ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການສູ້ລົບກັນ ທີ່ເມືອງ Sirte ສຸມໃສ່ 2 ຄຸ້ມ


ພວກນັກລົບຝ່າຍປະຕິວັດ ຈັບຜູ້ຕ້ອງສົງໄສຄົນນຶ່ງ ວ່າເປັນກຳລັງ ທີ່ຈົງຮັກພັກດີຕໍ່ມວມມາກາດດາຟີ (ຊ້າຍ) ໃນເຂດໃຈກາງເມືອງ Sirte (12 ຕຸລາ 2011)
ພວກນັກລົບຝ່າຍປະຕິວັດ ຈັບຜູ້ຕ້ອງສົງໄສຄົນນຶ່ງ ວ່າເປັນກຳລັງ ທີ່ຈົງຮັກພັກດີຕໍ່ມວມມາກາດດາຟີ (ຊ້າຍ) ໃນເຂດໃຈກາງເມືອງ Sirte (12 ຕຸລາ 2011)

ພວກນັກລົບຂອງລັດຖະບານຊົ່ວຄາວລີເບຍກ່າວວ່າ ການດຳເນີນຄວາມພະຍາຍາມເພື່ອຂັບ
ໄລ່ກຳລັງທີ່ຈົງຮັກພັກດີຕໍ່ອະດີດຜູ້ນຳມວມມາກາດດາຟີທີ່ຍັງເຫຼືອຢູ່ ອອກຈາກເມືອງ Sirte ບ້ານເກີດຂອງຜູ້ກ່ຽວນັ້ນແມ່ນໄດ້ເພັ່ງເລັງໃສ່ 2 ຄຸ້ມ ທ່າມກາງທີ່ມີລາຍງານຂ່າວຂັດແຍ້ງກັນ ກ່ຽວກັບການຈັບກຸມລູກຊາຍຄົນ​ນຶ່ງຂອງກາດດາຟີ.

ການສູ້ລົບກັນໃນວັນພະຫັດມື້ນີ້ ແມ່ນຮວມທັງການຍິງຈະຫຼວດເຂົ້າໃສ່ເມືອງ Sirte ບ່ອນທີ່ ກຳລັງຕໍ່ຕ້ານກາດດາຟີເວົ້າວ່າ ຕົນໄດ້ເຂົ້າຄວບຄຸມເມືອງດັ່ງກ່າວຫຼາຍກວ່າ 80% ແລ້ວ.

ສະພາປົກຄອງໃນໄລຍະຂ້າມຜ່ານແຫ່ງຊາດຂອງລີເບຍ ຫຼື NTC ​ໄດ້​ກ່າວ​ວ່າ ການຢຶດເອົາ
ເມືອງ Sirte ໄດ້ຈະອຳນວຍໃຫ້ພວກຕົນປະກາດ​ໄດ້​ວ່າປະເທດທັງໝົດ​ໄດ້​ຖືກປົດປ່ອຍແລ້ວ
ເພາະມັນຈະໝາຍຄວາມວ່າ ລັດຖະບານຊົ່ວຄາວຂອງລີເບຍຄວບຄຸມດ່ານເຂົ້າອອກແລະທ່າ
ກຳປັ່ນແຫ່ງຕ່າງໆຂອງລີເບຍໄດ້ໝົດແລ້ວ.

ໃນມື້ວັນພຸດວານນີ້​ເຈົ້າ​ໜ້າ​ທີ່ NTC ຈໍານວນ​ນຶ່ງ​ໄດ້​ກ່າວ​ວ່າ ລູກຊາຍຂອງກາດດາຟີ ທ້າວ
Mutassim ​ໄດ້ຖືກຈັບ ທີ່ເມືອງ Sirte ແລະຖືກນຳໂຕໄປຍັງເມືອງ Benghazi ໃນພາກ
ຕາເວັນອອກຂອງລີເບຍ ເພື່ອ​ສອບ​ປາກ​ຄໍາ. ແຕ່ໂຄສົກຄົນນຶ່ງຂອງສະພາທະຫານຂອງລັດ
ຖະບານຊົ່ວຄາວລີເບຍບໍ່ສາມາດໃຫ້ການຢືນຢັນກ່ຽວກັບລາຍງານຂ່າວດັ່ງກ່າວ ທ່ານ Jalal
el-Gallal ກ່າວວ່າ ກຳລັງປະຕິວັດໄດ້ຈັບກຸມພວກນັກລົບຈຳນວນນຶ່ງທີ່ເຊື່ອວ່າສັງກັດຢູ່ກັບ
ທ້າວ Mutassim ໃນເມືອງ Sirte ແຕ່ລາວບໍ່ມີຂໍ້ມູນໃດໆກ່ຽວກັບສະຖານະພາບຂອງລູກ
ຊາຍກາດດາຟີຄົນ​ນີ້.

ທ້າວ Mutassim ແມ່ນທີ່ປຶກສາທາງດ້ານຄວາມໝັ້ນຄົງແຫ່ງຊາດຂອງລີເບຍ ແລະມີບົດ
ບາດຢ່າງແຂງຂັນທາງດ້ານທະຫານ ແລະກຳລັງຮັກສາຄວາມປອດໄພພາຍໃຕ້ລັດຖະບານ
ຂອງບິດາລາວ.

ເຄີຍມີລາຍງານທີ່ຜິດພາດມາແລ້ວ ກ່ຽວກັບການຈັບກຸມບຸກຄົນສຳຄັນ ຂອງກາດດາຟີໃນໄລ
ຍະຜ່ານມາ ຮວມທັງການຈັບທ້າວ Saif al-Islam ລູກຊາຍອີກຄົນນຶ່ງຂອງກາດດາຟີທີ່ກຳ
ລັງຫຼົບລີ້ຢູ່ໃນເວລານີ້.

XS
SM
MD
LG