ສາກທໍາ​ການ​ໂຈ​ມຕີ​ທາງ​ອາກາດຕໍ່​ລີ​ເບຍ ທີ່ໄດ້​ຮັບ​ອະນຸມັດ​ໂດຍ​ອົງການ​ສະຫະ​ປະຊາ​ຊາດ ​ເພື່ອ​ຍຸດຕິ​ການ​ເຄື່ອນ​ເຂົ້າ​ປາບ​ປາມ​ປະຊາຊົນ ​ໂດຍ​ກໍາລັງ​ຂອງ​ກາດ​ດາ​ຟີນັ້ນ.

26 ມີນາ 2011: ພວກ​ກະບົດ​ຍຶດ​ໄດ້​ເມືອງ​ສໍາຄັນ Ajdabiya.

30 ມີນາ 2011: ທ່ານ Moussa Koussa ລັດຖະມົນຕີ​ຕ່າງປະ​ເທດ ລີ​ເບຍ ​ໂຕນ​ໜີແລະ​ບິນ​ໄປ​ຍັງປະ​ເທ​ດອັງກິດ ​ແລະ​ພວກ​ເຈົ້າໜ້າ​ທີ່ອາວຸ​ໂສ​ຄົນ​ອື່ນໆ ​ກໍໄດ້​ປະຕິບັດ​ຕາມ.

30 ​ເມສາ 2011: ເນ​ໂຕ້ຍິງ​ລູກ​ສອນ​ໄຟ​ໂຈ​ມຕີບ້ານ​ຫລັງ​ນຶ່ງ​ໃນ​ເມືອງ ຫລວງ ທຣິ​ໂປ​ລີ ຊຶ່ງ​ໄດ້​ສັງຫານ​ລູກ​ຊາຍ​ຫລ້າ​ຂອງ​ກາດ​ດາ​ຟີ ​ແລະ​ຫລານສາມ​ຄົນ.

17 ພືດ​ສະພາ 2011: ໄອ​ຍະ​ການ​ສານ​ອາຊະຍາ​ກໍາສາກົນ ຮ້ອງ​ຂໍ​ໃຫ້ ອອກໝາຍ​ຈັບກາດ​ດາ​ຟີ ​ໃນ​ຂໍ້​ຫາ​ກໍ່​ອາຊະ​ຍາ​ກໍາ​ ຕ້ານ​ມະນຸດຊາດ.

7 ມິຖຸນາ 2011: ກາດ​ດາ​ຟີ​ອອກ​ຖະ​ແຫລ​ງທາງ​ໂທລະພາບ​ແຫ່ງ​ຊາດ ປະຕິຍານວ່າ​ ​ຈະ​ຕໍ່​ສູ້ຈົນ​ເຖິງ​ທີ່​ສຸດ ​ແລະ​ຈະ​ບໍ່​ມີ​ວັນ​ຍອມ​ແພ້.

27 ມິຖຸນາ 2011: ສານ​ອາ​ຊະ​ຍາ​ກໍາ​ສາກົນ ​ໄດ້​ອອກໝາຍ​ຈັບ ກາດ​ດາ​ຟີ ລູກ​ຊາຍ Seif al-Islam Gadhafi ​ແລະຫົວໜ້າ​ສືບ​ລັບ Abdullah al-Senussi ​ໃນຂໍ້​ຫາ​ກໍ່​ອາ​ຊະ​ຍາ​ກໍາ ຕ້ານ​ມະນຸດຊາດ.

15 ກໍລະກົດ 2011: ສະຫະລັດ​ຮັບ​ຮູ້​ສະພາໄລຍະຂ້າມ​ຜ່ານ​ແຫ່ງ​ຊາດ​ ຫລື NTC ​ວ່າເປັນ​ລັດຖະບານ​ທີ່​ຖືກຕ້ອງ​ຕາມກົດໝາຍ​ຂອງ​ລີ​ເບຍ.

28 ກໍລະກົດ 2011: ທ່ານ Abdel Fattah Younes ອະດີດ​ລັດຖະ ມົນຕີ​ພາຍ​ໃນ​ຂອງ​ລີ​ເບຍ ​ທີ່ໄດ້ໂຕນ​ໜີ​ໄປ​ຫາພວກ​ກະບົດ​ລີ​ເບຍ​ໃນ​ເດືອນ​ກຸມພາ ​ແລະ​ໄດ້​ເປັນ​ຫົວໜ້າ​ທະຫານ​ຂອງ​ກຸ່ມ​ກະບົດ​ ​ໄດ້​ຖືກ​ຂ້າ​ຕາຍ.

14 ສິງຫາ 2011: ພວກ​ກະບົດ​ອ້າງ​ວ່າ ຕົນ​ຍຶດ​ໄດ້​ເມືອງ​ຍຸ​ທະ​ສາດ Zawiyah ​ແຕ່​ວ່າການ​ສູ້​ລົບ​ຍັງ​ດໍາ​ເນີນ​ຕໍ່​ໄປ​ຢູ່.

20 ສິງຫາ 2011: ພວກ​ກະບົດ​ທໍາ​ການ​ໂຈມ​ຕີເມືອງ​ຫລວງ​ທຣິ​ໂປ​ລີ ​ເປັນເທື່ອ​ທໍາ​ອິດ ​ໂດຍ​ການ​ປະສານ​ງານ​ກັບ​ກໍາລັງ​ເນ​ໂຕ້.

2​3 ສິງຫາ 2011: ພວກ​ນັກ​ຕໍ່ສູ້ຂອງສະພາໄລຍະຂ້າມ​ຜ່ານ​ແຫ່ງ​ຊາດ ຫລື NTC ​ບຸກ​ເຂົ້າຍຶດ​ເອົາ​ບໍລິ​ເວນທີ່​ພັກ​ຂອງກາດ​ດາ​ຟີ​ ໃນ​ເມືອງ​ຫລວງ​ທຣິໂປ​ລີ​ໄດ້.

20 ຕຸລາ 2011: ກາດ​ດາ​ຟີ ຖືກ​ຈັບ​ໄດ້ແລະ​ເສຍ​ຊີວິດ ​ໃນ​ລະຫວ່າງ​ຖືກ​ຄວບ​ຄຸມ​ໂຕ ຫລັງ​ຈາກ​ພວກນັກ​ຕໍ່ສູ້ NTC ຍຶດ​ໄດ້​ເມືອງ Sirte ອັນ​ເປັນ​ບ້ານເກີດ​ເມືອງ​ນອນ​ຂອງກາດ​ດາ​ຟີ​ນັ້ນ.

23 ຕຸລາ 2011: ພວກ​ຜູ້​ນໍາ​ສະພາ​ໄລຍະ​ຂ້າມ​ຜ່ານຂອງ​ລີ​ເບຍ ປະກາດ​ ປົດ​ປ່ອຍ​ປະ​ເທດ.

31 ຕຸລາ 2011: ສະພາ NTC ​ເລືອກຕັ້ງທ່ານ Abdel-Rahim el-Keep ​ເປັນ​ນາຍົກລັດຖະມົນຕີຮັກສາການ​ຊົ່ວຄາວ​ຂອງ​ລີ​ເບຍ. ການ​ເລືອກ​ຕັ້ງ​ດັ່ງກ່າວ​ມີ​ຂຶ້ນບໍ່​ເທົ່າ​ໃດ​ຊົ່ວ​ໂມງ ກ່ອນເນ​ໂຕ້​ປະກາດ​ການ​ສິ້ນ​ສຸດ​ລົງ​ຂອງ​ການ​ປະຕິ​ບັດ​ການ​ຂອງ​ຕົນ​ໃນ​ລີ​ເບຍ.

19 ພະ​ຈິກ 2011: ພວກ​ເຈົ້າໜ້າ​ທີ່​ທະຫານ​ຂອງ​ລີ​ເບຍ ປະກາດ​ຂ່າວ ການຈັບໄດ້ ນາຍ Seif al-Islam Gadhafi ລູກ​ຊາຍ​ຂອງ​ມື້​ລາງ​ກາດ​ດາຟີ​ ທີ່​ໄດ້​ມີ​ການກ່າວ​ຂານກັນ​ວ່າ​ ຈະເປັນ​ຜູ້​ສືບ​ທອດ​ຕໍາ​ແໜ່ງ​ແທນພໍ່ ນັ້ນ.

XS
SM
MD
LG